ຄະນະສະເພາະກິດປ້ອງກັນໂຄວິດ-19 ແຂວງ ໄຊຍະບູລີ ລົງກວດກາອາຄານຮອງຮັບຜູ້ປ່ວຍ ເຊິ່ງກໍານົດເອົາຫໍພັກ ໂຮງຮຽນການເມືອງ-ການປົກຄອງແຂວງ ລວມມີ 49 ຫ້ອງ

648

ຄະນະສະເພາະກິດປ້ອງກັນໂຄວິດ-19 ແຂວງ ໄຊຍະບູລີ ລົງກວດກາອາຄານຮອງຮັບຜູ້ປ່ວຍ ເຊິ່ງກໍານົດເອົາຫໍພັກ ໂຮງຮຽນການເມືອງ-ການປົກຄອງແຂວງ ລວມມີ 49 ຫ້ອງ.

ໃນຕອນບ່າຍຂອງວັນທີ 27 ເມສາ,  ຄະນະສະເພາະກິດ ປ້ອງກັນ ສະກັດກັ້ນ ແລະ ຕ້ານພະຍາດ ໂຄວິດ-19 ແຂວງໄຊຍະບູລີ  ນໍາໂດຍ ທ່ານ ດຣ ນາງ ໄກຍະສອນ ສີດາ  ຫົວໜ້າ ພະແນກ ສາທາລະນະສຸກແຂວງ, ຮອງຫົວໜ້າຄະນະສະເພາະກິດ ປ້ອງກັນ, ສະກັດກັ້ນ ແລະ ຕ້ານພະຍາດ ໂຄວິດ-19 ຂັ້ນແຂວງ, ໄດ້ລົງກວດກາເບິ່ງຕົວຈິງອາຄານ-ສະຖານທີ່ຮອງຮັບຜູ້ທີ່ຕິດພະຍາດໂຄວິດ-19 ແລະ ຜູ້ທີ່ຖືກກັກກັນເພື່ອລໍຖ້າຜົນກວດ

ໂດຍໄດ້ກໍານົດເອົາຫໍພັກ ໂຮງຮຽນການເມືອງ-ການປົກຄອງແຂວງ ລວມມີ 49 ຫ້ອງ, ໃນນັ້ນ ໄດ້ກໍານົດເປັນຫ້ອງຄຸ້ມຄອງກໍລະນີ 30 ຫ້ອງ, ຫ້ອງກັກກັນບຸກຄະລາກອນແພດທີ່ເຮັດໜ້າທີ່ປິ່ນປົວຜູ້ຕິດໂຄວິດ-19 ຈໍານວນ 10 ຫ້ອງ, ຫ້ອງນອນແພດທີ່ປະຈໍາເພື່ອຕິດຕາມຄຸ້ມຄອງຜູ້ທີ່ມີຄວາມສ່ຽງ ຫຼື ກໍລະນີ ຢູ່ສູນດັ່ງກ່າວ 2 ຫ້ອງ, ຫ້ອງເກັບມ້ຽນອຸປະກອນການແພດ 3 ຫ້ອງ, ຫ້ອງນຸ່ງເຄື່ອງຊຸດປ້ອງປັນຕົວເອງ 3 ຫ້ອງ ແລະ ຫ້ອງແກ້ເຄື່ອງຊຸດປ້ອງກັນຕົວເອງ 1 ຫ້ອງ.

ທັງນີ້ກໍເພື່ອເປັນການກະກຽມຄວາມພ້ອມດ້ານທີ່ພັກອາໄສເພື່ອຮອງຮັບພົນລະເມືອງຊາວແຂວງ ໄຊຍະບູລີ ທີ່ກັບມາຈາກສະຖານທີ່-ທີ່ມີການແຜ່ລະບາດ ແລະ ຜູ້ທີ່ໃກ້ສິດກັບຜູ້ທີ່ຕິດ ພະຍາດໂຄວິດ-19 ກໍລະນີທີ 1 ຂອງແຂວງ ໄຊຍະບູລີ, ຜູ້ທີ່ສົງໄສ ຫຼື ມີອາການທີ່ເຂົ້າເຄືອຄ່າຍຂອງພະຍາດ ໂຄວິດ-19 ແລະ ເປັນບ່ອນກັກກັນແພດ-ໝໍທີ່ສໍາເລັດຈາກການປະຕິບັດໜ້າທີ່ກໍ່ຄືປິ່ນປົວຜູ້ທີ່ຕິດພະຍາດໂຄວິດ-19 ຢູ່ໂຮງໝໍແຂວງ ໄຊຍະບູລີ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ