ຫົວໜ້າຄະນະສະເພາະກິດ ຊຸກຍູ້ການຕ້ານພະຍາດໂຄວິດ 19 ຢູ່ເມືອງສັງທອງ

2527

ຕອນເຊົ້າວັນທີ 25 ເມສາ 2021, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວເຮັດວຽກ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ເພື່ອຕິດຕາມ, ກວດກາ, ຊຸກຍູ້ ແລະ ຊີ້ນຳ ການຈັດຕັ້ງປະຕິບັດ ວຽກງານ ຕ້ານພະຍາດໂຄວິດ-19 ໂດຍມີການນໍາ ຂອງເມືອງສັງທອງ ແລະ ບ້ານ ທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຕໍ່ທ່ານ ຮອງນາຍົກລັດຖະມົນຕີ, ຊຶ່ງເຫັນວ່າ: ເມືອງສັງທອງ ມີ 35 ບ້ານ ມີພົນລະເມືອງ 33 ພັນກວ່າຄົນ ໄດ້ແບ່ງອອກ ເປັນ 3 ເຂດ ຄື: ເຂດລຽບຕາມແຄມແມ່ນໍ້າຂອງ, ເຂດສາຍພູພະນັງ ແລະ ເຂດລຽບຕາມສາຍນໍ້າສັງ, ອາຊີບຂອງປະຊາຊົນ ແມ່ນປູກຝັງ-ລ້ຽງສັດ ເປັນສ່ວນໃຫຍ່, ໄດ້ປະກາດເປັນເມືອງພົ້ນທຸກ ໃນກາງປີ 2014, ມີຊາຍແດນຕິດກັບປະເທດເພື່ອນບ້ານ ປະມານ 50 ກິໂລແມັດ.

ສຳລັບການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ  ລົງວັນທີ 21 ເມສາ 2021 ເມືອງສັງທອງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ຕັ້ງຈຸດກວດຄົນເຂົ້າ-ອອກເມືອງ ຢູ່ສາມຈຸດ ຄື: ຈຸດປາກນໍ້າສັງ, ຈຸດສາມແຍກເຕົາໄຫ ແລະ ຈຸດບ້ານສໍາພັນນາ, ພ້ອມນີ້ ໄດ້ສົມທົບກັບກໍາລັງ ປກຊ-ປກສ ກວດກາ ຕາມຊາຍແດນລຽບແຄມແມ່ນໍ້າຂອງ ເພື່ອປ້ອງກັນບໍ່ໃຫ້ມີຄົນລັກລອບເຂົ້າມາແບບບໍ່ຖືກຕ້ອງ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສຸງ ຕໍ່ຄະນະນໍາ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ທີ່ໄດ້ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອປະເທດຊາດ ແລະ ປະຊາຊົນ ດ້ວຍຄວາມເປັນເຈົ້າການ.

ອັນສຳຄັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກ ໃຫ້ສືບຕໍ່ປະຕິບັດໜ້າທີ່ ອັນໜັກໜ່ວງດັ່ງກ່າວ ໄປຈົນກ່ວາຈະມີຄໍາສັ່ງປ່ຽນແປງ ເພາະວ່າ ໄດ້ມີຕົວເລກຜູ້ຕິດເຊື້ອພະຍາດນັບມື້ເພີ່ມຂຶ້ນ ແລະ ຖ້າມີຄວາມຈໍາເປັນ ຈະໄດ້ໃຊ້ມາດຕະການເຂັ້ມງວດຂື້ນຕື່ມ, ດັ່ງນັ້ນ ໃຫ້ພ້ອມກັນສຸມໃສ່ບັນດາກຸ່ມສ່ຽງ ເພື່ອພ້ອມກັນແກ້ໄຂໃຫ້ທັນການ; ໃຫ້ເພີ່ມທະວີການກວດກາລາດຕະເວນຕາມແມ່ນໍ້າຂອງ ຢ່າງເຂັ້ມງວດ ເພື່ອສະກັດກັ້ນການເຂົ້າເມືອງບໍ່ຖືກກົດໝາຍ; ເອົາໃຈໃສ່ໂຄສະນາເຜີຍແຜ່ ຜົນຮ້າຍຂອງພະຍາດໂຄວິດ-19 ຜ່ານທາງໂທລະໂຄ່ງ ຂອງບ້ານ ຢ່າງເປັນປະຈໍາ ເພື່ອໃຫ້ປະຊາຊົນ ເຂົ້າໃຈ, ພ້ອມທັງ ແນະນຳວິທີປ້ອງກັນ ແລະ ຮັກສາຕົນເອງ ໂດຍສະເພາະການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ, ເຂົ້າຮ່ວມຂະບວນການຕ້ານພະຍາດດັ່ງກ່າວ ຢ່າງແຂງແຮງ ລວມທັງ ໄປສັກຢາວັກຊີນກັນພະຍາດໂຄວິດ-19 ເພື່ອຊ່ວຍຫຼຸດຜ່ອນການແຜ່ລະບາດຂອງພະຍາດ ແລະ ເຮັດໃຫ້ຈຳນວນຜູ້ຕິດເຊື້ອພະຍາດ ຫຼຸດລົງເປັນກ້າວໆ./ອງຂະແໜງການ, ທ້ອງຖິ່ນ ແລະ ການປະກອບສ່ວນ ຂອງທຸກພາກສ່ວນໃນສັງຄົມ ກໍຄືປະຊາຊົນລາວທຸກທົ່ວໜ້າ ຈະເຮັດໃຫ້ພວກເຮົາ ສາມາດຜ່ານຜ່າວິກິດຄວາມຫຍຸ້ງຍາກຄັ້ງນີ້ ໄດ້ໂດຍໄວ.

ໃນການເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເມືອງສັງທອງຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປເບິ່ງ ຈຸດກວດຄົນເຂົ້າ-ອອກເມືອງ ແລະ ຈຸດລຽບຊາຍແດນ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ