ການຄ້າ ນວ ອອກຄຳແນະນຳເພີ່ມທະວີມາດຕະການປ້ອງກັນພະຍາດໂຄວິດ-19ໃນໂຮງງານ

475

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ອອກແຈ້ງການແນະນໍາ ເລກທີ 540/ອຄ.ນວ.ອຫ, ລົງວັນທີ 26 ເມສາ 2021 ເຖິງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ 09 ຕົວເມືອງ ໃນ ນວ, ຜູ້ອໍານວຍການໂຮງງານ ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທົ່ວ ນວ, ພະນັກງານ, ກໍາມະກອນ ທີ່ເຮັດວຽກຢູ່ບັນດາໂຮງງານ ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳ ໃນ ນວ ເລື່ອງການເພີ່ມທະວີ ແລະ ມາດຕະການ ສະກັດກັ້ນ, ຄຸມຄວບ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນໂຮງງານ ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ຮອດວັນທີ 05 ພຶດສະພາ 2021.

ພະແນກ ອຸດສາຫະກໍາ ແລະ ການຄ້າ ນວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຊາບ ແລະ ປະຕິບັດ ດັ່ງນີ້:
1. ໃຫ້ບັນດາໂຮງງານ ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທຸກຂະໜາດ, ທຸກປະເພດ ໃນຂອບເຂດທົ່ວ ນວ ສືບຕໍ່ເຜີຍແຜ່ ແລະ ເພີ່ມທະວີປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19 ຕາມຄໍາສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021; ຄໍາແນະນໍາຂອງນະຄອນຫຼວງວຽງຈັນ ສະບັບເລກທີ 006 /ຈນວ, ລົງວັນທີ 22 ເມສາ 2021 ແລະ ແຈ້ງການຄະນະສະເພາະກິດຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0310 /ອຄ.ກອຫ, ລົງວັນທີ 23ເມສາ 2021 ເລະ ແຈ້ງການ ເລກທີ 0323/ອຄ.ກອຫ, ລົງວັນທີ 26 ເມສາ 2021 ຢ່າງເຂັ້ມງວດ.

2. ໃຫ້ໂຮງງານຕັດຫຍິບ ແລະ ໂຮງງານຜະລິດເກີບ ຢຸດເຊົາຊົ່ວຄາວການດໍາເນີນກິດຈະການໂຮງງານຈົນຮອດວັນທີ 05 ພຶດສະພາ 2021 ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19, ຍົກເວັ້ນໂຮງງານທີ່ນຳໃຊ້ສະເພາະກໍາມະກອນ ຢູ່ຫໍພັກໃນຂອບເຂດໂຮງງານ.


3. ໂຮງງານ ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ຍົກເວັ້ນຂໍ້ 2 ທີ່ມີຄວາມຈໍາເປັນເປີດດໍາເນີນກິດຈະການ ສາມາດດໍາເນີນໄດ້ ໂດຍຕ້ອງປະຕິບັດດັ່ງນີ້:
ຕ້ອງກວດວັດແທກອຸນຫະພູມພະນັກງານ, ກໍາມະກອນ ຢູ່ປະຕູທາງ ເຂົ້າ-ອອກໂຮງງານ, ຫ້ອງການ ແລະ ສະຖານທີ່ເຮັດວຽກ ເປັນປະຈໍາ, ກໍລະນີພົບເຫັນຜູ້ມີອາການໄຂ້(ອຸນຫະພູມສູງກວ່າ 37.5 ອົງສາ), ໄອ, ຫາຍໃຈຍາກ ຫຼື ມີອາການສົງໂສວ່າເປັນພະຍາດ ໂຄວິດ-19 ຕ້ອງສົ່ງເຂົ້າຫ້ອງແຍກປ່ຽວຂອງໂຮງງານແລ້ວໂທປຶກສາສາຍດ່ວນ 165, 166 ແລະ ພົວພັນໃຫ້ແພດໝໍເຂົ້າກວດທັນທີ.


ຕ້ອງຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ຢູ່ສະຖານທີ່ເຮັດວຽກ, ຫ້ອງອາຫານ ແລະ ບ່ອນພັກເຊົາຂອງໂຮງງານພ້ອມທັງໃຫ້ຈັດຕັ້ງການຜັດປ່ຽນການເຮັດວຽກ ເພື່ອຫຼຸດຜ່ອນຄວາມແອອັດ.
ຕ້ອງໃສ່ຜ້າປິດ ປາກ-ດັງ ທຸກຄັ້ງ ໃນເວລາຢູ່ສະຖານທີ່ເຮັດວຽກ ແລະ ສະຖານທີ່ ທີ່ມີຄົນຈໍານວນ ຫຼາຍ.
ຕ້ອງມີນ້ຳດື່ມສະອາດ, ມີບ່ອນລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມື ຖືກຕາມຫຼັກການອະນາໄມ
ຫ້າມເຮັດກິດຈະກໍາຊຸມແຊວ ຫຼື ກິນເຂົ້າຮ່ວມກັນ ຫຼື ພົວພັນແບບໃກ້ຊິດທີ່ບໍ່ສາມາດຮັກສາໄລຍະຫ່າງ ຫຼືກິດຈະກໍາທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ.


4. ສໍາລັບ ພະນັກງານກໍາມະກອນທີ່ຢູ່ຕ່າງເມືອງ, ຕ່າງແຂວງ ແລະ ເຂດທີ່ມີການຕິດເຊື້ອ ໂຄວິດ-10 ແມ່ນຫ້າມມາເຮັດວຽກ ແລະ ບໍ່ໃຫ້ອອກຈາກເຮືອນ ຈໍາກັດບໍລິເວນຈົນຄົບ 14 ວັນ ຕາມກໍານົດເວລາ.
5. ສໍາລັບ ໂຮງງານທີ່ມີຄວາມສ່ຽງບໍ່ສາມາດປະຕິບັດໄດ້ຕາມມາດຕະການປ້ອງກັນ ຫຼື ບໍ່ປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດ ແມ່ນມອບໃຫ້ຫ້ອງການ ອຸດສາຫະກໍາ ແລະ ການຄ້າເມືອງຄົ້ນຄວ້າ ຮ່ວມກັບຄະນະສະເພາະກິດຂັ້ນເມືອງ, ອຳນາດການປົກຄອງບ້ານ ແລະ ເອກະພາບກັບສາຍຕັ້ງປະເມີນ ຖ້າມີຄວາມຈໍາເປັນຕ້ອງປິດແມ່ນໃຫ້ນຳສະເໜີ ທ່ານ ເຈົ້າເມືອງ ສັ່ງປິດດຳເນີນກິດຈະການຊົ່ວຄາວ.
6. ໃຫ້ຫ້ອງການ ອຸດສາຫະກໍາ ແລະ ການຄ້າ ເມືອງສະຫຼຸບລາຍງານໃຫ້ພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເປັນແຕ່ລະວັນ.


7. ແຈ້ງການແນະນໍາສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນແຈ້ງການແນະນຳເລກທີ 0524/ອຄ.ນວ.ອຫ, ລົງວັນທີ 22 ເມສາ 2021. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຮັບຊາບ ແລະ ປະຕິບັດ ຕາມເນື້ອໃນແຈ້ງການແນະນຳສະບັບນີ້ຢ່າງ