ໂຮງໝໍແຂວງຫຼວງພະບາງ ກຽມຄວາມພ້ອມຮອງຮັບການປິ່ນປົວຜູ້ຕິດພະຍາດໂຄວິດ-19

556

ແຂວງຫຼວງພະບາງ ມີກໍລະນີຕິດເຊື້ອໂຄວິດ-19 ຈຳນວນ 6 ກໍລະນີ ຫຼັງຈາກ​ວັນທີ 28 ເມສາ 2021 ມີກໍລະນີຕິດເຊື້ອໃໝ່4 ຄົນ.

ທ່ານ ດຣ ທອງພຸດ ສຸກຂະເສີມ ຜູ້ອໍານວຍການໂຮງໝໍແຂວງຫຼວງພະບາງ ໃຫ້ສໍາພາດຕໍ່ທີມຂ່າວແຂວງຫຼວງພະບາງ ໃນການກຽມຄວາມພ້ອມຮັບມືກັບສະຖານະການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ແຂວງຫຼວງພະບາງ ເມື່ອວັນທີ 27 ເມສາ 2021 ວ່າ: ດ້ວຍປະສົບການທີ່ໄດ້ປິ່ນປົວຜູ້ຕິດເຊື້ອໂຄວິດໃຫ້ຫາຍດີໃນປີຜ່ານມາ ແລະ ໃນປີນີ້ກໍຈະສືບຕໍ່ຮັກສາໃຫ້ເຕັມທີເພື່ອໃຫ້ຜູ້ຕິດເຊື້ອຫາຍດີ .

ສໍາລັບຫ້ອງແຍກປ່ຽວຂອງໂຮງໝໍແຂວງຫຼວງພະບາງແມ່ນໄດ້ແບ່ງອອກເປັນ 4 ໂຊນຄື:ໂຊນ A, B, C ແລະ D ເປັນໂຊນຮອງຮັບສຸກເສີນໄອຊີຍູໂຄວິດ-19 ມີ 12 ຕຽງ, ເຄື່ອງຊ່ວຍຫາຍໃຈ 8 ເຄື່ອງ. ພ້ອມນັ້ນໄດ້ຈັດແບ່ງທີມແພດສໍາລັບປິ່ນປົວຜູ້ຕິດເຊື້ອຢ່າງລະອຽດ,ໄດ້ແບ່ງທີມວິເຄາະ, ລັງສີ, ທີມເຄື່ອນຍ້າຍ, ທີມຂ້າເຊື້ອ, ທີມພົ່ນຢາຂ້າເຊື້ອ ແລະ ກຳຈັດຂີ້ເຫຍື້ອ.


ທ່ານກ່າວຕື່ມວ່າ: ໃນກໍລະນີຫາກເກີດການລະບາດຢ່າງຮຸນແຮງມີຜູ້ປ່ວຍຕິດເຊື້ອໂຄວິດເພີ່ມຂຶ້ນຢ່າງກະທັນຫັນ ແລະ ມີຈໍານວນຫຼາຍ ທາງແຂວງຫຼວງພະບາງໄດ້ກຽມສະຖານທີ່ສໍາຮອງໄວ້ຮອງຮັບແມ່ນຢູ່ ມສ ສັນຕິພາບ, ສະໜາມກິລາແຂວງ, ມະຫາວິທະຍາໄລສຸພານຸວົງ ແລະ ບ່ອນອື່ນໆ ທີ່ເໝາະສົມສາມາດສົ່ງຜູ້ຕິດເຊື້ອໄປປິ່ນປົວໃຫ້ທັນເວລາ ແລະ ສິ່ງທີ່ຕ້ອງການໃນການກະກຽມຄວາມພ້ອມທີ່ຈໍາເປັນປະກອບມີຕຽງ, ບັ້ງອົກຊີ, ຫົວອົກຊີ, ຈັກຫາຍໃຈທຽມ, ເຄື່ອງດູດຂີ້ສະເລດ, pulse oximeter-fingertip ແລະ ເຄື່ອງ Infrared thermometer.


ຂ່າວແຈ້ງໃຫ້ຮູ້ຕື່ມວ່າ ໃນວັນດຽວກັນໄດ້ມີ ຫຼາຍພາກສ່ວນຈາກ ຫ້າງຮ້ານ, ບໍລິສັດນິຕິບຸກຄົນໄດ້ນໍາເອົາເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດໃຫ້ກັບໂຮງໝໍແຂວງ ເຄື່ອງທີ່ນໍາມາມອບຄັ້ງນີ້ປະກອບມີ: ນໍ້າດື່ມ, ຜ້າອັດປາກ, ເຈວລ້າງມື ພ້ອມເງິນສົດຈໍານວນ 15 ລ້ານກີບ. ພ້ອມນັ້ນ, ທ່ານຜູ້ອໍານວຍການກໍໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການປະກອບສ່ວນຊ່ວຍເຫຼືອທາງໂຮງໝໍແຂວງ ແລະ ພ້ອມຈະນໍາເອົາເຄື່ອງດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານໃຫ້ເກີດຜົນປະໂຫຍດສູງສຸດ.


ສະນັ້ນຫາກທ່ານໃດຕ້ອງການທີ່ຢາກປະກອບສ່ວນຊ່ວຍເຫຼືອ ບໍ່ວ່າຈະເປັນປະເພດອຸປະກອນເຄື່ອງ ຮັບໃຊ້ທາງການແພດ, ນໍ້າດື່ມ, ອາຫານປະເພດຕ່າງໆ ຫຼື ເປັນເງິນສົດກໍໄດ້ ສາມາດເຂົ້າໄປບໍລິຈາກໄດ້ທີ່ໂຮງໝໍແຂວງຫຼວງພະບາງ ບ້ານພູໝອກ ໄດ້ທຸກເວລາ.

ຂໍ້ມູນ: ຂ່າວສານຫຼວງພະບາງ