3 ພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອຕ້ານໂຄວິດ-19 ມູນຄ່າ2,5 ລ້ານໂດ ແລະ 250 ລ້ານກີບ

693

ຕອນແລງວັນທີ 29 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງ ແລະ ເງິນຊ່ວຍເຫຼືອ ຈາກພາກສ່ວນຕ່າງໆ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ລວມມູນຄ່າ 2,5 ລ້ານໂດລາສະຫະລັດ ແລະ 250 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.


ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ກ່າວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19; ມີຄະນະສະເພາະກິດ, ຜູ້ຕາງໜ້າກະຊວງ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.

ການມອບການຊ່ວຍເຫຼືອຄັ້ງນີ້ ປະກອບມີ 3 ພາກສ່ວນ ຄື: ບໍລິສັດ ດອກງິ້ວຄຳ ມອບເງິນ ຈໍານວນ 2,5 ລ້ານໂດລາສະຫະລັດ; ບໍລິສັດ PS ກໍ່ສ້າງ ແລະ ທ່ອງທ່ຽວ ຈຳກັດ ມອບອຸປະກອນ (ຜ້າປິດປາກ-ດັງ ຈຳນວນ 40 ແກັດ ແລະ ເຈວລ້າງມື ຈຳນວນ 20 ແກັດ) ແລະ ເງິນຈຳນວນ 100 ລ້ານກີບ ລວມມູນຄ່າທັງໝົດ 150 ລ້ານກີບ; ແລະ ບໍລິສັດ ນິວຈິບເຊັງ ມອບເງິນ ຈໍານວນ 100 ລ້ານກີບ.


ໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ບັນດາບໍລິສັດ ທີ່ໄດ້ປະກອບສ່ວນອຸປະກອນ ແລະ ທຶນຮອນ ຕາມຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ຊຶ່ງການປະກອບສ່ວນດັ່ງ ກ່າວ ໄດ້ສະແດງເຖິງຄວາມເສຍສະຫຼະ, ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫຼວງ ໃຫ້ພັກ-ລັດ ແລະ ປວງຊົນລາວທັງຊາດ ໂດຍສະເພາະ ພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ພວມປະ ຕິບັດໜ້າທີ່ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເງິນດັ່ງກ່າວ ໃຫ້ຖືກກັບຈຸດປະສົງ-ເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.