8 ເທັກນິກອອກກໍາລັງກາຍ ຫ່າງໄກຈາກໂຄວິດ-19 ງ່າຍໆ

623

ສຳລັບຜູ້ທີ່ມັກອອກກຳລັງກາຍນອກເຮືອນ ເພື່ອປ້ອງກັນຄວາມສ່ຽງໃນການຕິດເຊື້ອ ໂຄວິດ-19 ແລະ ຊ່ວຍຫລຸດການແຜ່ກະຈາຍຂອງເຊື້ອໄວຣັດໂຄວິດ-19 ການກຽມຕົວ ຢ່າງຖືກວິທີເປັນເລື່ອງສໍາຄັນເພື່ອຈະໄດ້ອອກກໍາລັງກາຍໄດ້ແບບສະບາຍໃຈຫ່າງໄກໂລກ

 8 ເທັກນິກການອອກກໍາລັງກາຍນອກບ້ານຫ່າງໄກໂຄວິດ-19 ສາມາດເຮັດໄດ້ດັ່ງນີ້:

  1. ຫຼີກລ່ຽງສະຖານທີ່ມີຄົນຫຼາຍ ຮັກສາໄລຍະຫ່າງໃຫ້ຫລາຍທີ່ສຸດຢ່າງຫນ້ອຍ 2 ແມັດ ເນື່ອງຈາກມີຄົນໄອ-ຈາມ ລະອອງອາດໄປໄດ້ໄກກວ່າປົກກະຕິຈາກຄວາມໄວໃນການແລ່ນ ແລະ ລົມພັດ
  2. ຍົກເວັ້ນການຈັບກຸ່ມສົນທະນາ ຫລື ລວມກຸ່ມອອກກຳລັງກາຍ ແລະ ບໍ່ຖົ່ມນໍ້າລາຍ ຫລື ສັ່ງຂີ້ມູກລົງພື້ນ
  3. ຫາກມີອາການໄຂ້, ໄອ ບໍ່ສະບາຍຄວນພັກການອອກກຳລັງກາຍ ແລະ ງົດອອກກຳລັງກາຍນອກບ້ານ
  4. ຄວນໃສ່ຫນ້າກາກຜ້າ ຫລື ຫນ້າກາກອະນາໄມ ຂະນະເດີນທາງໄປອອກກຳລັງກາຍ
  5. ຂະນະອອກກຳລັງກາຍ ຫມັ່ນປະເມີນຕົນເອງ ເລືອກຊະນິດການອອກກຳລັງກາຍ ແລະ ຫນ້າກາກໃຫ້ເຫມາະສົມໂດຍບໍ່ອອກກຳລັງກາຍຫັກໂຫມຈົນເກີນໄປ
  6. ຫາກອອກກຳລັງກາຍໃນສະຖານທີ່ທີ່ຄົນບໍ່ຫລາຍ ບໍ່ແນະນຳໃຫ້ໃສ່ຫນ້າກາກຂະນະອອກກຳລັງກາຍ ໂດຍສະເພາະຜູ້ທີ່ບໍ່ໄດ້ອອກກຳລັງກາຍເປັນປະຈຳ, ຜູ້ສູງອາຍຸ ຫລື ຜູ້ທີ່ມີໂລກປະຈຳຕົວ
  7. ເລືອກໃຊ້ຜ້າຄຸມບໍລິເວນປາກ ແລະ ດັງ ແທນການໃສ່ຫນ້າກາກໄດ້ຊ່ວຍໃຫ້ຫາຍໃຈໄດ້ສະດວກກວ່າ ສາມາດຫຼຸດໄລຍະທາງການກະຈາຍຂອງລະອອງຝຸ່ນໄດ້ສ່ວນຫນຶ່ງຫາກຜູ້ໃສ່ ໄອ ຈາມ ແຕ່ປະສິດທິພາບການປ້ອງກັນຈະບໍ່ທຽບເທົ່າຫນ້າກາກອະນາໄມ ແລະ ຫາກໃສ່ຄຸມຢູ່ຕະຫລອດກໍເຮັດໃຫ້ເກີດຄວາມຮ້ອນ ແລະ ອຶດອັດໄດ້ເຊັ່ນກັນ
  8. ຮັກສາສຸຂະອະນາໄມຕະຫລອດເວລາ ຫມັ່ນລ້າງມື ບໍ່ເອົາມືໄປສຳຜັດໃບຫນ້າ

ຈາກເຫດການໂຄວິດ-19 ທຸກຄົນຕ້ອງຮຽນຮູ້ທີ່ຈະປັບຕົວ ແລະ ດໍາລົງຊີວິດແບບໃຫມ່ ທີ່ສໍາຄັນຢ່າລືມປະເມີນຕົນເອງຢູ່ສະເຫມີ ເພື່ອຈະໄດ້ກັບມາອອກກຳລັງກາຍໄດ້ຢ່າງມີປະສິດທິພາບ, ປາສະຈາກໂລກ ເພາະການອອກຳລັງກາຍຊ່ວຍສ້າງພູມຕ້ານທານໃຫ້ຮ່າງກາມີສຸຂະພາບແຂງແຮງໃນໄລຍະຍາວ ແລະ ຍັງຊ່ວຍຫຼຸດຄວາມຕຶງຄຽດໄດ້ເຊັ່ນກັນຄຽງຄູ່ກັບບໍລິຖພກອາຫານທີ່ດີຕໍ່ສຸຂະພາບ.