ເບິ່ງປະຫວັດການເຄື່ອນໄຫວຜູ້ຕິດເຊື້ອ ກໍລະນີ ທີ518 ຫາ 521

1246

ອີງຕາມການຖະແຫຼງຂ່າວຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ໃນວັນທີ28 ເມສາ 2021 ມີປະຫວັດການເຄື່ອນໄຫວຜູ້ຕິດເຊື້ອຈຳນວນໜຶ່ງດັ່ງນີ້:

ກໍລະນີຢັ້ງຢືນທີ 518  ເພດຊາຍ, ອາຍຸ 22 ປີ, ບ້ານ ວຽງສະຫວັນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ອາຊີບ ສົ່ງເຄື່ອງອອນລາຍໃນນະຄອນຫຼວງວຽງຈັນ; ພັກຢູ່ຄອບຄົວນຳກັນ 3 ຄົນ ແມ່, ນ້ອງຊາຍ ແລະ ຜູ້ກ່ຽວ, ສຳຜັດກັບໝູ່ທີ່ຕິດເຊື້ອຢູ່ຮ້ານ 8118 ຊື່ນ້ຳຝົນ, ມີບໍ່ມີອາການຫຍັງ. ກ່ອນປີໃໝ່ລາວໄດ້ເລາະສົ່ງເຄື່ອງໃນນະຄອນຫຼວງວຽງຈັນ.


ວັນທີ 14-16 ເມສາ 2021 ທ່ຽວປີໃໝ່ລາວຢູ່ບ້ານໝູ່ສີໄຄ ແລະ ໜອງດ້ວງ ມີໝູ່ຫຼາຍກ່ວາ 10 ປາຍຄົນ
ວັນທີ 19 ເມສາ 2021 ໄປທ່ຽວຮ້ານຄາລາໂອເກະ 8118 ປະມານ 5-6 ຄົນກັບໝູ່ (ມີໝູ່ 1 ຄົນຕິດເຊື້ອ)
ວັນທີ 23-26 ເມສາ 2021 ເລີ່ມກັກໂຕເພາະຮູ້ວ່າໝູ່ໄປນຳກັບຜູ້ຕິດເຊື້ອ
ວັນທີ 24 ເມສາ 2021 ໄປເກັບຕົວຢ່າງຢູ່ ເດີ່ນກິລາ
ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19; ຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ: ມີໝູ່ທີ່ໄປຄາລາໂອເກະ 5-6 ຄົນ, ແມ່ແລະ ນ້ອງ 2 ຄົນ

ກໍລະນີຢັ້ງຢືນທີ 519  ເພດຊາຍ, ອາຍຸ 33 ປີ ບ້ານ ຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ; ອາຊີບພະນັກງານບໍລິສັດໄຟຟ້າລາວ, ຊັ້ນ 6 ໜອງບຶກ ນະຄອນຫຼວງວຽງຈັນ, ພົວພັນກັບກໍລະນີ 193 (ເຮັດວຽກຢູ່ເທັກມາລີນາ) ທີ່ມາລົມກັບເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ ຢູ່ໜ່ວຍ 87 ຜູ້ກ່ຽວມັກໄປຊື້ເຄື່ອງຢູ່ຮ້ານດັ່ງກ່າວ; ມີໄຂ້ , ໄອມີຂີ້ກະເທີ ແລະ ມີນ້ຳມູກຍ້ອຍ ວັນທີ່27 ເມສາ 2021; ຄອບຄົວຢູ່ 3 ຄົນມີ ເມຍ ແລະ ລູກ 1,5 ປີ

ວັນທີ 10ເມສາ 2021: ຍ້ອນຫຼັງໄປການປົກກະຕິ
ວັນທີ 10-18 ເມສາ 2021: ໄປຫຼີ້ນປີໃໝ່ລາວຢູ່ບ້ານ ແກ່ງກຸ່ມ ເມືອງໂຂງ ຂີ່ລົດສ່ວນໂຕ ໄປກັບຄອບຄົວ
ວັນທີ 20 ເມສາ 2021: ຕອນແລງໄປຮ້ານເຄື່ອງຍ່ອຍ ທີ່ພົວພັນກັບກໍລະນີທີ່ 193
ວັນທີ 19-21 ເມສາ 2021: ໄປການປົກກະຕິ ຢູ່ໄຟຟ້າລາວ, ຊັ້ນ 6 ໜອງບືກ ນະຄອນຫຼວງ

ວັນທີ 22-26 ເມສາ 2021: ບໍ່ໄດ້ໄປຫ້ອງການເພາະຮູ້ຂ່າວກໍລະນີທີ 193 ຕິດເຊື້ອ
ວັນທີ 26 ເມສາ 2021: ໄປເກັບຕົວຢ່າງຢູ່ໂຮງໝໍເຊດຖາ, ມື້ໄປກວດກົດບັດ ATM ທະນາຄານການຄ້າ ຢູ່ໜ້າໂຮງໝໍເຊດຖາ
ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
ຢູ່ເຮືອນຄອບຄົວດຽວກັນມີ 3 ຄົນ ມີ ພໍ່ແມ່ ລູກ

ກໍລະນີຢັ້ງຢືນທີ 520 ເພດຍິງ, ອາຍຸ 22 ປີ ບ້ານ ດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ; ອາຊີບ ຫວ່າງງານ; ອາການຕັນດັງ, ໄອມີຂີ້ກະເທີ ແຕ່ ວັນທີ 18 ເມສາ 2021; ຢູ່ຫ້ອງແຖວ ກັບໝູ່2 ຄົນ, ໝູ່ໄປກວດຄືກັນ.

ວັນທີ 13 ເມສາ 2021: ໄປຫຼີ້ນບູດເບຍຢູ່ໄອເຕັກ, ປາຕີສະນ້ຳໄອເຕັກ
ວັນທີ 17 ເມສາ 2021: ໄປກິນເຂົ້າຢູ່ຮ້ານອາຫານມັງກອນທອງ ບ້ານດົງຄຳຊ້າງ 4 ຄົນ ແລະ ໄປກິນນຳກັນໃນກຸ່ມມີຜູ້ຕິດເຊື້ອຄືກັນໄດ້ໄປນອນຫ້ອງດຽວກັນພາຍຫຼັງໄປທ່ຽວມາເພາະເປັນໄຂ້ ໝູ່ໄປກວດວັນທີ 24 ເມສາ 2021 ແລະ ຮູ້ວ່າຕິດເຊື້ອ
ວັນທີ 21-22 ເມສາ 2021: ຜູ້ກ່ຽວກັບໄປບ້ານຢູ່ບ້ານທ່າກົກໄຮ ເມືອງປາກງື່ມ (ມີຄອບຄົວຢູ່ບ້ານ 5 ຄົນ, ພໍ່ແມ່, ແມ່ຕູ້, ຫຼານ ແລະ ອ້າຍ )

ວັນທີ 22-25 ເມສາ 2021: ບໍ່ໄດ້ໄປໃສນອນຢູ່ຫ້ອງ
ວັນທີ 26 ເມສາ 2021: ຮູ້ວ່າໝູ່ທີ່ມານອນນຳກັນຢູ່ຫ້ອງໃນຄືນວັນທີ 17 ຕິດເຊື້ອ ຈິ່ງ ໄປເກັບຕົວຢ່າງຢູ່ໂຮງໝໍເສດຖາ
ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
ຢູ່ເຮືອນຄອບຄົວດຽວກັນມີ ຢູ່ບ້ານ 5 ຄົນ, ພໍ່ແມ່, ແມ່ຕູ້, ຫຼານ ແລະ ອ້າຍ ແລະ ໝູ່ນອນນຳກັນຜູ້ຍິງ 1 ຄົນ

ກໍລະນີຢັ້ງຢືນທີ 521 ເພດຊາຍ, ອາຍຸ 24 ປີ ບ້ານ ຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ; ອາຊີບ ພະນັກງານຮ້ານລ້າງອັດສີດ ຮ້ານ ຊ ໂຊກໄຊ ຂ້າງຕະຫຼາດໂນນຄໍ້; ມີອາການເປັນໄຂ້, ໄອມີຂີ້ກະເທີ່ ເຈັບຫົວ ວັນທີ 25 ເມສາ; ຢູ່ຮ້ານອັດສີດນຳກັນ 3 ຄົນ ແລະ ໝູ່ສາມຄົນເປັນໄຂ້ກ່ອນລາວຈະເປັນ.


ວັນທີ 15 ເມສາ 2021 ໄປທ່ຽວບ້ານໝູ່ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ກິນເຂົ້ານຳກັນຫຼາຍກ່ວາ 10 ຄົນ
ວັນທີ 16 ເມສາ 2021ໄປກິນເຂົ້າບ້ານໝູ່ ຢູ່ບ້ານໂພນເຄັ່ງ ປະມານ 6-7 ຄົນ
ວັນທີ 17 -24 ເມສາ 2021 ເປີດຮ້ານອັດສີດປົກກະຕິ
ວັນທີ 24 ເມສາ 2021ໄດ້ປິດຮ້ານເພາະຢ້ານການລະບາດ ພະຍາດໂຄວິດ-19

ວັນທີ 26 ເມສາ 2021ໄປເກັບຕົວຢ່າງຢູ່ໂຮງໝໍເຊດຖາ, ພະນັກງານຢູ່ຮ້ານໄປກວດນຳກັນ 2 ຄົນ ແລະ ຍັງ 1 ຄົນບໍ່ໄດ້ໄປກວດ
ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
ໝູ່ນອນນຳກັນ 3 ຄົນໃນຮ້ານອັດສີດ ແລະ ໝູ່ທີ່ກິນເຂົ້ານຳກັນ ຢູ່ບ້ານໂພນເຄັ່ງ, ບ້ານຮ່ອງສຸພາບ