WHO ຊີ້ ໂຄວິດສາຍພັນອິນເດຍ ກວດພົບຢ່າງໜ້ອຍໃນ 17 ປະເທດແລ້ວ

588

ອົງການອະນາໄມໂລກ (WHO) ຖະແຫຼງເມື່ອວັນທີ 27 ເມສາຜ່ານມາວ່າ: ພະຍາດໂຄວິດ-19 ສາຍພັນ B1617 ທີ່ກວດພົບຄັ້ງທຳອິດໃນອິນເດຍ, ມາຮອດວັນອັງຄານ ທີ 27 ເມສາ 2021 ໄດ້ກວດພົບໃນລະຫັດພັນທຸກຳຫຼາຍກວ່າ 12 ພັນຕົວຢ່າງ ຈາກຖານຂໍ້ມູນຈີໂນມ (GISAID) ຢ່າງໜ້ອຍໃນ 17 ປະເທດ ແຕ່ສ່ວນຫຼາຍກວດພົບໃນອິນເດຍ, ສະຫະຣາຊະອານາຈັກ, ອາເມຣິກາ ແລະ ສິງກະໂປ.


ກ່ອນໜ້ານີ້ ອົງການອະນາໄມໂລກໄດ້ຂຶ້ນບັນຊີ B1617 ເຊິ່ງນັບເປັນຫຼາຍສາຍພັນທີ່ກາຍພັນ ແລະ ມີຄຸນລັກສະນະແຕກຕ່າງກັນພຽງເລັກໜ້ອຍ ເປັນສາຍພັນທີ່ໜ້າສົນໃຈ ເນື່ອງຈາກໄວຣັສສາຍພັນນີ້ ອັນຕະລາຍ ຕິດຕໍ່ງ່າຍຂຶ້ນ, ສ່ຽງຕໍ່ການເສຍຊີວິດຫຼາຍຂຶ້ນ ແລະ ສາມາດຫຼົບຫຼີກການປ້ອງກັນຂອງວັກແຊັງຫຼາຍຂຶ້ນ.


ຕົວຢ່າງເບື້ອງຕົ້ນຈາກລະຫັດພັນທຸກຳທີ່ສົ່ງມາຍັງ GISAID ບົ່ງຊີ້ວ່າ ສາຍພັນ B1617 ມີອັດຕາຈະເລີນເຕີບໂຕກວ່າສາຍພັນອື່ນ ໝາຍຄວາມວ່າ ເພີ່ມໂອກາດໃນການຕິດເຊື້ອງ່າຍຂຶ້ນ, ນອກຈາກນີ້ ອົງການອະນາໄມໂລກລະບຸວ່າ ສາຍພັນອື່ນທີ່ກຳລັງລະບາດຢູ່ໃນຂະນະນີ້ ກໍສາມາດຕິດງ່າຍຂຶ້ນ ເຊິ່ງເຮັດໃຫ້ການແຜ່ລະບາດໄວຂຶ້ນຕື່ມອີກ.