ເມືອງໄຊພູທອງ ແຂວງສະຫວັນນະເຂດ ເຮັດໄດ້ດີ ຈຳກັດການເຂົ້າ-ອອກ ແລະ ຢຸດເດີນເຮືອ

717

ໄລຍະນີ້ທົ່ວປະເທດແມ່ນສຸມໃສ່ການປ້ອງກັນໂຄວິດ-19 ບໍ່ໃຫ້ແຜ່ລາມໄປຫຼາຍກວ່ານີ້ ໂດຍທຸກເມືອງ, ແຂວງແມ່ນມີການປິດການເຈົ້າ-ອອກທັງໝົດ ຍົກເວັ້ນແຕ່ກໍລະນີຈຳເປັນເທົ່ານັ້ນຈິ່ງອະນຸຍາດໃຫ້ໄປໄດ້ ແຕ່ຕ້ອງຮັບປະກັນບໍ່ໄປບ່ອນທີ່ມີຄວາມສ່ຽງ ແລະປ້ອງກັນຕົນເອງຢ່າງດີດ້ວຍເຄື່ອງມືປ້ອງກັນພື້ນຖານ.


ສະເພາະເມືອງໄຊພູທອງ ແຂວງ ສະຫວັນນະເຂດ ໄດ້ປະຕິບັດມາດຕະການຢ່າງເຂັ້ມງວດໃນການປ້ອງກັນພະຍາດໂຄວິດ- 19 ທ່ານພັນໂທ ຄຳພາ ຄຳມະວົງ ຫົວໜ້າກອງບັນຊາການ ປກສ ເມືອງ ໄຊພູອງ ໃຫ້ສໍາພາດວ່າ: ການຕັ້ງຈຸດກວດກາປ້ອງກັນໂຄວິດ19 ຢູ່ເມືອງໄຊພູທອງ ແມ່ນແບ່ງເປັນ 3ຈຸດຄື: ເຂດບ້ານ ຫົວຫາດ, ເຂດບ້ານ ດົງດອກໄມ້ ແລະ ເຂດບ້ານ ໂພສີແກ້ວ ແຕ່ລະຈຸດໄດ້ມີເຈົ້າໜ້າທີ່ ປກສ, ປກຊ ພະນັກງານແພດໝໍ,ສົມທົບກັບອຳນາດການປົກຄອງບ້ານໃນການກວດກາຄົນເຂົ້າ-ອອກ ເຊີ່ງເລີມແຕ່ວັນ 26 ເມສາເປັນຕົ້ນມາເຫັນວ່າການເຂົ້າອອກມີຄວາມເປັນລະບຽບຮຽບຮ້ອຍ.

ເຊີ່ງໄດ້ກວດກາສະພາບຄວາມຈຳເປັນຂອງປະຊາຊົນໃນການເຂົ້າອອກບ້ານ ຖ້າປະຊາຊົນເຂດອື່ນບໍ່ມີຄວາມຈໍາເປັນຫ້າມເຂົ້າມາບ້ານຢ່າງເດັດຂາດ ພ້ອມນັ້ນກໍເຮັດໜັງສືຢັ້ງຢືນແກ່ປະຊາຊົນທີ່ມີກໍລະນີຈຳເປັນເຂົ້າອອກ ພ້ອມແນະນໍາໃຫ້ປະຊາຊົນໃສ່ຜ້າອັດປາກ-ອັດດັງ ໃນເວລາອອກຈາກເຮືອນ ໝັ່ນລ້າງມື້ດ້ວຍທາດເຫຼົ້າ ເດັດຂາດບໍ່ໄປໃນເຂດສ່ຽງຊຸມຊົນແອອັດທີ່ມີການຕິດເຊື້ອ.

ການຕັ້ງຈຸດກວດກາເຂົ້າ-ອອກບ້ານຢູ່ ເມືອງໄຊພູທອງ ໃນຄັ້ງນີ້ແມ່ນປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ, ຄໍາສັ່ງຂອງເຈົ້າແຂວງໆ ສະຫວັນນະເຂດ ແລະ ນິຕິກຳຕ່າງໆຂອງຄະນະສະເພາະກິດສະກັດກັ້ນ, ປ້ອງກັນພະຍາດໂຄວິດ19 ຂັ້ນແຂວງ ວາງອອກຢ່າງເຂັ້ມງວດ, ເຊີ່ງຕະຫຼອດໄລຍະ 26-27 ວັນຜ່ານມາເຫັນວ່າປະຊາຊົນ ແລະ ສັງຄົມສ່ວນຫຼວງຫຼາຍກໍມີຄວາມຮັບຮູ້ເຂົ້າໃຈ ແລະໃຫ້ການຮ່ວມມືສະໜັບສະໜູນແກ່ເຈົ້າໜ້າທີ່ໃນການປ້ອງກັນພະຍາດໂຄວິດ19ເປັນຢ່າງດີ.

ນອກຈາກການເວນຍາມແລ້ວຍັງມີການຕັ້ງດ່ານຢູ່ຈຸດບ້ານອື່ນໆອີກຢ່າງເຂັ້ມງວດ ເແລະ ຢຸດການເດີນເຮືອຊົ່ວຄາມຕາມລໍາແມ່ນໍ້າຂອງ ທັງນີ້ກໍເພື່ອບໍ່ໃຫ້ພະຍາດໂຄວິດ19 ພາຍໃນ ແຂວງສະຫວັນນະເຂດ ເວົ້າລວມສະເພາະ ເມືອງໄຊພູທອງ ບໍໃຫ້ມີການແຜ່ລະບາດໄປສູ່ວົງກວ້າງ.