25 ເມສາ 2021 ຄະນະສະເພາະກິດ ຖະແຫຼງພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ76ຄົນ ໃນນີ້ ນະຄອນຫຼວງວຽງຈັນ64ຄົນ

670

       ການເຝົ້າລະວັງການລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນປະເທດລາວເຮົາ ໃນວັນທີ 25 ເມສາ 2021  ກວດພົບຜູ້ຕິດເຊື້ອ ອີກ 76 ຄົນ, ໃນນັ້ນ: ຢູ່ນະຄອນຫຼວງວຽງຈັນ 64 ຄົນ; ບໍ່ແກ້ວ 1 ຄົນ ແລະ ຢູ່ສະຫວັນນະເຂດ 2 ຄົນ, ສາລະວັນ 5 ຄົນ ແລະ ແຂວງຫຼວງນໍ້າທາ 4 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 323 ຄົນ.

         ໃນວັນທີ 25 ເມສາ ປີ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ  ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານວ່າ: ການເຝົ້າລະວັງ ໂຄວິດ19 ຢູ່ ສປປ ລາວ ວຽກງານຈຸດຜ່ານແດນ ແລະ ດ່ານສາກົນ ໃນວັນທີ 24 ເມສາ 2021 ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ ຈຳນວນ 3.204 ຄົນ ຄົນ; ໃນນັ້ນ ຈຸດຜ່ານດ່ານຊາຍແດນ ລາວ ໄທ ທັງໝົດ 1.866 ຄົນ ໃນນັ້ນຜ່ານສະໜາມບິນວັດໄຕ 158 ຄົນ.

ມາຮອດປະຈຸບັນ ລາວເຮົາມີສູນກັກບໍລິເວນທັງໝົດ 49 ສູນ ແລະ ມີ ມີຜູ້ຈຳກັດບໍລິເວນທັງໝົດ 3.678 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19 ແລະ ໃນວັນທີ 24 ເມສາ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ  2115 ຕົວຢ່າງ ຜົນກວດພົບຜູ້ຕິດເຊື້ອ 76 ຄົນ.

ສຳລັບ ສປປ ລາວ ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ 323 ຄົນ (ໃໝ່ 76), ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 49 ຄົນ , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 274 ຄົນ, ລາຍລະອຽດດັ່ງນີ້:ຢູ່ນະຄອນຫຼວງວຽງຈັນ 243 ຄົນ (ໃໝ່ 64), ແຂວງຈຳປາສັກ 7 ຄົນ, ແຂວງສາລະວັນ 6 ຄົນ (ໃໝ່ 5), ແຂວງບໍ່ແກ້ວ 6 ຄົນ (ໃໝ່ 1),ແຂວງສະຫວັນນະເຂດ 5 ຄົນ (ໃໝ່ 2), ຫຼວງນ້ຳທາ 4 ຄົນ (ໃໝ່ 4), ແຂວງວຽງຈັນ 1, ແຂວງຄຳມ່ວນ 1 ຄົນ ແລະ ແຂວງບໍລິຄຳໄຊ 1 ຄົນ.