ສຕລ ອອກແຈ້ງການຢຸດພັກການຝຶກສອນ-ຝຶກຊ້ອມ ສູນພັດທະນາກີລາບານເຕະ ຈຳປີ – ຈຳປາຊົ່ວຄາວ

481

ສະຫະພັນບານເຕະແຫ່ງຊາດລາວ ອອກແຈ້ງການຂໍຢຸດພັກການຝຶກສອນ ແລະ ຝຶກຊ້ອມ ສູນພັດທະນາກີລາບານເຕະ ຈຳປີ-ຈໍາປາ ຊົ່ວຄາວ, ທັງນີ້ເພື່ອເປັນການ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຕາມລາຍລະອຽດດັ່ງນີ້:

1. ໃຫ້ຢຸດພັກການຝຶກສອນ ແລະ ຝຶກຊ້ອມ ສູນພັດທະນາກິລາບານເຕະ ຈຳປີ – ຈຳປາ ນັບແຕ່ວັນທີ 24 ເມສາ 2021 ຈົນກວ່າຈະມີແຈ້ງການເພີ່ມຕື່ມ
2. ໃຫ້ບັນດາຄູຝຶກ ແລະ ນັກກິລາ ທຸກທ່ານ ມີສະຕິລະມັດລະວັງ, ຫຼີກລຽງການເດີນທາງໄປຍັງສະຖານທີ່ສ່ຽງຕ່າງໆ ທີ່ມີໂອກາດໃນການແຜ່ລະບາດ ຂອງພະຍາດCovid – 19 ຫຼື ການໄປພົບປະກັບບຸກຄົນທີ່ມີຄວາມສ່ຽງ.

3. ໃຫ້ບັນດາທ່ານ ມີມາດຕະການໃນການປ້ອງກັນໂຕເອງຈາກພະຍາດ Covid – 19 ດ້ວຍການໃສ່ໜ້າກາກປ້ອງກັນເມື່ອອອກນອກບ້ານ, ຕ້ອງລ້າງມືດ້ວຍເຈວ ຫຼື ນ້ຳຢາຂ້າເຊື້ອຢ່າງສະໝ່ຳສະເໝີ ແລະ ຕ້ອງມີການຮັກສາໄລຍະຫ່າງທາງສັງຄົມ.

4. ຮຽກຮ້ອງໃຫ້ບັນດານທ່ານຮັກສາອະນາໄມ ແລະ ສຸຂະພາບຕົນເອງຢ່າງເປັນປະຈຳ ແລະ ຈົ່ງມີສະຕິໃນການຟັງຂ່າວສານຕ່າງໆ ໂດຍແນະນຳໃຫ້ຟັງຂ່າວສານຈາກແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ ແລະ ເປັນທາງການເທົ່ານັ້້ນ.

ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ