ໄບເດັນ ຖະແຫຼງຜົນງານ 100 ວັນຕໍ່ລັດຖະສະພາ ຊີ້ປ່ຽນວິກິດ ເປັນໂອກາດ

436
President Joe Biden addresses a joint session of Congress, Wednesday, April 28, 2021, in the House Chamber at the U.S. Capitol in Washington. (Melina Mara/The Washington Post via AP, Pool)

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 28 ເມສາຜ່ານມານວ່າ ທ່ານ ໂຈ ໄບເດັນ ປະທານາທິບໍດີສະຫະລັດອາເມຣິກາຖະແຫຼງຕໍ່ກອງປະຊຸມສະພາຄອງເກຣສ ເນື່ອງໃນໂອກາດຄົບຮອບ 100 ວັນ ຂອງການປະຕິບັດໜ້າທີ່ບໍລິຫານປະເທດວ່າ: ສະຖານະການໃນສະຫະລັດອາເມຣິກາກຳລັງກັບຄືນສູ່ສະພາວະປົກະຕິ ເຊິ່ງເປັນຜົນມາຈາກໂຄງການຊ່ວຍເຫຼືອຢ່າງທົ່ວເຖິງຈາກພາກລັດ ທັງມອບເງິນຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ ແລະ ການສັກວັກແຊັງປ້ອງກັນໂຄວິດ-19 ຫຼາຍກວ່າ 200 ລ້ານເຂັມ ພາຍໃນ 100 ວັນ.


ທ່ານ ໄບເດັນກ່າວວ່າ: ອາເມຣິກາກຳລັງຈະກ້າວໄປຂ້າງໜ້າອີກຄັ້ງ ດ້ວຍການຂ້າມຜ່ານມໍລະສຸມສູ່ “ຄວາມເປັນໄປໄດ້”. ທັງນີ້ ປະທານາທິບໍດີ ໂຈ ໄບເດັນໄດ້ກ່າວເຖິງຄວາມຄືບໜ້າຄັ້ງສຳຄັນຈາກແຜນງົບປະມານສຸກເສີນໃນວົງເງິນ 1,9 ພັນຕື້ໂດລາ ໂດຍໄດ້ຈັດຊື້ວັກແຊັງຫຼາຍກວ່າ 220 ລ້ານໂດສ ແລະ ໃຫ້ການຊ່ວຍເຫຼືອໃນຮູບແບບເຊັກເງິນສົດ 1.400 ໂດລາໃຫ້ແກ່ປະຊາຊົນຜູ້ທີ່ມີເງື່ອນໄຂໄດ້ຮັບເງິນດັ່ງກ່າວ ເຊິ່ງມາຮອດປັດຈຸບັນມີປະຊາຊົນໄດ້ຮັບເງິນແລ້ວ 160 ລ້ານຄົນ ແລະ ພາກຄົວເຮືອນກວມເອົາ 85% ຂອງຄົວເຮືອນທັງໝົດ.


ໃນຂະນະດຽວກັນ ທ່ານ ໂຈ ໄບເດັນ ຍັງໄດ້ຮຽກຮ້ອງໃຫ້ຊາວອາເມຣິກາຈົ່ງຮີບຮ້ອນໄປສັກວັກແຊັງປ້ອງກັນໂຄວິດ-19 ເຊິ່ງນອກຈາກໂຮງໝໍແລ້ວ ຍັງມີຄລີນິກ ຫຼາຍກວ່າ 40.000 ແຫ່ງ ແລະ ໂຮງໝໍຊຸມຊົນອີກ 700 ແຫ່ງທີ່ໃຫ້ບໍລິການສັກວັກແຊັງ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ເສດຖະກິດອາເມຣິກາຈະກັບມາຟື້ນຕົວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ພາຍໃຕ້ການນຳຂອງລາວ.

President Joe Biden addresses a joint session of Congress, Wednesday, April 28, 2021, in the House Chamber at the U.S. Capitol in Washington. (Chip Somodevilla/Pool via AP)

ມາຮອດປັດຈຸບັນສະຫະລັດອາເມຣິກາມີຜູ້ຕິດເຊື້ອສະສົມທັງໝົດເກືອບ 33 ລ້ານຄົນ, ປິ່ນປົວຫາຍດີແລ້ວເກືອບ 26 ລ້ານຄົນ ແລະ ມີຜູ້ເສຍຊີວິດສະສົມເກືອບ 588.000 ຄົນ.