ລັດແຈ້ງ​ 3 ພຶດສະພາ​ ເປັນວັນພັກຊົດເຊີຍ ວັນກຳມະກອນສາກົນ

440

ແຕ່ລະປີເມື່ອຮອດວັນທີ 1 ພຶດສະພາຈະເປັນວັນທີ່ທຸກຄົນໄດ້ພັກທາງລັດຖະການ ເພື່ອລະນຶກວັນແຫ່ງໄຊຊະນະທີ່ເຫຼົ່າກຳມະກອນທົ່ວໂລກທີ່ຮ່ວມຕໍ່ສູ້ກັບນາຍທຶນໃຫ້ໄດ້ເຮັດວຽກວັນລະ 8 ຊົ່ວໂມງ, ພັກຜ່ອນ8 ຊົ່ວໂມງ ແລະສຶກສາຮ່ຳຮຽນ 8 ຊົ່ວໂ່ມງຕໍ່ວັນ ແຕ່ປີນີ້ທຸກຄົນໄດ້ຢູ່ເຮືອນເພື່ອຊາດໃຫ້ປອດໄພຈາກໂຣກຮ້າຍ ສ່ວນໃຫຍ່ເຮັດວຽກຢູ່ເຮືອນ ແນວໃດກໍ່ຕາມລັດຖະບານຍັງຕົກລົງໃຫ້ທຸກຄົນໄດ້ພັກວັນກຳມະກອນສາກົນເປັນວັນທີ 3 ພຶດສະພາທີ່ຈະມາເຖິງນີ້.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ​ ແຈ້ງການ​ ເລກທີ​ 421/ຫສນຍ​ ນະຄອນຫຼວງວຽງຈັນ, ວັນທີ 28​ ເມສາ 2021​ ເຖິງບັນດາທ່ານ ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າ,​ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງ ທົ່ວປະເທດ​ ເລື່ອງພັກຊົດເຊີຍ ວັນກໍາມະກອນສາກົນ (ວັນທີ 01 ພຶດສະພາ 2021).

ອີງຕາມ ການຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 28 ເມສາ 2021 ເນື່ອງຈາກວັນກໍາມະກອນສາກົນ ວັນທີ 01 ພຶດສະພາ ປີ 2021 ແມ່ນກົງກັບວັນເສົາ ຊຶ່ງເປັນວັນພັກປະຈຳອາທິດ, ສະນັ້ນ ຈຶ່ງກຳນົດເອົາວັນຈັນ, ວັນທີ 03 ພຶດສະພາ 2021 ເປັນວັນພັກຊົດເຊີຍວັນກໍາມະກອນສາກົນ ປີ 2021.​