ບໍລິສັດ ຂົນສົ່ງສາກົນ ຈໍາກັດ ມອບເງິນ 50 ລ້ານກີບ ເພື່ອຊຸກຍູ້ການປະຕິບັດວຽກງານ ໃຫ້ແກ່ຄະນະສະເພາະກິດແຂວງຫຼວງນໍ້າທາໃນການ ຕ້ານ, ສະກັດກັ້ນ ພະຍາດໂຄວິດ – 19

660

ເພື່ອເປັນການສືບຕໍ່ປະກອບສ່ວນທຶນຮອນເຂົ້າໃນວຽກງານຕ້ານ, ສະກັດກັ້ນ ການແຜ່ລະບາດເຊື້ອພະຍາດໂຄວິດ – 19 ຢູ່ແຂວງຫຼວງນໍ້າທາໃຫ້ຜ່ອນຄາຍ ແລະ ຢຸດຕິລົງ, ວັນທີ 28 ເມສາ 2021 ບໍລິສັດ ຂົນສົ່ງສາກົນ ຈໍາກັດ ໄດ້ນໍາເງິນຈໍານວນ 50 ລ້ານກີບ ມາມອບໃຫ້ແຂວງຫຼວງນໍ້າທາກໍຄືຄະນະສະເພາະກິດແຂວງຫຼວງນໍ້າທາໃນການ ຕ້ານ, ສະກັດກັ້ນ ພະຍາດໂຄວິດ – 19.

ກ່າວມອບໂດຍ ທ່ານ ຈັນທະວິສຸກ ພູມສະຫວັນ ຮອງຫົວໜ້າອໍານວຍການ ບໍລິສັດ ຂົນສົ່ງສາກົນ ຈໍາກັດ, ກ່າວຮັບ ໂດຍທ່ານ ຄໍາໄຫຼ ສີປະເສີດ ເຈົ້າແຂວງໆ ຫຼວງນໍ້າທາ , ໂດຍຊ້ອງໜ້າ ທ່ານ ຄໍາເພັດ ຈັນທະວົງ ຫົວໜ້າຫ້ອງວ່າການແຂວງ ແລະ ພະນັກງານວິຊາການຂອງ ສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.


ໃນໂອກາດນີ້ທ່ານເຈົ້າແຂວງໆຫຼວງນໍ້າທາກໍໄດ້ສະແດງຄວາມຂອບໃຈມາຍັງທາງບໍລິສັດ ຂົນສົ່ງສາກົນ ຈໍາກັດ ທີ່ໄດ້ມີຄວາມເປັນຫ່ວງເປັນໄຍປະກອບສ່ວນທຶນເຂົ້າໃນການປ້ອງກັນ ສະກັດກັ້ນ ຄວບຄຸມ ພະຍາດໂຄວິດ – 19 ທີ່ພວມລະບາດຢູ່ໃນປະເທດລາວເວົ້າລວມ ເວົ້າສະເພາະກໍຄືຢູ່ແຂວງຫຼວງນໍ້າທາໃຫ້ໄດ້ດີ ແລະ ຍັງມີຫຼາຍພາກສ່ວນທີ່ໄດ້ໃຫ້ການຊ່ວຍເຫຼືອ, ປຸກລະດົມຊ່ວຍກັນທາງດ້ານວັດຖຸອຸປະກອນ ແລະ ທຶນຮອນສະໜອງຮັບໃຊ້ເຂົ້າໃນວຽກງານ ຕ້ານ, ສະກັດກັ້ນ ການແຜ່ລະບາດເຊື້ອພະຍາດໂຄວິດ – 19 ຢູ່ແຂວງຫຼວງນໍ້າທາ.

ຂ່າວ: ສົມພອນ ຂຸນດາວົງ