ແນະນໍາ 6 ວິທີປ້ອງກັນ 4 ຂໍ້ສໍາຄັນຮັກສາສຸຂະພາບງ່າຍໆ ຢູ່ເຮືອນຊ່ວງໂຄວິດ-19

693

ໃນໄລຍະຂອງການແຜ່ລະບາດຂອງພະຍາດແບບນີ້ ຫຼາຍໆຄົນຄົງຈະເປັນຫ່ວງ ແລະ ໃສ່ໃຈໃນສຸຂະພາບຫຼາຍຂຶ້ນ ດັ່ງນັ້ນເຮົາມາຮູ້ຈັກກັບ 6 ວິທີປ້ອງກັນຫລຸດຜ່ອນການສໍາຜັດເຊື້ອ ເປັນການປ້ອງກັນພາຍນອກ ປະກອບມີ:

  1. ເວັ້ນໄລຍະຫ່າງທາງສັງຄົມ: ຄວນປະຕິບັດຕາມມາດຕະການຢ່າງເຄັ່ງຄັດດ້ວຍການຢູ່ຫ່າງຈາກຄົນອື່ນຢ່າງຫນ້ອຍ1-2ເເມັດ
  2. ຫລີກລຽງກິດຈະກຳສ່ຽງ: ຊ່ວງນີ້ຄວນຢູ່ເຮືອນຫຼຸດກິດຈະກຳສ່ຽງທຸກປະເພດ ທັງການເດີນທາງໄປພື້ນທີ່ສ່ຽງ ແລະ ຫລີກລຽງການພົບປະກັບບຸກຄົນທີ່ມີຄວາມສ່ຽງໃນການຕິດເຊື້ອ ລວມໄປເຖິງການຫລີກລຽງການສຳຜັດຈຸດສ່ຽງເຊັ່ນ: ກອນປະຕູ, ປຸ່ມກົດລິບ, ຂັ້ນໄດເລື່ອນ ແລະ ໃບຫນ້າ
  3. ພ້ອມທັງຮັບປະທານອາຫານຢ່າງປອດໄພ: ອາຫານອຸ່ນ-ຮ້ອນ ໃຊ້ພາຊະນະແຍກສະເພາະ, ແຍກສຳລັບການຮັບປະທານເພື່ອຄວາມປອດໄພ ລວມໄປເຖິງການເລືອກຊື້ອາຫານຈາກຮ້ານທີ່ຖືກຫລັກສຸຂະອະນາໄມ
  4. ຮັບປະທານຫມາກໄມ້ຢ່າງຖືກວິທີ: ຄວນປອກເປືອກ ແລະ ລ້າງໃຫ້ຖືກວິທີດ້ວຍການເປີດກ໊ອກນໍ້າໃຫ້ນໍ້າໄຫລສະດວກ ຫລື ແຊ່ນໍ້າຂ້າເຊື້ອໂລກກ່ອນກິນ
  5.  ລ້າງມືໃຫ້ປອດເຊື້ອໂລກ: ເນັ້ນຍໍ້າໃຫ້ລ້າງມືຕະຫລອດດ້ວຍນໍ້າສະອາດໃສ່ສະບູ ຫລື ໃຊ້ເຈວແອວກໍຮໍທີ່ມີຄວາມເຂັ້ມຂຸ້ນຢ່າງຕໍ່າ 70%; ຄວນລ້າງກ່ອນ ແລະ ຫລັງຮັບປະທານອາຫານ, ກ່ອນ ແລະ ຫລັງເຂົ້າເຮືອນ, ກ່ອນ ແລະ ຫລັງທີ່ມີການສຳຜັດໃບຫນ້າ ຫຼື ເຂົ້ານອນ.
  6.  ໃສ່ຫນ້າກາກອະນາໄມປ້ອງກັນ: ຄວນໃສ່ຫນ້າກາກອະນາໄມທຸກເທື່ອ ຖ້າຕ້ອງອອກໄປພົບປະຜູ້ຄົນອື່ນ ບໍ່ຄວນເອົາມືໄປສຳຜັດຫນ້າກາກອະນາໄມໃນຂະນະທີ່ສວມໃສ່ ສຳລັບຄົນທົ່ວໄປທີ່ມີໂລກປະຈຳຕົວ ສາມາດໃສ່ຫນ້າກາກຜ້າໄດ້ ສ່ວນຜູ້ປ່ວຍ ຫລື ເຈົ້າຫນ້າທີ່ສາທາລະນະສຸກທົ່ວໄປຄວນໃສ່ຫນ້າກາກອະນາໄມຖ້າຕ້ອງເບິ່ງແຍງຜູ້ສ່ຽງປ່ວຍໂຄວິດ-19 ຄວນສວມໃສ່ຫນ້າກາກເອັນ-95 ໃນການປ້ອງກັນປ້ອງກັນ

ສໍາລັບ 4 ວິທີປ້ອງກັນຕົວເອງຈາກພາຍໃນ ເພາະສຸຂະພາບພາຍນອກທີ່ດີຕ້ອງມາຈາກການເບິ່ງແຍງຕົນເອງຈາກພາຍໃນ ເຊິ່ງມີລາຍລະອຽດດັ່ງນີ້:

  1. ຄວນຮັບປະທານອາຫານໃຫ້ຄົບ 5 ຫມູ່: ເນັ້ນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແລະ ອາຫານທີ່ມີວິຕາມິນສູງເພື່ອເສີມສ້າງພູມຄຸ້ມກັນໃຫ້ກັບຕົນເອງ
  2. ອອກກໍາລັງກາຍ: ຄວນອອກກໍາລັງກາຍປະເພດແອໂຣບິກຢ່າງສະໝໍ່າສະເໝີ ເພື່ອກະຕຸ້ນໃຫ້ຫົວໃຈເຕັ້ນແຮງຂຶ້ນ ຢ່າງຫນ້ອຍມື້ລະ 15-30 ນາທີ ແລະ ບໍ່ຄວນອອກກຳລັງກາຍເກີນ 1 ຊົ່ວໂມງ ເນື່ອງຈາກຮ່າງກາຍອາດຈະເມື່ອຍຈົນເກີນໄປ ເຮັດໃຫ້ອ່ອນແອລົງ.
  3. ການຫາຍໃຈເຂົ້າ-ອອກເລິກໆ ຊ້າໆ ສະໝໍ່າສະເຫມີ: ຫາຍໃຈເຂົ້າທ້ອງປຸ້ງ ຫາຍໃຈອອກທ້ອງແປ ຈະເຮັດໃຫ້ຫມູນວຽນອາກາດເກົ່າອອກດີ ອາກາດໃຫມ່ເຂົ້າດີ ໄດ້ແກ໊ສອ໋ອກຊີແຊນພຽງພໍ
  4. ການນອນຫລັບ: ຄວນນອນຫລັບໃຫ້ພຽງພໍຢ່າງຫນ້ອຍ 6 ຊົ່ວໂມງ ຈະເຮັດໃຫ້ຮ່າງກາຍມີພູມຄຸ້ມກັນຫລາຍຂຶ້ນ ນອກຈາກນີ້ການຊື້ປະກັນສຸຂະພາບກໍເປັນອີກຫນຶ່ງຕົວເລືອກທີ່ດີຊ່ວຍສ້າງຄວາມອຸ່ນໃຈເມື່ອຍາມມີໂລກໄພມາໃກ້ຕົວ ດັ່ງນັ້ນໃນມື້ທີ່ທ່ານມີຮ່າງກາຍທີ່ແຂງແຮງ ຢ່າລືມການວາງແຜນສຸຂະພາບເພື່ອຕຽມພ້ອມໄວ້ສຳລັບອະນາຄົດ.

ຂໍ້ມູນຈາກ: post today.com