26 ເມສາ 2021 ຄະນະສະເພາະກິດຖະແຫຼງ ມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 113 ຄົນ ນອນໃນ9ແຂວງ 1ນະຄອນຫຼວງ

1063

ໜ້າເປັນຫ່ວງ ການເຝົ້າລະວັງການລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນປະເທດລາວເຮົາ ມາຮອດໃນວັນທີ 25 ເມສາ 2021 ກວດພົບຜູ້ຕິດເຊື້ອ ອີກ 113 ຄົນ, ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 31 ຄົນ; ຈຳປາສັກ 54 ຄົນ, ບໍ່ແກ້ວ 7 ຄົນ, ຢູ່ສະຫວັນນະເຂດ 13 ຄົນ, ຫຼວງບະບາງ 1 ຄົນ, ໄຊຍະບູລີ 1 ຄົນ, ອຸດົມໄຊ 2 ຄົນ, ຜົ້ງສາລີ 2 ຄົນ, ແຂວງເຊກອງ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 436 ຄົນ.


ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ; ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກະຊວງສາທາລະນະສຸກ  ໄດ້ຖະແຫຼງຂ່າວປະຈຳວັນທີ 26 ເມສາ ປີ 2021


ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ວຽກງານຈຸດຜ່ານແດນ ແລະ ດ່ານສາກົນ ໃນວັນທີ 24 ເມສາ 2021 ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ ຈຳນວນ 2.397 ຄົນ ຄົນ; ໃນນັ້ນ ຈຸດຜ່ານດ່ານຊາຍແດນ ລາວ – ໄທ ທັງໝົດ 1.097 ຄົນ, ລາວ-ຈີນ ຈຳນວນ 32 ຄົນ, ລາວ-ຫວຽດນາມ 1.192 ຄົນ ໃນນັ້ນຜ່ານສະໜາມບິນວັດໄຕ 76 ຄົນ. ມາຮອດປະຈຸບັນ ລາວເຮົາມີສູນກັກບໍລິເວນທັງໝົດ 49 ສູນ ແລະ ມີ ມີຜູ້ຈຳກັດບໍລິເວນທັງໝົດ 3.780 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19.


ໃນວັນທີ 25 ເມສາ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 2.682ຕົວຢ່າງ ຜົນກວດພົບຜູ້ຕິດເຊື້ອ 113 ຄົນ; ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 31 ຄົນ; ຈຳປາສັກ 54 ຄົນ, ບໍ່ແກ້ວ 7 ຄົນ, ຢູ່ສະຫວັນນະເຂດ 13 ຄົນ, ຫຼວງພະບາງ 1 ຄົນ, ໄຊຍະບູລີ 1 ຄົນ, ອຸດົມໄຊ 2 ຄົນ, ຜົ້ງສາລີ 2 ຄົນ, ແຂວງເຊກອງ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ.

ມາຮອດປະຈຸບັນ ຕົວເລກຕິດເຊື້ອສະສົມ 436 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 49 ຄົນ , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 387 ຄົນ, ລາຍລະອຽດດັ່ງນີ້:
ຢູ່ນະຄອນຫຼວງວຽງຈັນ 271 ຄົນ (ໃໝ່ 31)
ແຂວງຈຳປາສັກ 61 ຄົນ (ໃໝ່ 54)
ແຂວງສະຫວັນນະເຂດ 18 ຄົນ (ໃໝ່ 13)
ແຂວງບໍ່ແກ້ວ 13 ຄົນ (ໃໝ່ 7)

ແຂວງສາລະວັນ 6 ຄົນ
ແຂວງອຸດົມໄຊ 2 ຄົນ (ໃໝ່ 2)
ແຂວງຫຼວງນ້ຳທາ 4 ຄົນ
ແຂວງວຽງຈັນ 4 ຄົນ (ໃໝ່ 1)
ຜົ້ງສາລີ 2 ຄົນ (ໃໝ່ 2)


ແຂວງຫຼວງພະບາງ 1 ຄົນ (ໃໝ່ 1)
ແຂວງໄຊຍະບູລີ 1 ຄົນ (ໃໝ່ 1)
ແຂວງເຊກອງ 1 ຄົນ (ໃໝ່ 1)
ແຂວງບໍລິຄຳໄຊ 2 ຄົນ
ແຂວງຄຳມ່ວນ 1 ຄົນ