ຂໍ້ຄິດດີໆ ພ້ອມວະລີເດັດໆ ຈາກ ແຈັກ ມ່າ ທີ່ອ່ານແລ້ວອາດປ່ຽນຄວາມຄິດທ່ານໄປຕະຫຼອດການ

2015

ທ່ານຜູ້ອ່ານທີ່ຮັກແພງ ຜູ້ຂຽນເຊື່ອວ່າຊື່ຂອງນັກທຸລະກິດຈີນທ່ານນີ້ ແຈັກ ມ່າ ຜູ້ກໍ່ຕັ້ງເວັບໄຊ້ Alibaba ທຸກຄົນຕ້ອງຮູ້ຈັກແນ່ນອນ ເພາະໃນຫຼາຍໆຄັ້ງເຮົາມັກຈະປາກົດເຫັນເພິ່ນຢູ່ຕາມສື່ຕ່າງໆເຊິ່ງສ່ວນຫຼາຍກໍ່ແມ່ນການເວົ້າເຖິງ ຂໍ້ຄິດການໃຊ້ຊີວິດ, ການເຮັດທຸລະກິດຂອງເພິ່ນ ບວກກັບການບອກເລົ່າເສັ້ນທາງຊີວິດຂອງຜູ້ກ່ຽວ ທີ່ເລີ່ມຕົ້ນມາຈາກສູນ ພົບຄວາມລົ້ມເເຫຼວມານັບຄັ້ງບໍ່ຖ້ວນ ຈົນພິກຕົນເອງກາຍເປັນມະຫາເສດຖີ ທີ່ເປັນແຮງບັນດານໃຈໃຫ້ກັບຄົນທົ່ວໂລກ.

ດັ່ງນັ້ນ, ມື້ນີ້ ເຮົາຈຶ່ງຂໍພາທຸກທ່ານມາຮູ້ເບື້ອງເລິກເບື້ອງຫຼັງຊີວິດຂອງເພິ່ນ ຜ່ານບາງຄໍາຄົມ, ບາງຂໍ້ຄິດດີໆທີ່ຜູ້ກ່ຽວໃຊ້ຂັບເຄື່ອນຊີວິດຂອງຕົນເອງ.

Never give up. Today is cruel, Tomorrow is crueler. And the day after tomorrow is beautiful.
ຢ່າຄິດຍອມແພ້ກັບສິ່ງໃດງ່າຍໆ ເຖິງແມ່ນວ່າມັນເປັນມື້ທີ່ໂຫດຮ້າຍ ໃຫ້ຈື່ໄວ້ວ່າມື້ອື່ນມັນໂຫດຮ້າຍກວ່າ ແຕ່ຢ່າຢ້າຜ່ານມັນໄປໄດ້ ວັນທີ່ສົດໃສກໍ່ຈະມາຮອດແນ່ນອນ.

You should learn from your competitor but never copy. Copy, and you die.
ເຈົ້າຄວນຮຽນຮູ້ຈາກຄູ່ແຂ່ງຂອງເຈົ້າ ແຕ່ຢ່າໄປຮຽນແບບເຂົາ ຫາກຮຽນແບບເມື່ອໃດ ເຈົ້າຈະຈົບທັນທີ

Poor people fail because of one common behavior their whole life is about waiting.
ຄົນທີ່ລົ້ມເເຫຼວມີສິ່ງທີ່ຄືກັນຢ່າງໜຶ່ງຄື ທັງໝົດຊີວິດຂອງພວກເຂົາມີແຕ່ຄໍາວ່າ “ ຖ້າເບິ່ງກ່ອນ ”

The worst people to serve are the poor people. They love to ark Google, Listen to friends who are as hopeless as them.
ຄົນທຸກຈົນຄືກຸ່ມຄົນທີ່ເອົາໃຈຍາກທີ່ສຸດ ເພາະພວກເຂົາມັກຖາມທຸກຢ່າງຈາກ Google ແລະມັກທີ່ຈະລົມກັບໝູ່ທີ່ລົ້ມເເຫຼວຄືກັນກັບຕົນເອງ

Before you turn 20 years old, be a good student.

Before you turn 30 years old, follow somebody.

Between 30 and 40 years old, you need to think clearly whether you want to work for yourself, if you really want to be an entrepreneur.

When you’re between 40 and 50 years old, you must do all the things that you are good at.

But when you are 50 to 60 years old, work for the young people.

When you are over 60 years old, spend time on yourself.

ກ່ອນອາຍຸ 20 ປີ ຄວນຕັ້ງໃຈຮຽນ

ກ່ອນອາຍຸ 30ປີ ຄວນຫາໃຜມາເປັນແບບຢ່າງໃນຊີວິດ

ເມື່ອອາຍຸ 30-40 ປີ ຈົງເຮັດວຽກສ້າງເນື້ອສ້າງຕົວໃຫ້ກັບຕົນເອງ

ເມື່ອອາຍຸ 40-50 ປີ ໃຫ້ມຸ່ງໜ້າເຮັດໃນສິ່ງທີ່ເຮົາເຮັດໄດ້ດີ

ເມື່ອອາຍຸ 50-60 ປີ ໃຫ້ຮູ້ຈັກເຮັດວຽກຮ່ວມກັບຄົນລຸ້ນໃໝ່

ແລະ ເມື່ອທ່ານອາຍຸ 60ປີ ກໍ່ຈົ່ງໃຊ້ເວລາທີ່ເຫຼືອໄປກັບຄວາມສຸດຂອງຕົນເອງ

If you have a crazy dream, it is very important that you surround yourself with people who believe in you.

ຖ້າທ່ານມີຄວາມຝັນທີ່ຍິ່ງໃຫຍ່ ສິ່ງສໍາຄັນທີ່ສຸດຄືຕ້ອງມີຄົນທີ່ເຊື່ອໝັ້ນໃນຕົວທ່ານຢູ່ຮອບຕົວ

No matter how smart you are, if you don’t know how to work with people, your dreams will just be dreams.

ບໍ່ວ່າທ່ານຈະເດັ່ນ ຫຼື ສະຫຼາດພຽງໃດ ແຕ່ຫາກເຮັດວຽກຮ່ວມກັບຄົນອື່ນບໍ່ໄດ້ ຄວາມຝັນຂອງທ່ານກໍ່ຈະກາຍເປັນພຽງ ເລື່ອງໄຮ້ສາລະ ແລະ ບໍ່ມີວັນເປັນຈິງ

ໂດຍ: ເອຢິບ

ທີ່ມາ: https://money.kapook.com/view192323.html