ຈີນ ສຳເລັດໂຄງການກໍ່ສ້າງສູນຜະລິດ-ທົດລອງເຮືອບິນຂະໜາດໃຫຍ່

479

ຂ່າວຊີອາໄອ ລາຍງານວ່າ: ສປ ຈີນໄດ້ສຳເລັດໂຄງການກໍ່ສ້າງສູນຜະລິດ ແລະ ທົດລອງ ການບິນ ຈ່ຽງຊີ ຂອງບໍລິສັດ ການບິນຂອງຈີນ (COMAC) ເຊິ່ງເປັນສູນ ການຜະລິດ ແລະ ທົດລອງ ເຮືອບິນ ຂະໜາດໃຫຍ່ແຫ່ງທຳອິດ ຂອງ ສປ ຈີນ ໂດຍອອກແບບ ແລະ ຜະລິດ ພາຍໃນປະເທດ.


ລາຍງານລະບຸວ່າ: ສູນແຫ່ງນີ້ ຈະເປັນການສ້າງ ຕ່ອງໂສ້ ອຸດສາຫະກຳ ເຮືອບິນຂະໜາດໃຫຍ່ ແບບຄົບວົງຈອນ ຈາກການອອກແບບ ທາງວິທະຍາສາດ ເຕັກນິກ, ການຜະລິດ, ການທົດລອງບິນ ແລະ ການສົ່ງມອບເຮືອບິນ.


ສູນທົດລອງດັ່ງກ່າວ ມີໜ້າທີ່ຮັບຜິດຊອບການຜະລິດ, ການທົດລອງບິນ ແລະ ການຮັບປະກັນ ການບິນ ຂອງເຮືອບິນ ARJ21 ທີ່ຜະລິດໃນຈີນ ເຊິ່ງສູນແຫ່ງນີ້ມີເນື້ອທີ່ເຖິງ 245.000 ຕາແມັດ, ເນື້ອທີ່ກໍ່ສ້າງ ມີປະມານ 46.000 ຕາແມັດ. ພາຍຫຼັງ ສ້າງສຳເລັດ ແລະ ເປີດນຳໃຊ້ ຢ່າງເປັນທາງການແລ້ວ ຈະສາມາດຕອບສະໜອງ ການສົ່ງມອບເຮືອບິນ ໃຫ້ແກ່ລູກຄ້າ ໄດ້ເກືອບ 30 ລຳຕໍ່ປີ.