ບໍລິສັດ ສາລະວັນ ພັດທະນາ ມອບເງິນ 50 ລ້ານກີບ ໃຫ້ແຂວງສາລະວັນ ນຳໃຊ້ເຂົ້າໃນວຽກປ້ອງກັນ, ຕ້ານ ແລະກັດກັ້ນການແຜ່ລະບາດພະຍາດໂຄວິດ-19

484

ວັນທີ 23 ເມສາ 2021 ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການແຂວງສາລະວັນ ນໍາໂດຍ ທ່ານ ນາງ ຄໍາເຮືອງ ໄຊຍະແສງ ຕາງໜ້າບໍລິສັດ ສາລະວັນ ພັດທະນາ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ໄດ້ມອບເງິນຈຳນວນ 50 ລ້ານກີບ ມອບໃຫ້ ແຂວງສາລະວັນ ຮັບໂດຍ ໂດຍ ທ່ານ  ໂພໄຊ ໄຊຍະສອນ ເລຂາພັກແຂວ-ເຈົ້າແຂວງສາລະວັນ, ຄະນະສະເພາະກິດຕ້ານການລະບາດພະຍາດໂຄວິດ-19 ຂັ້ນແຂວງ ເຂົ້າຮ່ວມເປັນສັກຂີພິຍານ.

ການປະກອບສ່ວນດັ່ງກ່າວທັງນີ້ກໍ່ເພື່ອປະກອບສ່ວນໃຫ້ແກ່ແຂວງສາລະວັນ ໄດ້ນໍາເອົາເງິນຈໍານວນດັ່ງກ່າວນໍາໃຊ້ເຂົ້າໃນວຽກງານປ້ອງກັນຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ ອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.

ໃນໂອກາດດຽວກັນທ່ານ  ໂພໄຊ ໄຊຍະສອນ ກໍໄດ້ສະແດງຄວາມຊົມເຊີຍ, ຕໍ່ບໍລິສັດ ສາລະວັນ ພັດທະນາ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ທີ່ໄດ້ສະໜັບສະໜູນປະກອບສ່ວນທຶນຮອນ ໃຫ້ແກ່ແຂວງສາລະວັນ ໃນການຕ້ານການແຜ່ລະບາດ ເຊື້ອພະຍາດ ໂຄວິດ-19 ພ້ອມທັງຢືນຍັນວ່າຈະນໍາເອົາເງິນດັ່ງກ່າວ ໄປນໍາໃຊ້ເຂົ້າໃນວຽກງານດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ.

ໂດຍ: ກິນດາວັນ ອ້ວນນາຄູ