“ຄວາມຮັບຜິດຊອບຕໍ່ສັງຄົມເປັນສິ່ງສໍາຄັນ ເຫັນແກ່ສ່ວນລວມໃຫ້ຫຼາຍຂຶ້ນ” ບາງຄໍາເວົ້າຈາກ ເມ ວິຈິດຕາ ພອນວິໄລ

712

ເມ ວິຈິດຕາ ພອນວິໄລ Miss Universe Laos 2019 ຝາກຄວາມເປັນຫ່ວງເປັນໃຍ ເຖິງແຟນໆທຸກຄົນ ແລະ ສັງຄົມ ໂດຍ ເມ ໄດ້ໃຫ້ສໍາພາດວ່າ: ໃນໄລຍະຂອງການລະບາດຂອງພະຍາດແບບນີ້ ເມ ເຊື່ອວ່າສິ່ງສໍາຄັນທີ່ສຸດໃນຕອນນີ້ນອກຈາກເລື່ອງການດູແລຕົວເອງ ດ້ວຍຄວາມລະມັດລະວັງແລ້ວ ກໍ່ຄືຄວາມຮັບຜິດຊອບຕໍ່ສັງຄົມ ເມ ຢາກໃຫ້ທຸກຄົນໃນເວລານີ້ ເຫັນແກ່ສ່ວນລວມໃຫ້ຫຼາຍຂຶ້ນ, ຢ່າປະໝາດ ໂດຍການເຮັດຕາມກົດລະບຽບທີ່ລັດຖະບານວາງອອກຢ່າງເຄັ່ງຄັດ, ສ່ວນຜູ້ຕິດເຊື້ອຂໍຄວາມກະລຸນາຊ່ວຍແຈ້ງ Timeline ໃຫ້ຊັດເຈນ ເພື່ອເປັນປະໂຫຍດຕໍ່ຄົນໃນສັງຄົມ.

ຕໍ່ກັບສະພາບການທີ່ເປັນແບບນີ້ ເມ ເອງຈະຢູ່ບ້ານເປັນຫລັກເລີຍ, ພະຍາຍາມຫລີກລຽງການອອກໄປນອກ ຫລື ພົບປະຜູ້ຄົນ, ດູແລໂຕເອງ ໂດຍການກິນນ້ໍາອຸ່ນ ຫລື ນ້ໍາຂີງຕະຫລອດ.

ວິທີປ້ອງການຕົນເອງ ຖ້າເກີດມີເຫດຈໍາເປັນແທ້ໆ ທີ່ເມຈະຕ້ອງໄດ້ອອກໄປຂ້າງນອກເມຈະສວມໃສ່ຫນ້າກາກອະນາໄມ ແລະ ໃສ່ຖົງມື ພ້ອມທັງເວັ້ນໄລຍະຫ່າງຈາກຜູ້ຄົນຢ່າງນ້ອຍ 2 ແມັດ, ພົກພາເຫຼົ້າ 90 ໄວ້ເພື່ອຂ້າເຊື້ອ ໃນເມື່ອເຮົາບໍ່ສາມາດຫລີກລ່ຽງການສໍາຜັດໄດ້.

ສຸດທ້າຍ ເມ ເອງຢາກຝາກໃຫ້ທຸກຄົນເອົາໃຈໃສ່ເລື່ອງນີ້ຊ່ວຍກັນ, ເຮົາຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ ໂດຍບໍ່ປະມາດ, ເພາະພະຍາດນີ້ຕິດຕໍ່ກັນໄດ້ຢ່າງໄວວາ, ເພື່ອປົກປ້ອງໂຕເຮົາເອງ ແລະ ຄົນທີ່ເຮົາຮັກ ເຮົາທຸກຄົນຕ້ອງປະຕິບັດຕາມກົດລະບຽບເດີ

ສ່ວນໃນດ້ານການຮັກສາຜິວພັນ ສໍາລັບໃນໄລຍະການລະບາດຂອງພະຍາດໂຄວິດ-19 ແບບນີ້ ເນື່ອງຈາກເຮົາອອກໄປບໍ່ໄດ້ ວິທີງ່າຍໆເລີຍໃນການຮັກສາສຸຂະພາບ ແລະ ຄວາມງາມ ນັ້ນກໍຄືການພັກຜ່ອນ ແລະ ກິນອາຫານເພື່ອສຸຂະພາບ, ເມ ຖືໂອກາດໃຊ້ຊ່ວງນີ້ ເປັນການຢຸດພັກຜ່ອນແບບຍາວໆ, ອອກກໍາລັງກາຍຢູ່ບ້ານເພື່ອສຸຂະພາບທີ່ແຂງແຮງ, ກິນນ້ໍາຜັກ ຫລື ຫມາກໄມ້, ອ່ານປື້ມ, ປູກດອກໄມ ຫລື ຊອກເຮັດກິດຈະກໍາເພື່ອຄາຍຄຽດນັ້ນເອງ.

ເມ ເອງເຫັນໄດ້ເຖິງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ ແລະ ເມກໍຢາກເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມ ເຊິ່ງໃນໄວໆນີ້ ເມເອງຈະໄດ້ເຂົ້າຮ່ວມ Campaign ຂອງທາງ Unicef Laos ຈະເປັນໃນຮູບແບບໃດນັ້ນ ຝາກທຸກຄົນຕິດຕາມແນ່ເດີ ແລະ ເຮົາທຸກຄົນຈະຜ່ານພົ້ນວິກິດໃນຄັ້ງນີ້ໄປດ້ວຍກັນ ສູ້ໆເດີທຸກຄົນ