ຮຽນຮູ້! ກົດໝາຍວ່າດ້ວຍກິລາ-ກາຍຍະກໍາ ( ສະບັບປັບປຸງ ) ມາດຕາ 1 ຫາ ມາດຕາ 3

1296

ປ່ຽນບັນຍາກາດໄປຮຽນຮູ້ ກົດຫມາຍ ວ່າດ້ວຍກິລາ-ກາຍຍະກໍາ (ສະບັບປັບປຸງ) ຫຼັງຈາກທີ່ປະທານປະເທດໄດ້ອອກລັດຖະດຳລັດເລກທີ026 ລົງວັນທີ 6 ມັງກອນ 2020 ປະກາດໃຊ້ ກົດໝາຍວ່າດ້ວຍກິລາ-ກາຍຍະກໍາ ( ສະບັບປັບປຸງ ) ເຊິ່ງມື້ນີ້ຈະນໍາເອົາມາດຕາ 1 – ມາດຕາ 3 ມາໃຫ້ຮູ້ນໍາກັນດັ່ງນີ້:

ມາດຕາ 1 (ປັບປຸງ) ຈຸດປະສົງ
– ກົດຫມາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານກີລາ-ກາຍະກໍາ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີການຂະຫຍາຍຕົວ, ມີຄຸນນະພາບ, ກ້າວຫນ້າ, ທັນສະໄຫມ, ເສີມສ້າງບັນຍາກາດທີ່ສົດໃສໃນສັງຄົມ ເຮັດໃຫ້ພົນລະເມືອງລາວມີ ສຸຂະພາບແຂງແຮງ ທາງດ້ານຮ່າງກາຍ ແລະ ຈິດໃຈ, ມີນ້າໃຈນັກກີລາ, ເຄົາລົບກົດລະບຽບ, ກະຕິກາ ແລະ ມີສະຕິຊາດ ແນໃສ່ພັດທະນາຊັບພະຍາກອນມະນຸດ, ສົ່ງເສີມດ້ານພອນສະຫວັນ, ຍົກສູງຖານະບົດບາດ, ກຽດສັກສີຂອງຊາດ ແລະ ເພີ່ມທະວີຄວາມສາມັກຄີ, ມິດຕະພາບ ສາມາດເຊື່ອມໂຍງກັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ມາດຕາ 2 (ປັບປຸງ) ກິລາ-ກາຍຍະກໍາ
ກິລາ-ກາຍຍະກໍາ ແມ່ນ ຂະບວນການເຄື່ອນໄຫວທາງດ້ານຮ່າງກາຍ, ການຮຽນ, ການຝຶກ ແອບ, ການຝຶກຊ້ອມ, ການແຂ່ງຂັນ, ການສະແດງ, ການແລກປ່ຽນບົດຮຽນ ແບບບຸກຄົນ, ແບບຫມູ່ຄະນະ ທີ່ມີສິລະປະ ແລະ ລວດລາຍສະເພາະກ່ຽວກັບກິລາ.

ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ
ຄໍາສັບທີ່ນໍາໃຊ້ໃນກົດຫມາຍສະບັບນີ້ ມີຄວາມຫມາຍ ດັ່ງນີ້:
1. ນັກກິລາ ຫມາຍເຖິງ ຜູ້ທີ່ຫຼິ້ນກິລາ, ເຂົ້າຮ່ວມ ຝຶກແອບ, ຝຶກຊ້ອມ, ສະແດງ ແລະ ແຂ່ງຂັນກິລາປະເພດໃດຫນຶ່ງ;
2. ບຸກຄະລາກອນກິລາ-ກາຍຍະກໍາ ຫມາຍເຖິງ ຜູ້ບໍລິຫານການກິລາ, ຜູ້ຊ່ຽວຊານກ່ຽວກັບ ກິລາ, ນັກວິທະຍາສາດ, ນັກຈິດຕະສາດ, ນັກການແພດກີລາ, ກໍາມະການຕັດສິນ ແລະ ຄູຝຶກກິລາ;
3. ກໍາມະການຕັດສິນ ຫມາຍເຖິງ ຜູ້ທີ່ມີ ວິຊາສະເພາະ, ຄວາມຮູ້, ຄວາມສາມາດ, ປະສົບ ການ, ເຂົ້າໃຈກົດລະບຽບ ແລະ ກະຕິກາກິລາປະເພດທີ່ກ່ຽວຂ້ອງ ຊຶ່ງຖືກມອບຫມາຍໃຫ້ຕັດສິນກິລາປະ ເພດໃດຫນຶ່ງ;

4. ຄູຝຶກກິລາ ຫມາຍເຖິງ ຜູ້ທີ່ມີວິຊາສະເພາະ, ມີຄວາມຮູ້, ຄວາມສາມາດ, ປະສົບການ, ຄວາມຊໍານານ ແລະ ເປັນຜູ້ແນະນໍາ, ຝຶກສອນວິຊາກິລາ-ກາຍຍະກໍາ ປະເພດໃດຫນຶ່ງ ໃຫ້ແກ່ນັກກິລາ;
5. ເຕັ້ນອາເອໂຣບິກ ຫມາຍເຖິງ ການອອກກໍາລັງກາຍ ຕາມຈັງຫວະສຽງດົນຕີ ຫຼື ສຽງເພງ;
6. ກະຕິກາ ຫມາຍເຖິງ ຂໍ້ກໍານົດຂອງປະເພດກິລາໃດຫນຶ່ງ ວາງອອກຕາມປະເພດກິລາທີ່ມີ ຄວາມເອກະພາບ ເພື່ອເປັນບ່ອນອີງໃນການແຂ່ງຂັນຢ່າງຍຸຕິທໍາ,
(ຕິດຕາມບົດໜ້າຕໍ່)