ທາງການແລ້ວ! ຟລອຍ ກໍານົດຊົກ ໂລແກນ ພອລ ນັກຢູທູບເບີທີ່ມີຊື່ສຽງ 6 ມິຖຸນານີ້

503

ຟລອຍ ເມເວດເທີ ຈູເນຍ ນັກກມວຍຊາວອາເມຣິກາ ທີ່ສະກົດຄໍາວ່າເສຍບໍ່ເປັນ ປະກາດຢ່າງເປັນທາງການຈະຊົກໄຟທ໌ພິເສດກັບ ໂລແກນ ພອລ ນັກຢູທູບເບີ ໃນວັນທີ 6 ມິຖຸນາ 2021 ຕາມເວລາໃນທ້ອງຖິ່ນ ( ເລື່ອນຈາກເດືອນກຸມພາ ).

ກາຍເປັນໄຟທ໌ທີ 3 ທີ່ ຟລອຍ ບໍ່ໄດ້ຊົກກັບນັກມວຍສາກົນອາຊີບ ໂດຍຄັ້ງທໍາອິດເກີດຂຶ້ນໃນເດືອນສິງຫາ 2017 ຊະນະນ໊ອກ ຄໍເນີ ແມັກເກຣກີ ນັກກີລາຕໍ່ສູ້ແບບປະສົບປະສານຈາກວົງການ UFC ເຊິ່ງສາມາດກວາດເງິນຈາກໄຟທ໌ດັ່ງກ່າວເຖິງ 300 ລ້ານໂດລາ ແລະ ໄຟທ໌ຕໍ່ມາ ເອົາຊະນະນ໊ອກ ເທນຊິນ ນາຊູກາວາ ນັກກີລາຄິກບ໊ອກຊີ້ງຊາວຍີ່ປຸ່ນ.

ສໍາລັບ ຟລອຍ ປັດຈຸບັນອາຍຸ 44 ປີຄອງສະຖິຕິຊົກຊະນະ 50 ໄຟທ໌ລຽນຕິດ, ສ່ວນ ໂລແກນ ພອລ ອາຍຸພຽງ 26 ປີເຄີຍຂຶ້ນຊົກມວຍສາກົນອາຊີບພຽງຄັ້ງດຽວໃນປີ 2019 ກ່ອນເສຍໃຫ້ກັບ ເຄເອສໄອ.

.