ມອບ-ຮັບ ວຽກງານຊັບສິນທາງປັນຍາ ແລະ ວຽກງານກົມມາດຕະຖານ ແລະ ວັດແທກ ໄປຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ

1522

ໃນຕອນເຊົ້າ ວັນທີ 28 ເມສາ 2021 ທີ່ ກະຊວງເຕັກໂນໂລຊີ ແລະການສື່ສານ ໄດ້ຈັດພິທີມອບ-ຮັບວຽກງານຊັບສິນທາງປັນຍາ, ວຽກງານມາດຕະຖານ ແລະ ວັດແທກ ທີ່ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນເມື່ອກ່ອນ ໃຫ້ໄປຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ.

ໃຫ້ກຽດເຂົ້າຮ່ວມມີ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ  ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ  ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ພ້ອມດ້ວຍຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມ.

ການມອບ-ຮັບດັ່ງກ່າວ ແມ່ນມອບທັງໜ້າວຽກ, ບຸກຄະລາກອນ ແລະ ວັດຖຸອຸປະກອນ, ພະຫະນະ ທີ່ຂຶ້ນກັບ ກົມຊັບສິນທາງປັນຍາ ແລະ ໄດ້ມອບຕຶກອາຄານ, ທີ່ດິນທັງໝົດຂອງ ກົມມາດຕະຖານ ແລະ ວັດແທກ ທີ່ຕັ້ງຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ແກ່ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ຕາມລະບຽບການ ເພື່ອສືບຕໍ່ໃນການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດທີ່ກຳນົດໄດ້ໄວ້ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານຢ່າງເປັນປົກກະຕິ ຕາມໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນກົງຈັກການຈັດຕັ້ງຂອງ ກົມຊັບສິນທາງປັນຍາ ປະກອບດ້ວຍ 8 ພະແນກ, 1 ສູນ; ກົງຈັກການຈັດຕັ້ງຂອງ ກົມມາດຕະຖານ ແລະ ວັດແທກ ປະກອບດ້ວຍ 5 ພະແນກ, 05 ສູນ. ທັງສອງພາກສ່ວນມີບຸກຄະລາກອນທັງຫມົດ ຈຳນວນ 208 ທ່ານ, ຍິງ 44 ທ່ານ.


ໂອກາດນີ້ ທ່ານ  ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຂື້ນຜ່ານມະຕີຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 06 ກມສພ ລົງວັນທີ 25/2/2021 ແລະ ຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 17/ນຍ ລົງວັນທີ 11/03/2021 ໂດຍມອບວຽກງານວຽກງານຊັບສິນທາງປັນຍາ, ວຽກງານມາດຕະຖານ ແລະ ວັດແທກ ພ້ອມດ້ວຍການຍົກຍ້າຍພະນັກງານຈຳນວນ 208 ທ່ານ ບັນຈຸເຂົ້າກົງຈັກ ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.


ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ສະແດງຄວາມຍິນດີຮັບເອົາວຽກງານດັ່ງກ່າວ ພ້ອມທັງຈະປະຕິບັດໜ້າທີ່ການເມືອງທີໄດ້ຮັບມອບໝາຍນີ້ໃຫ້ປະກົດຜົນເປັນຈິງໃນແຕ່ໄລຍະ ແລະ ຈະ ປະກອບສວ່ນຢ່າງຕັ້ງໜ້າເຂົ້າໃນພະລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ນັບມື້ ນັບຈະເລີນ ຮຸ່ງເຮືອງຕະຫຼອດໄປ.

ຮູບຈາກ: ໜັງສືພິມ ວິທະຍາສາດ ແລະ ການພັດທະນາ