ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອມອບວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ລວມ 4 ຄັ້ງ

510

ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອມອບວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ລວມ 4 ຄັ້ງ ມີຫຼາຍກວ່າ 1,4 ລ້ານໂດສ ເຊິ່ງຄັ້ງທີ 1 ມອບໃນທ້າຍປີ 2020 ຈຳນວນ 3.000 ໂດສ, ຄັ້ງທີສອງ 3 ແສນໂດສ, ຄັ້ງທີສາມ 8 ແສນໂດສ ແລະ ຄັ້ງນີ້ແມ່ນ 3 ແສນໂດສ.


ພິທີມອບ-ຮັບ ວັກແຊັງປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ແລະ ເຂັມສັກຢາຈຳນວນໜຶ່ງ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ແຫ່ງ ສປ ຈີນ ໃຫ້ແກ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 27 ເມສາ 2021 ທີ່ ກະຊວງສາທາລະນະສຸກ. ຕາງໜ້າລັດຖະບານຈີນມອບໂດຍ ທ່ານ ຈ່ຽງ ຈາຍຕົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຕາງໜ້າລັດຖະບານລາວຮັບໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.


ໃນພິທີດັ່ງກ່າວ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ໂດຍຜ່ານສະຫາຍ ຈ່ຽງ ຈາຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ທີ່ເວລາໃດກໍໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ລັດຖະບານ ກໍຄືປະຊາຊົນລາວ, ຊຶ່ງສະແດງໃຫ້ເຫັນເຖິງນໍ້າໃຈເອື້ອເຟື້ອເພື່ອແຜ່ ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ແລະ ເປັນການຢືນຢັນເຖິງການເປັນເພື່ອນມິດສະຫາຍ ອ້າຍນ້ອງ ທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ.

ນອກຈາກນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍ ແລະ ທັນການ ບໍ່ວ່າຈະເປັນທາງດ້ານອຸປະກອນການເເພດ, ໜ້າກາກອະນາໄມ, ນໍ້າຢາກວດເຊື້ອພະຍາດ, ໂດຍສະເພາະ ຢາວັກແຊັງເພື່ອປ້ອງກັນພະຍາດໂຄວິດ-19 ໄລຍະຜ່ານມາ. ຢາວັກແຊັງທີ່ ສປ ຈີນ ໃຫ້ການຊ່ວຍເຫລືອ ສປປ ລາວ ແມ່ນມີປະສິດທິພາບ ແລະ ຄວາມປອດໄພສູງ, ຊຶ່ງລັດຖະບານ ສປປ ລາວ ໄດ້ນຳໄປສັກໃຫ້ແກ່ພະນັກງານປະຈຳດ່ານ, ແພດຫມໍ, ເຈົ້າໜ້າທີ່ຢູ່ດ່ານໜ້າ ແລະ ພໍ່ແມ່ປະຊາຊົນລາວ ລວມທັງທູຕານຸທູດຕ່າງປະເທດ ແລະ ຄົນຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ. ການຊ່ວຍເຫຼືອເພີ່ມເຕີມໃໝ່ໃນຄັ້ງນີ້, ຈະເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ລັດຖະບານລາວ ໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ທີ່ພວມຄຸກຄາມປະຊາຊົນລາວໃນຂອບເຂດທົ່ວປະເທດຢ່າງຮ້າຍແຮງ.


ໃນໂອກາດດຽວກັນ, ທ່ານ ຈ່ຽງ ຈາຍຕົງ ໄດ້ສະແດງຄວາມຍິນດີໃນການຊ່ວຍເຫຼືອຄັ້ງນີ້ ຊຶ່ງບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສູງຂອງ ສປ ຈີນ ແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ຂອງຄູ່ຮ່ວມຊະຕາກໍາລາວ-ຈີນ ໃນການຊ່ວຍໜູນກັນອີກດ້ວຍ. ສປ ຈີນ ຍິນດີຄຽງຄູ່ກັບຝ່າຍ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊະຕາກໍາທາງດ້ານສາທາລານະສຸກຂອງມວນມະນຸດ ເພື່ອນໍາເອົາຜົນປະໂຫຍດສູ່ປະຊາຊົນທົ່ວໂລກ.