ນາຍົກລັດຖະມົນຕີ ລົງຊຸກຍູ້ວຽກງານຕ້ານໂຄວິດ-19 ຢູ່ເມືອງຫາດຊາຍຟອງ

705

ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ເວົ້າລວມ, ເວົ້າສະເພາະ ແມ່ນການສະກັດກັ້ນ ແລະ ແກ້ໄຂບັນຫາ ຄົນລັກລອບເຂົ້າ-ອອກເມືອງແບບບໍ່ຖືກຕ້ອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ໃນຕອນເຊົ້າວັນທີ 25 ເມສາ 2021 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີຶ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີການນຳຂອງ ນະຄອນຫຼວງວຽງຈັນ, ເມືອງຫາດຊາຍຟອງ ແລະ ອົງການປົກຄອງບ້ານ ຫາດກັນຊາ ແລະ ຫາດດອກແກ້ວໃຫ້ການຕ້ອນຮັບ.


ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19, ລວມທັງ ວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາ ຄົນລັກລອບເຂົ້າ-ອອກເມືອງແບບບໍ່ຖືກຕ້ອງ ໃນໄລຍະທີ່ຜ່ານມາ ຢູ່ເຂດເມືອງຫາດຊາຍຟອງ ແລະ ບ້ານທີ່ຢູ່ລຽບຕາມຊາຍແດນຈຳນວນໜຶ່ງ ໂດຍເຫັນວ່າ ເມືອງຫາດຊາຍຟອງ ມີຊາຍແດນລຽບຕາມແມ່ນໍ້າຂອງ ປະມານ 50 ກິໂລແມັດ, ມີ 60 ບ້ານ ໃນນັ້ນ ມີ 36 ບ້ານ ທີ່ມີຊາຍແດນຕິດກັບແມ່ນໍ້າຂອງ ມີພົນລະເມືອງ 102.000 ກວ່າຄົນ.

ຜ່ານມາ ທາງເມືອງ ແລະ ບັນດາບ້ານ ໄດ້ເອົາໃຈໃສ່ ວຽກງານໂຄສະນາເຜີຍແຜ່ ໃຫ້ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈ ເນື້ອໃນຈິດໃຈ ຂອງຄຳສັ່ງ ເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ນິຕິກຳອື່ນໆ ເປັນຕົ້ນ ນິຕິກຳຂອງ ຄະນະສະເພາະກິດຂັ້ນສູນກາງ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ ແລະ ເມືອງຫາດຊາຍຟອງ ວາງອອກ; ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວກວດກາລາດຕະເວນ ທັງທາງບົກ ແລະ ທາງນໍ້າ ຢ່າງເປັນປົກກະຕິ ຕະຫຼອດ 24 ຊົ່ວໂມງ; ໄດ້ເກັບສະຖິຕິເຮືອທັງໝົດ ໃນທົ່ວເມືອງ ແລະ ຢຸດການເດີນເຮືອຂອງປະຊາຊົນ ຊົ່ວຄາວ ໂດຍໄດ້ຈອດໂຮມ ແລະ ເອົາຂຶ້ນບົກໄວ້ເປັນຈຸດໆ; ພ້ອມນີ້, ໄດ້ຕັ້ງຈຸດກວດກາຈຳກັດ ການເຂົ້າ-ອອກບ້ານ ຂອງປະຊາຊົນ ແລະ ອື່ນໆ. ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ແມ່ນໄດ້ຮັບການຮ່ວມມື ຈາກປະຊາຊົນ ດີສົມຄວນ, ເຮັດໃຫ້ຂອບເຂດເມືອງ ແລະ ບັນດາບ້ານ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.


ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ອົງການປົກຄອງ ເມືອງຫາດຊາຍຟອງ, ອົງການປົກຄອງບ້ານ ຫາດກັນຊາ ແລະ ຫາດດອກແກ້ວ ເອົາໃຈໃສ່ຕື່ມ ບາງວຽກງານ ເປັນຕົ້ນ ໃຫ້ເພີ່ມທະວີການໂຄສະນາເຜີຍແຜ່ ແລະ ປະຕິບັດ ບັນດາມາດຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດ ແຕ່ລະຂັ້ນວາງອອກ ຢ່າງເຂັ້ມງວດ ເຮັດໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈ ຕໍ່ຄວາມອັນຕະລາຍ ແລະ ຜົນກະທົບຕາມມາ ຈາກການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19, ເຫດຜົນ ແລະ ຄວາມຈຳເປັນ ໃນການຈຳກັດການເຂົ້າ-ອອກບ້ານ, ເຂົ້າ-ອອກເມືອງ, ເຜີຍແຜ່ໃຫ້ຄວາມຮູ້ແກ່ປະຊາຊົນ ກ່ຽວກັບການປ້ອງກັນ ແລະ ປິ່ນປົວຕົນເອງຂັ້ນພື້ນຖານ ແບບພື້ນເມືອງທີ່ທ້ອງຖິ່ນມີມູນເຊື້ອ; ເອົາໃຈໃສ່ ປຸກລະດົມປະຊາຊົນ ໃຫ້ສືບຕໍ່ມີຄວາມສາມັກຄີກັນດີ, ໃຫ້ການຮ່ວມມືເຊິ່ງກັນ ແລະ ກັນ, ພ້ອມກັນເຂົ້າຮ່ວມ ແລະ ປະຕິບັດພັນທະຂອງຕົນ ໃຫ້ເປັນຂະບວນການທີ່ຕັ້ງໜ້າ.

ນອກຈາກນັ້ນ, ຍັງໄດ້ເນັ້ນໜັກ ໃຫ້ນະຄອນຫຼວງວຽງຈັນ ຊີ້ນຳພະແນກການທີ່ກ່ຽວຂ້ອງ ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າ ຂອງປະຊົນ ຢູ່ເຂດເມືອງຫາດຊາຍຟອງ ໃຫ້ເປັນຂະບວນການແຂງແຮງ, ຕໍ່ເນື່ອງ, ມີປະສິດທິພາບ, ປະສິດຜົນສູງ ແລະ ຍືນຍົງ, ກາຍເປັນແຫຼ່ງສະບຽງອາຫານ ສະໜອງໃຫ້ນະຄອນຫຼວງວຽງຈັນ ຢ່າງແທ້ຈິງ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ