ອິນເດຍ ເສຍຊີວິດຈາກໂຄວິດສະສົມ ກວ່າ 2 ແສນຄົນ ຍອດຕິດເຊື້ອປະຈຳວັນສູງສຸດ

315

ສະຖິຕິປະຈຳວັນຂອງອິນເດຍ ຍັງຕິດເຊື້ອໂຄວິດ-19 ໃນລະດັບຫຼາຍກ່ວາ 300.000 ຄົນ, ຂະນະທີ່ ສະຖິຕິຜູ້ເສຍຊີວິດ ເພີ່ມຂຶ້ນຫຼາຍກວ່າ 200.000 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ໃນວັນພຸດ ທີ 28 ເມສາ ວ່າ: ກະຊວງສາທາລະນະສຸກອິນເດຍໄດ້ລາຍງານສະຖິຕິຂອງໂຄວິດ-19 ໃນຮອບ 24 ຊົ່ວໂມງທີ່ຜ່ານມາ ຢືນຢັນມີຜູ້ຕິດເຊື້ອໃໝ່ 360.960 ຄົນ ເປັນສະຖິຕິປະຈຳວັນສູງສຸດ ທັງພາຍໃນ ແລະ ທົ່ວໂລກ. ນັບຕັ້ງຜະເຊີນກັບການແຜ່ລະບາດ ເມື່ອເດືອນມັງກອນ ປີຜ່ານມາ ແລະ ເປັນເວລາຕໍ່ເນື່ອງຄົບ 1 ອາທິດ ທີ່ປະເທດອິນເດຍ ໄດ້ຢືນຢັນຜູ້ຕິດເຊື້ອຫຼາຍກວ່າ 300.000 ຄົນ ເຮັດໃຫ້ປັດຈຸບັນ ມິຜູ້ຕິດເຊື້ອສະສົມຈາກໂຄວິດ-19 ເກືອບ 18 ລ້ານຄົນແລ້ວ.

อาจเป็นรูปภาพของ เด็ก และกลางแจ้ง

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ຂະນະທີ່ ໃນຮອບວັນດຽວກັນ, ມີຜູ້ເສຍຊີວິດ 3.293 ຄົນ ຖືເປັນຄັ້ງທຳອິດທີ່ອິນເດຍມີຜູ້ເສຍຊີວິດຈາກໂຄວິດ-19 ຫຼາຍກວ່າ 3.000 ຄົນໃນມື້ດຽວ ແລະ ສົ່ງຜົນໃຫ້ປັດຈຸບັນ ອິນເດຍມີສະຖິຕິຜູ້ເສຍຊີວິດສະສົມເປັນຢ່າງໜ້ອຍ 201.187 ຄົນ, ສ່ວນຈຳນວນຜູ້ປ່ວຍສະສົມທີ່ຍັງຄົງເຫຼືອໃນລະບົບ ມີຢ່າງໜ້ອຍ 2.978.709 ຄົນ.