28 ເມສາ 2021 ຕິດເຊື້ອເພີ່ມອີກ +93 ຄົນ ລວມຕົວເລກສະສົມ 604 ຄົນ

885

ຕົວເລກຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ຍັງໜ້າເປັນຫ່ວງ, ຜົນກວດວັນທີ 27 ເມສາ 2021  ພົບຜູ້ຕິດເຊື້ອ ອີກ 93 ຄົນ; ໃນນີ້ ຢູ່ນະຄອນຫຼວງວຽງຈັນ 75 ຄົນ, ຈຳປາສັກ 11 ຄົນ, ຢູ່ສະຫວັນນະເຂດ 3 ຄົນ, ຫຼວງພະບາງ 4 ຄົນ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 604 ຄົນ, ປິ່ນປົວດີສະສົມ50 ຄົນ(ໃໝ່1ຄົນ).

  ໃນວັນທີ 28 ເມສາ ປີ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ  ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ລາຍງານສະພາບການລະບາດພະຍາດໂຄວິດ-19

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກ່າວວ່າ: ການເຝົ້າລະວັງ ໂຄວິດ19 ຢູ່ ສປປ ລາວ ວຽກງານຈຸດຜ່ານແດນ ແລະ ດ່ານສາກົນ ໃນວັນທີ 27 ເມສາ 2021 ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ ຈຳນວນ 2.432ຄົນ ຄົນ; ໃນນັ້ນ ຈຸດຜ່ານດ່ານຊາຍແດນ ລາວ ໄທ ທັງໝົດ 1.326 ຄົນ, ລາວ-ຈີນ ຈຳນວນ 18 ຄົນ, ລາວ-ຫວຽດນາມ 1.088 ຄົນ ໃນນັ້ນຜ່ານສະໜາມບິນວັດໄຕ 230 ຄົນ. ມາຮອດປະຈຸບັນ ລາວເຮົາມີສູນກັກບໍລິເວນທັງໝົດ 50 ສູນ ແລະ ມີ ມີຜູ້ຈຳກັດບໍລິເວນທັງໝົດ 3.838 ກວ່າຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19.

  ໃນວັນທີ 27 ເມສາ 2021 ໄດ້້ເກັບຕົວຢ່າງມາກວດທັງໝົດ 3.055  ຕົວຢ່າງ ຜົນກວດພົບຜູ້ຕິດເຊື້ອ 93 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 75 ຄົນ, ຈຳປາສັກ 11 ຄົນ, ຢສະຫວັນນະເຂດ 3 ຄົນ, ຫຼວງພະບາງ 4 ຄົນ; ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 604 ຄົນ.ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 50 ຄົນ (ກໍລະນີທີ 52 ອອກໂຮງໝໍ) , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 554 ຄົນ.ລາຍລະອຽດດັ່ງນີ້:

ຢູ່ນະຄອນຫຼວງວຽງຈັນ 405 ຄົນ (ໃໝ່ 75)
ແຂວງຈຳປາສັກ 81 ຄົນ (ໃໝ່ 11), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ
ແຂວງສະຫວັນນະເຂດ 22 ຄົນ (ໃໝ່ 3)
ແຂວງບໍ່ແກ້ວ 14 ຄົນ


ແຂວງສາລະວັນ 6 ຄົນ
ແຂວງອຸດົມໄຊ 2 ຄົນ
ແຂວງຫຼວງນ້ຳທາ 4 ຄົນ
ແຂວງວຽງຈັນ 7 ຄົນ (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປີ່ນປົວໃນນະຄອນຫຼວງວຽງຈັນ

ແຂວງຜົ້ງສາລີ 2 ຄົນ
ແຂວງຫຼວງພະບາງ 6 ຄົນ (ໃໝ່ 4)
ແຂວງໄຊຍະບູລີ 1 ຄົນ
ແຂວງບໍລິຄຳໄຊ 2 ຄົນ
ແຂວງຄຳມ່ວນ 1 ຄົນ
ຊຽງຂວາງ 1

ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ