ບອກວິທີເຮັດປຸ໋ຍໝັກສູດໝາກມ່ວງດົກ ຜູ້ມັກຮັກກະສິກຳຕ້ອງຮູ້

616

ຍາມນີ້ພໍດີໝາກມ່ວງເປັນດອກ ຈຳນວນໜຶ່ງທີ່ເປັນໝາກໄວກໍເລີ່ມຫຼົ່ນ ບາງຈຳນວນທີ່ຈັບບໍ່ແໜ້ນແລ້ວ, ມື້ນີ້ຄໍລະກຳສິກຳ ຈະເອົາສູດເຮັດປຸ໋ຍໝັກເຮັດໃຫ້ໝາກມ່ວງດົກມາຝາກທ່ານຜູ້ອ່ານ ຖ້າປີນີ້ກາຍແລ້ວເອົາໄວ້ໃຊ້ປີໜ້າກໍຍັງດີ.

ສຳລັບປຸ໋ຍທີ່ໃຊ້ຊ່ວຍໃຫ້ໝາກມ່ວງເປັນດົກ ຜ່ານມາຄົນສ່ວນໃຫຍ່ຈະໃຊ້ຂີ້ເຈຍ ແຕ່ກໍບໍ່ແມ່ນເລື່ອງງ່າຍສຳລັບການຫາຂີ້ເຈຍມາເປັນຝຸ່ນ, ສະນັ້ນເຮົາໃຊ້ສູດນີ້ແທນສະດວກກວ່າຫຼາຍ ມັນຈະຊ່ວຍກະຕຸ້ນການອອກດອກ ເຊິ່ງບໍ່ພຽງຈະອອກໝາກຫຼາຍເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ໝາກມ່ວງເປັນນອກລະດູການອີກ.

อาจเป็นรูปภาพของ ผลไม้, ต้นไม้ และกลางแจ้ง

▶ສຳລັບວັດຖຸດິບທີ່ນຳໃຊ້ປະກອບມີ:

1. ຝຸ່ນຄອກ 10 ກິໂລ

2. ຂີ້ແກບດິນ 5 ກິໂລ

3. ນ້ຳໝັກປາ 200 ມິນລີລິດ ( ໃນນີ້ມີເສດປາ 3 ສ່ວນ, ກາກນ້ຳຕານ 1 ສ່ວນ ປະສົມເຂົ້າກັນແລ້ວໝັກປະໄວ້ 2 – 3 ເດືອນກ່ອນນຳມາໃຊ້ເປັນສ່ວນປະສົມນີ້ )

4. ນ້ຳໝາກໄມ້ 400 ມິນລີລິດ ( ໝາກໄມ້ສຸກຊະນິດໃດກໍໄດ້ 3 ສ່ວນ, ກາກນ້ຳຕານ 1 ສ່ວນ ປະສົມໃຫ້ເຂົ້າກັນແລ້ວໝັກປະໄວ້ 2 – 3 ເດືອນ ກ່ອນເອົາມາເປັນສ່ວນປະສົມໃນນີ້ )

5. ປູນຂາວ 8 ກຣາມ

6. ປຸ໋ຍຢູເຣຍ 5 ກຣາມ

7. ນ້ຳສະອາດ 20 ລິດ

8. ຖັງສຳລັບໝັກ

อาจเป็นรูปภาพของ กลางแจ้ง

▶ວິທີເຮັດປຸ໋ຍໝັກເລັ່ງໝາກມ່ວງນອກລະດູການ

1. ເລີ່ມຈາກການກຽມນ້ຳສຳລັບຫົດກອງປຸ໋ຍ ໂດຍນ້ຳໝັກປາກັບນ້ຳໝັກໝາກໄມ້ສຸກປະສົມນ້ຳ 20 ລິດ.

2. ເຮັດປຸ໋ຍໂດຍກອງເປັນຊັ້ນໆ ຊັ້ນທຳອິດເປັນແກບດິບກອງໃຫ້ແໜ້ນແລ້ວນຳນ້ຳກອງປຸ໋ຍທີ່ປະສົມກຽມໄວ້ ແລ້ວມາຫົດໃຫ້ທົ່ວກອງ

3. ຈາກນັ້ນນຳປຸ໋ຍຢູເຣຍ ມູນສັດມາໂຮຍໃຫ້ທົ່ວກອງປຸ໋ຍເປັນຊັ້ນທີສອງ ແລ້ວຫົດນ້ຳກອງປຸ໋ຍອີກຮອບໜຶ່ງ.

4. ນຳແກບດິບມາກອງທັນອີກຊັ້ນໜຶ່ງແລ້ວໃສ່ປຸ໋ຍຢູເຣຍ ມູນສັດຫົດນ້ຳກອງປຸ໋ຍ ເຮັດແບບນີ້ຕາມລຳດັບລຽງເປັນຊັ້ນເລື້ອຍໆປະມານ 3 ຊັ້ນ.

5. ຊັ້ນເທິງສຸດຂອງກອງປຸ໋ຍໃຫ້ນຳແກບດິບມາປິດທັບເປັນຊັ້ນສຸດທ້າຍ ເພື່ອຮັກສາຄວາມຊຸ່ມແລ້ວຫົດນ້ຳກອງປຸ໋ຍອີກຄັ້ງ.

6. ໝັກປຸ໋ຍເປັນເວລາ 1 – 3 ເດືອນ ລະຫວ່າງໝັກໃຫ້ຫົດນ້ຳທີ່ກອງປຸ໋ຍເປັນປະຈຳໃຫ້ມີຄວາມຊຸ່ມຢູ່ທີ່ 60% ຕະຫຼອດເວລາ ຈົນຄົບກຳນົດກໍເອົາມາໃຊ້ໄດ້ເລີຍ.

อาจเป็นรูปภาพของ ข้อความ

▶ວິທີໃຊ້: ນຳປຸ໋ຍໝັກໄປໂຮຍອ້ອມຮອບຕົ້ນໝາກມ່ວງໃຫ້ທົ່ວ ເພື່ອບຳລຸງດິນ ແລະ ເລັ່ງການຈະເລີນເຕີບໂຕໃນທຸກສ່ວນຂອງຕົ້ນໝາກມ່ວງ ໂດຍໃສ່ປີລະ 2 – 3 ຄັ້ງ ຈະເຮັດໃຫ້ຕົ້ນໝາກມ່ວງຕິດດອກຕິດຜົນດີໃຫ້ຜົນຜະລິດຕະຫຼອດປີ, ຮູ້ແບບນີ້ແລ້ວລອງນຳເອົາເຕັກນິກນີ້ໄປໃຊ້ເບິ່ງນໍ!.

APB