ຫົວໜ້າຄູຝຶກ ນະຄອນປະຖົມ ຢືນຢັນຊັດເຈນບໍ່ຍອມປ່ອຍ ພຸດທະໄຊ ນັກເຕະລາວອອກຈາກທີມ

831

ພາຍຫຼັງທີ່ມີຂ່າວລືວ່າ ພຸດທະໄຊ ໂຄຈະເລີນ ກອງໜ້າທີມຊາດລາວ ບໍ່ຕໍ່ສັນຍາກັບທີມ ຫຼັງຈາກທີ່ຜິດຫວັງ ທີ່ທີມດວນຈຸດໂທດເສຍໃຫ້ ຂອນແກ່ນ 3-4 ໃນນັດຊີງໂຄຕ້າເລື່ອນຂຶ້ນສູ່ໄທລີກ 1 ບວກກັບ ພຸດທະໄຊ ໂພສຜ່ານເຟສບຸກສ່ວນຕົວວ່າ: ຂໍໂທດແຟນບານ ນະຄອນປະຖົມ ແລະ ຊາວລາວ ພ້ອມໃສ່ຂໍ້ຄວາມພາສາລາວວ່າ ເປັນການຈາກລາທີ່ດີທີ່ສຸດ ແຕ່ບໍ່ເຖິງເວລາທີ່ດີທີ່ສຸດ.

ຫຼ້າສຸດ ທ່ານ ທົງໄຊ ສຸຂະໂກກີ ຫົວໜ້າຄູຝຶກຂອງ ນະຄອນປະຖົມ ຢູໄນເຕັດ ທີມໃນໄທລີກ 2 ຢືນຢັນຜ່ານເຟສບຸກສ່ວນຕົວວ່າ: ຖ້າຂ້ອຍຍັງຢູ່ທີ່ນີ້ ບໍ່ມີທາງທີ່ຂ້ອຍຈະປ່ອຍເດັກຄົນນີ້ ( ພຸດທະໄຊ ໂຄຈະເລີນ ) ອອກຈາກທີມແນ່ນ່ອນ…ພວກເຮົາຜູກພັນກັນຫຼາຍກວ່າ ຄູຝຶກ ກັບ ນັກເຕະ ຫຼື ນາຍຈ້າງກັບລູກນ້ອງ ເພາະພວກເຮົາຄືອ້າຍນ້ອງກັນ.

ສໍາລັບ ພຸດທະໄຊ ໂຄຈະເລີນ ເກີດໃນວັນທີ 29 ທັນວາ 1995 ທີ່ບ້ານສຸນັນທາ ເມືອງ ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ເຄີຍຫລິ້ນໃຫ້ ທີມຊາດລາວ ມາຫລາຍ ຊຸດ ນັບຕັ້ງແຕ່ ຊຸດເຍົາວະຊົນ ຈົນເຖິງ ຊຸດໃຫຍ່.

ສ່ວນເສັ້ນທາງໃນສະໂມສອນ ພຸດທະໄຊ ເລີ່ມຈາກການເປັນນັກເຕະເຍົາວະຊົນ ທີ່ມາຈາກ ສະໂມສອນ ເອສະຣາ ຫລິ້ນໃຫ້ກັບ ສະໂມສອນ ນັບຕັ້ງແຕ່ປີ 2007 ຈົນເຖິງປີ 2014, ປີ 2015 ຫລິ້ນໃຫ້ກັບ ສະໂມສອນ ຮ່ວາງແອ໋ງອັດຕະປື ເອຟຊີ, ປີ 2016 ຫລິ້ນໃຫ້ກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ພ້ອມພາທີມຄວ້າມແຊັມ ລາວພຣີເມຍລີກ ແລະ ຮອງແຊັມ TOYOTA MEKONG CLUB CHAMPIONSHIP 2017 ກ່ອນທີ່ປີ 2018 ຈະຍ້າຍໄປຫຼິ້ນໃຫ້ກັບ ນະຄອນປະຖົມ ຢູໄນເຕັດ ຈົນເຖິງປັດຈຸບັນ.