ເບິ່ງທາມລາຍຜູ້ຕິດເຊື້ອໂຄວິດ-19 ກໍລະນີ 522-524

1003

ກໍລະນີຢັ້ງຢືນທີ 522 ເພດຍິງ ອາຍຸ 23 ປີ ບ້ານ ໂຊກຄຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ອາຊີບ ພະນັກງານຢູ່ໂພນເຄັງ ກອງສິລະປະກອນກອງທັບໂພນເຄັງ; ປັດຈຸບັນບັນພັກຢູ່ຫ້ອງແຖວກັບໝູ່ 2 ຄົນ ຢູ່ບ້ານຮ່ອງໄກ່ແກ້ວ ໝູ່ທີ່ຢູ່ນຳກັນຕິດເຊື້ອ, ມີອາການເປັນໄຂ້, ເມື່ອຍຕົນໂຕ, ໄອມີຂີ້ກະເທີ່, ຈາມ ວັນທີ 25 ເມສາ.


ວັນທີ 14-17 ເມສາ 2021 ຫຼິ້ນຢູ່ບ້ານກັບໝູ່ ບ້ານໂຊກຄຳ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນຄອບຄົວມີພໍ່ແມ່ ແລະ ອ້າຍນ້ອງ 4 ຄົນກັບຜູ້ກ່ຽວ; ວັນທີ 19- 20 ເມສາ 2021 ໄປວຽກປົກກະຕິຢູ່ກອງສິລະປະກອນກອງທັບໂພນເຄັງ ໃນຫ້ອງນອນຢູ່ກອງມີໝູ່ 4 ຄົນ; ວັນທີ 27 ເມສາ 2021 ໄປຊື້ຂອງກິນຢູ່ຮ້ານ ບິກຊີແຖວທາດຫຼວງ; ວັນທີ 21-26 ເມສາ 2021 ຜູ້ກ່ຽວບໍ່ໄດ້ໄປເຮັດວຽກ ຢູ່ໃນຫ້ອງບໍ່ໄດ້ອອກໄປໃສ, ໃຫ້ໝູ່ຊື້ໝີ່ກ່ອງມາໃຫ້ຢູ່ໜ້າຫ້ອງ; ວັນທີ 26 ເມສາ 2021 ໄປເກັບຕົວຢ່າງ2 ຄັ້ງ , ຄັ້ງທີ1 ແມ່ນວັນທີ 22 ເມສາ 2021 ຜົນກວດບໍ່ພົບເຊື້ອ ແຕ່ໄປກິນເຂົ້ານຳກັນໃນໝູ່ 9 ຄົນທີ່ໄປກວດຫາເຊື້ອນຳກັນ ແລະ ວັນທີ 25 ເມສາ 2021 ໄປເກັບຕົວຢ່າງອີກເພາະຜູ້ໄປເກັບນຳກັນຊຸດແລ້ວຕິດ.
ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19; ໝູ່ນອນນຳກັນ 4 ຄົນໃນກອງລະຄອນ, ພໍ່ແມ່ອ້າຍນ້ອງ 3 ຄົນ ແລະ ໝູ່ທີ່ນອນນຳກັນຢູ່ຫ້ອງແຖວ

ກໍລະນີຢັ້ງຢືນທີ 523 ເພດຊາຍ ອາຍຸ 32 ປີ ບ້ານ ດອນແດງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ; ອາຊີບ ເຮັດບານປະຕູ ຮ້ານອາລູມີນຽມ ຢູ່ບ້ານດອນແດງ ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ຮ້ານຂອງຜູ້ກ່ຽວມີພໍ່ແມ່ຄອບຄົວ ທັງໝົດ 11 ຄົນ ທີ່ຢູ່ໃນຮ້ານ, ເປັນໝູ່ຢູ່ກັບກໍລະນີທີ່ 522. ມີອາການ ໄອມີຂີ້ກະເທີ່ ວັນທີ 25 ເມສາ.

ວັນທີ 14-17 ເມສາ 2021: ຫຼິ້ນຢູ່ບ້ານກັບໝູ່ ບ້ານໂຊກຄຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ; ວັນທີ 16 ເມສາ 2021 ໄປເຮັດວຽກປົກກະຕິຢູ່ຮ້ານ ບ້ານດອນແດງ; ວັນທີ 21-26 ເມສາ 2021 ຜູ້ກ່ຽວບໍ່ໄດ້ໄປເຮັດວຽກ ຢູ່ໃນຫ້ອງບໍ່ໄດ້ອອກໄປໃສ, ໃຫ້ໝູ່ຊື້ໝີ່ກ່ອງມາໃຫ້ຢູ່ໜ້າຫ້ອງ; ວັນທີ 26 ເມສາ 2021 ໄປເກັບຕົວຢ່າງ2 ຄັ້ງ , ຄັ້ງທີ1 ແມ່ນວັນທີ 22 ເມສາ 2021 ຜົນກວດບໍ່ພົບເຊື້ອ ແຕ່ໄປກິນເຂົ້ານຳກັນໃນໝູ່ 9 ຄົນທີ່ໄປກວດຫາເຊື້ອນຳກັນ ແລະ ວັນທີ 25 ເມສາ 2021 ໄປເກັບຕົວຢ່າງອີກເພາະຜູ້ໄປເກັບນຳກັນຊຸດແລ້ວຕິດ; ວັນທີ 27 ເມສາ 2021: ໄປຊື້ຂອງກິນຢູ່ຮ້ານ ບິກຊີແຖວທາດຫຼວງ.
ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19; ຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ ມີຄອບຄົວພໍ່ແມ່ 11 ຄົນ ແລະ ແຟນເປັນກໍລະນີທີ່ 522

ກໍລະນີຢັ້ງຢືນທີ 524ເພດຊາຍ ອາຍຸ 19 ປີ ບ້ານ ໂພນຕ້ອງຈອມມະນີ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ; ອາຊີບ ນັກຮຽນ ໂຮງຮຽນແສງສະຫວັດ ປັດຈຸບັນນອນຢູ່ສູນຫ້ວຍຫົງ, ພັກຢູ່ບ້ານອາພາດເມັນຂອງຕົນເອງ ຊື່ ອາພາດເມັນ 3 Y ປະມານ 10 ກ່ວາຫ້ອງ ແລະ ບໍ່ໄດ້ໃກ້ຊິດກັບຫ້ອງອື່ນ ບໍ່ມີແມ່ບ້ານອະນາໄມ ຜູ້ກ່ຽວຢູ່ກັບໝູ່ 3 ຄົນ; ມີອາການ ເປັນຫວັດ, ຕັນດັງ, ໄອແຫ້ງ ອອກຮ້ອນ-ໜາວ ວັດແທກອຸນຫະພູມບໍ່ຂຶ້ນ ວັນທີ 25 ເມສາ

ວັນທີ 10-17 ເມສາ 2021 ປີໃໝ່ລາວໄປທ່ຽວຢູ່ບ້ານຢູ່ເມືອງແກ່ນທ້າວ, ແຂວງໄຊຍະບູລີ; ວັນທີ 18 ເມສາ 2021 ກັບມານະຄອນຫຼວງວຽງຈັນ;ວັນທີ 19 ຫຼື ວັນທີ 20 ເມສາ 2021 ໄປທ່ຽວຮ້ານຄາລາໂອເກະ 8118 ປະມານ 4-5 ຄົນກັບໝູ່;
ວັນທີ 20-26 ເມສາ 2021 ເລີ່ມກັກໂຕເພາະຮູ້ວ່າສ່ຽງ ແລະ ໄປຕະຫຼາດໂພນຕ້ອງຈອມມະນີໄປຊື້ຂອງກິນ ໃສ່ຜ້າປິດປາກ-ດັງ
ວັນທີ 26 ເມສາ 2021 ໄປເກັບຕົວຢ່າງຢູ່ ມສ ລາວ-ຫວຽດ.
ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19, ຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນມີໝູ່ທີ່ໄປຄາລາໂອເກະ 4-5 ຄົນ ແລະ ນອນນຳກັນ

ຂໍ້ມູນຈາກ: ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19