ທ່ານນາຍົກຊີ້ນຳໃຫ້ ຜູ້ຕິດເຊື້ອໂຄວິດ-19 ແຈ້ງຂໍ້ມູນລະອຽດຄົນທີ່ມີການພົວພັນ ເພື່ອຄວາມສະດວກຕໍເຈົ້າໜ້າທີ່

582

ສະພາບການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລາມໄປຫຼາຍບ່ອນ ຍ້ອນຜູ້ຕິດເຊື້ອເຄື່ອນໄຫວໄປຫຼາຍຈຸດ ແລະມີການຕິດຕໍ່ໆກັນຈາກຄົນໜຶ່ງສູ່ອີກຫຼາຍຄົນ ເຊິ່ງນັ້ນລ້ວນມາຈາກຜູ້ທີ່ໄດ້ມີການພົວພັນໃກ້ຊິດ ດ້ວຍເຫດນິ້ການຈຳກັດບໍລິເວນກໍ່ເພື່ອນຳເອົາຜູ້ທີ່ໄດ້ມີການສຳຜັດມາກວດກາເຊື້ອຕີຖອຍການແຜ່ເຊື້ອຕໍ່ ທ່ານນາຍົກລັດຖະມົນຕີຈິ່ງມີທິດຊີ້ນຳໃຫ້ຜູ້ທີ່ຕິດເຊື້ອໂຄວິດ -19 ແລ້ວຈົ່ງໃຫ້ຂໍ້ມູນລະອຽດຜູ້ໄດ້ໃກ້ຊິດ ເພື່ອສະດວກຕໍ່ເຈົ້າໜ້າທີ່ໃນການເກັບກຳບັນຊີ ແລະແກ້ໄຂໄດ້ທັນເຫດ.

ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 406 /ຫສນຍ ນະຄອນຫຼວງວຽງຈັນ, ວັນທີ 26 ເມສາ 2021 ໄດ້ລະບຸໄວ້ໃນວຽກງານຂອງກະຊວງສາທາລະນະສຸກ ແມ່ນໃຫ້ສືບຕໍ່ຮັບຜິດຊອບ ສະຖານທີ່ປິ່ນປົວທີ່ຢູ່ໃນໂຮງຫມໍຕ່າງໆ ຂອງກະຊວງ ແລະ ຮັບຜິດຊອບທາງດ້ານເຕັກນິກວິຊາທາງດ້ານການແພດດ້ວຍ ມາດຕະຖານທີ່ເອກະພາບໃນທຸກສະຖານທີ່ປິ່ນປົວທັງສູນກາງ ແລະ ທ້ອງຖິ່ນ, ທັງໃຫ້ສືບຕໍ່ສອບຖາມຫາປະຫວັດການເຄື່ອນໄຫວ ຂອງຜູ້ຕິດເຊື້ອທຸກຄົນ ຕິດພັນກັບການຕິດຕາມເອົາຜູ້ສໍາຜັດໃກ້ຊິດ ມາກວດຫາເຊື້ອ ແລະ ລະດົມໃຫ້ຜູ້ຕິດເຊື້ອ ແຈ້ງຂໍ້ມູນ ສະພາບການເຄື່ອນໄຫວໃນໄລຍະທີ່ມີການພົວພັນກັບຜູ້ຕິດເຊື້ອທີ່ຕົນໄດ້ໃກ້ຊິດ ເພື່ອເປັນຂໍ້ມູນຮັບໃຊ້ການປະຕິບັດຫນ້າທີ່ຂອງ ທີມງານວິຊາການກ່ຽວຂ້ອງ.


ທຸກໂຮງຫມໍ ແລະ ສູນປິ່ນປົວ ຕ້ອງປະຕິບັດທາງດ້ານວິຊາສະເພາະ ທີ່ເປັນເອກະພາບຕາມການແນະນໍາ ຂອງກະຊວງ ສາທາລະນະສຸກ, ພ້ອມທັງ ຕິດຕາມ ແລະ ຈັດປະເພດຜູ້ຕິດເຊື້ອທີ່ກໍາລັງປິ່ນປົວຢູ່ໂຮງຫມໍເປັນແຕ່ລະກໍລະນີໃນແຕ່ລະວັນ. ກໍລະນີຜູ້ຕິດເຊື້ອທີ່ມີອາການຫນັກ ໃຫ້ປິ່ນປົວ ແລະ ຕິດຕາມອາການຢູ່ໃນໂຮງຫມໍ, ກົງກັນຂ້າມກໍລະນີທີ່ ມີອາການເບົາບາງ ກໍອາດຍ້າຍໄປຕິດຕາມ, ປິ່ນປົວຢູ່ສະຖານທີ່ຕ່າງໆ ທີ່ໄດ້ກະກຽມໄວ້ ຫຼື ຜູ້ຕິດເຊື້ອໃດ ທີ່ຄອບຄົວມີເງື່ອນໄຂດີ ມີບ່ອນກັກ ກັນທີ່ຮັບປະກັນຄວາມປອດໄພ ກໍອາດອະນຸຍາດໃຫ້ໄປກັກກັນຢູ່ສະຖານທີ່ຂອງຜູ້ຕິດເຊື້ອນັ້ນເອງ ແຕ່ຕ້ອງປະຕິບັດຕາມ ການແນະນໍາທຸກຢ່າງຂອງພະນັກງານແພດຫມໍ ແລະ ເຈົ້າຫນ້າທີ່ທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນການແອອັດຢູ່ໂຮງຫມໍ ແລະ ສູນ ປິ່ນປົວຕ່າງໆ.

ພ້ອມກັນນັ້ນ ກໍໃຫ້ປຸກລະດົມຜູ້ຕິດເຊື້ອທີ່ມີອາການເບົາບາງ ຢູ່ໃນສູນປິ່ນປົວຕ່າງໆ ເປັນເຈົ້າການ ແລະ ມີ ສ່ວນຮ່ວມໃນການອະນາໄມສະຖານທີ່ຕ່າງໆທີ່ຕົນເອງປິ່ນປົວຢູ່.


ນອກຈາກນີ້ ໃຫ້ເພີ່ມຈໍານວນບຸກຄະລາກອນທາງການແພດ ລວມທັງພະນັກງານປະຈໍາການ, ອາສາສະຫມັກ, ພະນັກງານ ອາວຸໂສບໍານານ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ຕາມການເຫັນດີເຫັນພ້ອມຂອງພາກສ່ວນຢູ່ແຕ່ລະສູນປິ່ນປົວ ຕາມຄວາມເຫມາະ ສົມ ທັງໃຫ້ປະຕິບັດນະໂຍບາຍຕ່າງໆ ຕາມບໍລິມາດວຽກທີ່ແຕ່ລະພາກສ່ວນ ແລະ ບຸກຄົນຮັບຜິດຊອບຢ່າງສົມເຫດສົມຜົນ.

– ໃຫ້ແນະນໍາແນະນໍາວິທີການປ້ອງກັນໃນລະດັບຂັ້ນພື້ນນຖານ ສໍາລັບຮັບໃຊ້ຢູ່ຄອບຄົວ ກໍຄືສັງຄົມທີ່ມີຄວາມ ສາມາດປະຕິບັດໄດ້,