ທາມລາຍຜູ້ຕິດເຊື້ອໂຄວິດ-19 ກໍລະນີ 525-527

877

ກໍລະນີຢັ້ງຢືນທີ 525 ເພດຊາຍ, ອາຍຸ 22ປີ ບ້ານ ສະພັງໝໍ້ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ; ອາຊີບ ພະນັກງານ ບໍລິສັດ ລາວອາຊຽນ, ມີອາການ ຄັນຄໍ ບໍ່ຮູ້ກິ່ນ, ພົວພັນຜູ້ຕິດເຊື້ອ ກໍລະນີ 258

10 ເມສາ 2021 ກິນລ້ຽງຢູ່ຫ້ອງການ
11-13 ເມສາ 2021 ຢູ່ບ້ານບໍ່ໄດ້ໄປໃສ
14 ເມສາ 2021ໄປກິນເບຍກັບຫມູ່ຢູ່ບ້ານອາກາດ ຈຳນວນຄົນນັບບໍ່ໄດ້ ຕັ້ງແຕ່ປາກຮ່ອມເຂົ້າໄປຫາບ້ານ
ວັນທີ 15 ເມສາ 2021 ໄປກັບຫມູ່ຢູ່ຫ້ອງການ ບໍລິສັດລາວອາຊຽນ ຢູ່ບ້ານອາມອນ ມີປະມານ6ຄົນ
ວັນທີ 16 ເມສາ 2021 ໄປກິນເບຍນຳອ້າຍຮັກຢູ່ທາດຫລວງ ຮ່ອມຫລັງວັດ
ວັນທີ 19-24 ເມສາ 2021ໄປການປົກກະຕິ ໃສ່ຜ້າອັດປາກ
ວັນທີ 26 ເມສາ 2021 ໄປກວດເຊື້ອໂຄວິດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ
ວັນທີ 27-28 ເມສາ 2021 ກັກໂຕຢູ່ບ້ານ
ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19, ຢູ່ເຮືອນຄອບຄົວດຽວກັນມີ 5 ຄົນ ມີ ພໍ່ແມ່, ອ້າຍ ນ້ອງສາວ (ແຍກອອກມາຢູ່ບ້ານອີກຫລັງຫນຶ່ງຄົນດຽວນັບແຕ່ວັນທີ 15 ເມສາ 2021 ເປັນຕົ້ນມາ)

ກໍລະນີຢັ້ງຢືນທີ 526 ເພດຍິງ ອາຍຸ 7ປີ ບ້ານ ສ້າງເຫວີຍ ເມືອງ ສີສັດຕະນາກນະຄອນຫຼວງວຽງຈັນ; ອາຊີບ ນັກຮຽນ ຢູ່ໂຮງຮຽນອະນຸບານ-ປະຖົມຂຸນນະວົງ ຢູ່ໂພນປາເປົ້າ, ຜູ້ກ່ຽວບໍ່ມີອາການ, ຕິດເຊື້ອຈາກແມ່ຜູ້ກ່ຽວ ບໍ່ຈື່ເລກທີກໍລະນີ (ເປັນຫມູ່ຂອງຫມູ່ເບີ 59)

ວັນທີ 10-14 ເມສາ 2021: ຢູ່ເຮືອນບໍ່ໄດ້ໄປໃສ
ວັນທີ 15 ເມສາ 2021 ກິນລ້ຽງນຳແມ່ຢູ່ເຮືອນຫມູ່ຢູ່ບ້ານໂສກປາຫລວງ
ວັນທີ 16 ເມສາ 2021 ຢູ່ເຮືອນບໍ່ໄດ້ໄປໃສ
ວັນທີ 18 ເມສາ 2021 ຕອນແລງໄປຊື້ເຄັກຢູ່ຮ້ານແສງຕາວັນ ບ້ານສະພານທອງ
ວັນທີ 19 ເມສາ 2021ໄປໂຮງຮຽນປົກກະຕິ
ວັນທີ 19-28 ເມສາ 2021 ໄປຫລິ້ນແລະນອນນຳລຸງຢູ່ດົງສະຫວາດ ເມືອງ ສີສັດຕະນາກ
ວັນທີ 26 ເມສາ 2021ໄປກວດເຊື້ອໂຄວິດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ
ວັນທີ 27-28 ເມສາ 2021ຢູ່ເຮືອນນຳປ້າແລະລຸງຢູ່ດົງສະຫວາດ ເມືອງ ສີສັດຕະນາກ
ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
ຢູ່ເຮືອນຄອບຄົວດຽວກັນຢູ່ບ້ານສ້າງເຫວີຍມີ 4 ຄົນ ມີ ພໍ່ຕູ້ ແມ່ຕູ້, ແມ່ ແລະຜູ້ກ່ຽວ
ຄອບຄົວປ້າລຸງຢູ່ດົງສະຫວາດ ມີ6ຄົນ

ກໍລະນີຢັ້ງຢືນທີ 527 ເພດຍິງ ອາຍຸ 21ປີ ບ້ານ ດອນນົກຂຸ້ມ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ. ອາຊີບ ຄ້າຂາຍອອນລາຍ, ມີອາການ ໄຂ້ ໄອແຫ້ງ ຄັນດັງ ເຈັບຄໍ, ພົວພັນຜູ້ຕິດເຊື້ອ (ບໍ່ຈື່ເລກກໍລະນີ)
10 ເມສາ 2021 ໄປຫລິ້ນວອັດຄັບນຳໝູ່4ຄົນ
11-13 ເມສາ 2021 ພັກຜ່ອນຢູ່ບ້ານດອນນົກຂຸ້ມ
14 ເມສາ 2021 ໄປວັນເກີດຫມູ່ຂອງໝູ່ຢູ່ເມືອງໝື່ນ ແຂວງວຽງຈັນ ມີຢູ່ປະມານ8ຄົນ ແລະໄປຫລິ້ນນຳຫມູ່ ບ້ານ ໂນນໄຮ ເມືອງໝື່ນ ແຂວງວຽງຈັນ ມີປະມານ 10ຄົນ

ວັນທີ 15 ເມສາ 2021ໄປຫລິ້ນຢູ່ບ້ານຫມູ່ຜູ້ຕິດເຊື້ອ (ບໍ່ຈື່ກໍລະນີທີ່ເທົ່າໃດ) ຢູ່ບ້ານເມືອງໝຶ່ນ ແຂວວຽງຈັນ
ວັນທີ 16 ເມສາ 2021 ສູ່ຂວັນຢູ່ບ້ານຕົນເອງ ເມືອງໝຶ່ນ ແຂວງວຽງຈັນ ຈຳນວນຫລາຍຄົນບໍ່ຈື່ຈຳນວນ
ວັນທີ 17 ເມສາ 2021 ກັບບ້ານໂດຍຂີ່ລົດຕູ້ໂດຍສານສາຍເຫນືອ ບໍ່ຈື່ທະບຽນລົດ ບໍ່ຈື່ຈຳນວນຄົນ
ວັນທີ 18 ເມສາ 2021 ໄປສະຜົມຢູ່ຮ້ານເສີມສວຍຢູ່ແຖວຕະຫລາດດົງຄຳຊ້າງ
ວັນທີ 19 ເມສາ 2021 ໄປສີດປາກຄີນິກເສີມຄວາມງາມ ຢູ່ແຖວໂພນຕ້ອງ ບໍ່ຈື່ຊື່ຄີນິກ ໃຊ້ເວລາປະມານ30ນາທີ
ວັນທີ 20 ເມສາ 2021 ນອນຜັກຜ່ອນຢູ່ເຮືອນຢູ່ບ້ານດອນນົກຂຸ້ມ

ວັນທີ 21 ເມສາ 2021 ໄປສີດຜິວຢູ່ຄີນິກ ໂພນຕ້ອງ ປະມານ10ນາທີ
ວັນທີ 23 ເມສາ 2021 ໄປລໍຖ້າກວດ ແຕ່ຄົນເຕັມເລີຍກັບມາ
ວັນທີ 24-25 ເມສາ 2021 ພັກຜ່ອນຢູ່ບ້ານ
ວັນທີ 26 ເມສາ 2021 ເອື້ອຍຮັກມາຮັບໄປກວດກວດເຊື້ອໂຄວິດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ ແລະ ໄດ້ແວ່ຮ້ານຄ້າໂຊກໄຊດອນນົກຂຸ້ມ 10ນາທີ ແລ້ວກັບບ້ານເລີຍ
ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19; ຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ: ເຊົ່າຢູ່ຫ້ອງແຖວນຳຫມູ່ 3ຄົນ ຢູ່ເຮືອນຄອບຄົວດຽວກັນມີ 3 ຄົນ ມີ ພໍ່ແມ່ ແລະ ຜູ້ກ່ຽວ (ບ້ານເມືອງໝື່ນ ແຂວງວຽງຈັນ)

ຂໍ້ມູນຈາກ: ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19