ຕ້ານໂຄວິດ-19 ບໍ່ແກ້ວບໍ່ໃຫ້ມີຊ່ອງວ່າງ ກຳລັງ ປກສ-ປກຊ ເຝົ້າຍາມທຸກທາງ

536

ຍາມນີ້ທີ່ຊາດຕ້ອງການ 2 ກຳລັງ ປກຊ – ປກສ ແຂວງບໍ່ແກ້ວຈັດທີມງານຮ່ວມຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19ຢ່າງເຕັມທີ່ ທັງທາງບົກ ແລະທາງນ້ຳ ປ້ອງກັນບໍ່ໃຫ້ມີຄົນເຂົ້າ-ອອກພື້ນທີ່ຄວບຄຸມຂອງຕົນ ອັນຈະເປັນການນຳເຊື້ອເຂົ້າມາ ຫຼື ແຜ່ເຊື້ອຕໍ່.

ໃນວັນທີ 27 ເມສາ 2021ນີ້, ສະຫາຍ ພັນໂທ ທອງໄຂ ສີຍາລາດ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ຄຳແດງ ວັນນະສິດ ຮອງຫົວໜ້າກອງບັນຊາການ ປກສແຂວງ ພ້ອມຄະນະ ໄດ້ລົງຕິດຕາມກວດກາກຳລັງອ້າຍນ້ອງ 2 ກຳງລັງ ທະຫານ-ຕຳຫຼວດ ທີ່ປະຕິບັດໜ້າທີ່ ຢູ່ຈຸດຍາມດ່ານກວດກາ ຄົນເຂົ້າ-ອອກເມືອງ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງຫ້ວຍຊາຍຢ່າງເຂັ້ມງວດ.

ການລົງຢ້ຽມຢາມ ແລະ ຕິດຕາມກວດກາບັນດາດ່ານຄົນເຂົ້າ-ອອກເມືອງຄັ້ງນີ້ປະກອບມີທັງໝົດ 5 ຈຸດ: ດ່ານກວດກາ ນໍ້າທຸງ, ໂຮງຮຽນການທະຫານທ້ອງຖີ່ນ, ກອງຮ້ອຍ 31, ປ້ອມກອງຮ້ອຍ 31 ຈຸດຊາຍແດນ ບໍ່ແກ້ວ-ນໍ້າທາ, ໝວດສາງນໍ້າກະລົກ ແລະ ກອງຮ້ອຍ 16.

ສະຫາຍໄດ້ກ່າວສະແດງຄວາມຊົມເຊີຍຕໍ່ 2 ກຳລັງ ປກຊ-ປກສ ທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ຂອງຕົນຕາມຂັ້ນເທິງມອບໝາຍໃຫ້ ພ້ອມທັງເນັ້ນໜັກໃຫ້ພະນັກງານ-ນັກຮົບ ທີ່ປະຈໍາຢູ່ບັນດາ ປ້ອມ ຈຸດ ດ່ານ ກວດກາ ປ້ອງກັນຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດເປັນວົງກວ້າງພາຍໃນປະເທດເຮົາ ເວົ້າສະເພາະເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃຫ້ຫຼຸດລົງເປັນກ້າວໆ, ເພີມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສືບຕໍ່ເອົາໃຈໃສ່ເຮັດໜ້າທີ່ ປ້ອງກັນຄວບຄຸມມາດຕະການຕ່າງໆຢ່າງເຂັ້ມງວດຈົນກ່ວາຈະມີຄໍາສັ່ງປ່ຽນແປງ.

ພ້ອມດຽວກັນນັ້ນສະຫາຍຍັງໄດ້ມອບອາຫານສຳເລັດຮູບໃຫ້ບັນຈຸດປ້ຳທີ່ຢູ່ຫ່າງໄກສອກຫຼີກອີກດ້ວຍ.


ຂ່າວຈາກ: ໜັງສືພິມແຂວງບໍ່ແກ້ວ