ຫົວພັນເປັນພຽງ 1 ໃນ 3 ແຂວງທີ່ຍັງປອດເຊື້ອໂຄວິດ-19 ພາຍຫຼັງທີ່ຄະນະສະເພາະກິດຖະແຫຼງມື້ນີ້ ຊຽງຂວາງເຊິ່ງເປັນແຂວງທີ 4 ຕິດແລ້ວ ໜຶ່ງຄົນ ຫຼ້າສຸດຫ້ອງວ່າການປົກຄອງແຂວງຫົວພັນອອກແຈ້ງການລັອກດາວໂຕແຂວງຄົນໃນຫ້າມອອກ-ຄົນນອກຫ້າມເຂົ້າ, ບໍ່ໃຫ້ອອກນອກຮົ້ວຮາວນັບແຕ່ເວລາ 6:00 ໂມງຂອງວັນທີ 28 ເມສາເປັນຕົ້ນໄປ.
ແຂວງຫົວພັນ ໄດ້ອອກແຈ້ງການເພີ່ມເຕີມສະບັບເລກທີ 1944/ຫວຂ,ຫພ ລົງວັນທີ: 27 /04/2021 ເຖິງບັນດາ ທ່ານ ຫົວຫນ້າພະແນກການ, ອົງການທຽບເທົ່າ, ສະພາປະຊາຊົນແຂວງ, ກອງບັນຊາການທະຫານເເຂວງ, ກອງບັນຊາການ ປກສ ແຂວງ ແລະ ບັນດາເຈົ້າເມືອງ ເມືອງທົ່ວເເຂວງຫົວພັນໃຫ້ເພີ່ມທະວີ ແລະ ເອົາໃຈໃສ່ໃນການປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ ໂຄວິດ -19ໃນໄລຍະນີ້.
ກ່ຽວກັບການການເພີ່ມທະວີ ແລະ ເອົາໃຈໃສ່ໃນການປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ – 19 ໃນແຂວງຫົວພັນມີດັ່ງນີ້:
1. ຫ້າມພົນລະເມືອງແຂວງ ເດີນທາງອອກຈາກບ້ານ, ເມືອງ, ແຂວງ ແລະ ຫ້າມພົນລະເມືອງທີ່ເດີນທາງມາ ຈາກຕ່າງແຂວງ, ຈາກຕ່າງປະເທດເຂົ້າມາແຂວງຫົວພັນຢ່າງເດັດຂາດ, ຍົກເວັ້ນກໍລະນີພິເສດ ແລະ ມີຄວາມຈໍາເປັນເຊັ່ນ: ໄປປະຕິບັດຫນ້າທີ່ທາງລັດຖະການທີ່ຈໍາເປັນ-ຮີບດ່ວນ, ມີການເຈັບເປັນໄປໂຮງຫມໍເທົ້ານັ້ນ. ສ່ວນລົດ ຂົນສົ່ງສິນຄ້າ ແລະ ຜູ້ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກແຂວງຫົວພັນ, ຕ້ອງໄດ້ຮັບອະນຸຍາດ ຈາກຄະນະ ສະເພາະກິດຂັ້ນແຂວງ ຫລີ ຂັ້ນເມືອງສາກ່ອນ.
2. ຫ້າມພະນັກງານລັດຖະກອນ, ທະຫານ, ຕໍາຫລວດ, ກໍາມະກອນ, ນັກຮຽນນັກສຶກສາ, ນັກບວດ ຊາວ ຕ່າງດ້າວ, ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດ ທີ່ອາໄສຢູ່ແຂວງຫົວພັນ ອອກຈາກທີ່ພັກອາໄສ(ເຮືອນ) ເລີ່ມແຕ່ເວລາ 6 ໂມງ 00 ຂອງວັນທີ 28 / 04 / 2021 ເຖິງ ເວລາ 24 ໂມງ 00 ຂອງວັນທີ 05/05/2011, ຍົກເວັ້ນກໍລະນີ ພິເສດ ແລະ ມີຄວາມຈໍາເປັນ (ດັ່ງຂໍ້ຫ້າມທີ 1 ຂ້າງເທິງ); ໃນນີ້ ບັນຫາສໍາຄັນ ຖ້າພົບເຫັນ ແລະ ກວດພົບຜູ້ຕິດເຊື້ອ ແລະ ມີຄວາມສ່ຽງຢູ່ບ້ານໃດ, ເມືອງໃດ ແມ່ນໃຫ້ປະຕິບັດຢ່າງເຂັ້ມງວດ ຕາມມາດຕະການຕ່າງໆ ຂອງສູນກາງ ແລະ ຂອງແຂວງ ທີ່ໄດ້ປະກາດໄປກ່ອນແລ້ວນັ້ນ.
3. ການກໍານົດດ່ານຈຸດຄັດກອງກວດຄົນເຂົ້າ-ອອກຂອງບັນດາເມືອງ, ແມ່ນໃຫ້ອີງໃສ່ເງື່ອນໄຂຄວາມເຫມາະສົມຕົວຈິງເຊັ່ນ: ຈຸດເສັ້ນຊາຍແດນລະຫ່ວາງເມືອງຕໍ່ເມືອງ ຫຼື ຈຸດເຂົ້າ-ອອກຜ່ານເມືອງ ເພື່ອສະດວກໃນການ ປະຕິບັດຫນ້າທີ່ ແລະ ຮັບປະກັນບໍ່ໃຫ້ຜູ້ເດີນທາງມາຈາກເມືອງ ແລະ ແຂວງອື່ນລັກລອບຜ່ານເຂົ້າເມືອງຕົນເອງໄດ້ ເພື່ອຮັບປະກັນການປະຕິບັດຫນ້າທີ່ ຂອງພະນັກງານປະຈໍາຈຸດຄັດກອງ ໃຫ້ມີປະສິດທິພາບ ແລະ ມີຄວາມສະດວກ ເທົ່າທີ່ຄວນ.
ພ້ອມນີ້ ມອບໃຫ້ພະແນກສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກເມືອງ, ໂຮງຫມໍຕ່າງໆ ກະກຽມ ຄວາມພ້ອມທາງດ້ານສະຖານທີ່ກັກກັນຜູ້ທີ່ຢູ່ໃນກຸ່ມສ່ຽງ, ສະຖານທີ່ກັກກັນ ຂອງພະນັກງານແພດຫມໍ ທີ່ ປະຕິບັດຫນ້າທີ່ຄົບຕາມກໍານົດເວລາ ແລະ ກະກຽມບ່ອນປິ່ນປົວຜູ້ຕິດເຊື້ອໃຫ້ພຽງພໍ ພ້ອມທັງປະຕິບັດຕາມ ຫຼັກການ ວິຊາສະເພາະຢ່າງເຂັ້ມງວດ ຫາກມີອັນໃດເຫັນວ່າມີຄວາມຈໍາເປັນ ແລະ ຫຍຸ້ງຍາກໃຫ້ຮີບຮ້ອນລາຍງານ ການນໍາແຂວງຮັບຊາບ ເພື່ອໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດຖືກຕ້ອງ ແລະ ທັນກໍານົດເວລາ.
ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ປະຊາຊົນບັນດາເຜົ່າ, ບໍລິສັດ, ນັກທຸລະກິດ, ຜູ້ປະກອບການ, ຊາວຄ້າ-ຂາຍ ແລະ ນິຕິບຸກຄົນ ທີ່ດໍາລົງຊີວິດຢູ່ແຂວງຫົວພັນ, ຢູ່ຕ່າງແຂວງ ແລະ ຢູ່ ຕ່າງປະເທດ ທີ່ມີຈິດໃຈ າກຊ່ວຍເຫຼືອປະກອບສ່ວນທາງດ້ານ ງົບປະມານ, ປາປົວພະຍາດ ແລະ ວັດຖຸອຸປະກອນ ຕ່າງໆ ດັ່ງທີ່ກ່າວມາຂ້າງເທິງນັ້ນ ໃຫ້ໄປພົວພັນ ແລະ ຕິດຕໍ່ ຫ້ອງການກອງເລຂາຄະນະສະເພາະກິດໂຄວິດ-19 ທີ່ ຫ້ອງວ່າການແຂວງ ຫລື ຫ້ອງວ່າການເມືອງ 10 ທົ່ວແຂວງຕາມເບີ້ໂທລຸ່ມນີ້: ທ່ານ ນວນໄຊ ອິນທະບົວລີ 020 55000555 ທ່ານ ນ. ພຸດສະດາ ພີມສຸວັດ 020 22347456.
ແຈ້ງການເພີ່ມເຕີມ