ຮອງນາຍົກລັດຖະມົນຕີ ທ່ານສອນໄຊ ສີພັນດອນ ລົງຊຸກຍູ້ມາດຕະການປ້ອງກັນໂຄວິດ-19ຢູ່ຂົວມິດຕະພາບ 1

1072

ວັນທີ 24 ເມສາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະໄດ້ລົງຕິດຕາມການນໍາເຂົ້າ – ສົ່ງອອກສິນຄ້າ ແລະ ຊຸກຍູ້ຕິດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢູ່ຂົວມິດຕະພາບລາວໄທແຫ່ງທີ 1.


ທ່ານ ພັນເອກ ປອ. ຄໍາພອນ ເທບພະວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 1 ໄດ້ກ່າວວ່າ: ສະພາບການປ້ອງກັນພະຍາດໂຄວິດ-19 ໃນດ່ານແມ່ນປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄໍາແນະນໍາວາງອອກຢ່າງເຂັ້ມງວດໃນແຕ່ລະໄລຍະ ເຊິ່ງໃນໄລຍະຜ່ານມາບໍ່ມີກໍລະນີທີ່ເກີດການລະບາດພາຍໃນດ່ານສາກົນພວກເຮົາ ເຊິ່ງຈາກການສັງລວມມາຮອດວັນທີ 23 ເມສາ 2021 ມີແຮງງານລາວກັບຄືນມາຜ່ານດ່ານຂົວມິດຕະພາບ 11.547ຄົນ, ຍິງ 6.821ຄົນ, ພ້ອມນັ້ນຍັງມີວິຊາການຕ່າງປະເທດທີ່ເຂົ້າມາຈໍານວນໜຶ່ງ.


ທ່ານກ່າວວ່າ: ຜ່ານການຈັດຕັ້ງຍັງມີຂໍ້ຫຍຸ້ງຍາກເປັນຕົ້ນແມ່ນ ໂຊເຟີຂັບລົດບັນທຸກສິນຄ້າແມ່ນມີຄວາມສ່ຽງຫຼາຍ ເຊິ່ງສ່ວນຫຼາຍເຮົາໄດ້ແທກອຸນນະພູມ(ບໍ່ໄດ້ກວດເຊື້ອ), ການປ່ຽນຖ່າຍໂຊເຟີຂັບລົດຍັງປະຕິບັດບໍ່ທັນໄດ້ດີ, ມີຄວາມຫຍຸ້ງຍາກຫຼາຍຢ່າງ ໂດຍສະເພາະເຮັດໃຫ້ລົດອັ່່ງ ແລະ ບັນຫາອື່ນໆ.


ພ້ອມດຽວກັນ ບັນດາຂະແໜງການກ່ຽວຂ້ອງກໍໄດ້ມີຄໍາເຫັນ ແລະ ຂໍ້ສະເໜີຕໍ່ທ່ານຮອງນາຍົກ ເປັນຕົ້ນແມ່ນ ບັນຫາຜູ້ລັກລອບເຂົ້າເມືອງຜິດກົດໝາຍ, ການອອກແຈ້ງການຂອງຄະນະສະເພາະກິດປ້ອງກັນໂຄວິດຂັ້ນແຂວງ ທີ່ບໍ່ເປັນເອກະພາບກັບສູນກາງເຮັດໃຫ້ການນໍາເຂົ້າ – ສົ່ງອອກສິນຄ້າມີຄວາມຫຍຸ້ງຍາກ.


ຕໍ່ບັນຫາດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນຊົມເຊີຍ ຕໍ່ຄະນະຄຸ້ມຄອງດ່ານສາກົນ ພ້ອມໃຫ້ເອົາໃຈໃສ່ ສືບຕໍ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ໃຫ້ເຂັ້ມງວດ, ສ່ວນໂຊເຟີລົດທີ່ຂັບລົດສິນຄ້າໃຫ້ມີຈຸດພັກເຊົາສະເພາະ ເພື່ອປ້ອງກັນໂຄວິດ-19, ພ້ອມໃຫ້ຂະແໜງການກ່ຽວຂ້ອງຄົ້ນຄວ້າໂມງຕິດຕາມວ່າຈະສາມາດຈັດຕັ້ງປະຕິບັດໄດ້ແນວໃດ?, ກໍາມະກອນຂົນສົ່ງສິນຄ້າໃນສາງໃຫ້ ເອົາໃຈໃສ່ອອກບັດຕິດຕາມສຸຂະພາບ, ບັນຫາການລັກລອບເຂົ້າປະເທດບໍ່ຖືກຕ້ອງແມ່ນໃຫ້ນໍາຜູ້ລະເມີດໄປສູນກັກກັນ ອາດຈະແຍກແຮງງານພາຍໃນ ແລະ ຕົນຕ່າງປະເທດ ພາຍຫຼັງສໍາເລັດຕິດຕາມແລ້ວໃນກໍລະນີມາບໍ່ຖືກລະບຽບແມ່ນໃຫ້ມີມາດຕະການທີ່ເໝາະສົມທາງກົດໝາຍ.


ສ່ວນການສະເໜີເປີດນໍາໃຊ້ລົດໄຟຂົນສົ່ງສິນຄ້າລາວໄທ ເຫັນດີປະຕິບັດ ແຕ່ຕ້ອງປະຕິບັດລະບຽບໃນການຕິດຕາມກວດກາແຮງງານ ແລະ ໂຊເຟີຂັບລົດໄຟຢ່າງເຄັ່ງຄັດ, ສ່ວນອຸປະກອນການແພດທີ່ຮັບໃຊ້ແມ່ນໃຫ້ຂະແໜງສາທາກວດກາຄືນຄວາມພ້ອມໃນການໃຊ້ງານ, ສ່ວນໂຮງງານອຸດສາຫະກຳ ແມ່ນໃຫ້ປະຕິບັດມາດຕະການທາງສັງຄົມ, ເວັ້ນໄລຍະຫ່າງແທກອຸນນະພູມ, ໃສ່ຜ້າອັດປາ ແລະ ເຈວລ້າງມື ລວມທັງການປ່ຽນກະກັນເຂົ້າວຽກ.

ຂ່າວພຸດຕີ້ – ພາບ ສຸກສະຫວັນ