ຂ່າວດ່ວນທີ່ສຸດ ຕິດໂຄວິດໃໝ່ມື້ນີ້ 88 ຄົນຕ້ອງຈຳກັດບໍລິເວນຕົນເອງໃຫ້ດີຕໍ່ຈາກນີ້

733

ເປັນຂ່າວທີ່ບໍ່ຢາກໄດ້ຍິນປານໃດ ສຳລັບກໍລະນີຕິດໂຄວິດທີ່ນັບມື້ເພີ່ມຂຶ້ນ ເຊິ່ງມື້ນີ້ທຳລາຍສະຖິຕິສູງກວ່າເກົ່າທຽບໃສ່ມື້ວານນີ້ ຜູ້ຕິດເຊື້ອເພີ່ມຂຶ້ນເຖິງ 88 ຄົນ ລວມເປັນ 247 ຄົນ.

ຕາມຖະແຫຼງຂ່າວຂອງຄະນະສະເພາະກິດມື້ວັນທີ 24 ເມສາ 2021 ໃຫ້ຮູ້ວ່າ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3.012 ຄົນ ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 88 ຄົນ, ໃນນັ້ນ ຈາກນະຄອນຫຼວງວຽງຈັນ 84 ຄົນ, ແຂວງບໍ່ແກ້ວ 2 ຄົນ, ແຂວງຈຳປາສັກ 2 ຄົນ.

ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 153.075 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 247 ຄົນ( ໃນນີ້ປິ່ນປົວດີ49 ຄົນ, ກຳລັງນອນປິ່ນປົວ198ຄົນ). ຜູ້ຕິດເຊື້ອນອນໃນ8 ແຂວງຄື:ນະຄອນຫຼວງວຽງຈັນ 179 ຄົນ(ໃໝ່84ຄົນ), ຈຳປາສັກ 7 ຄົນ(ໃໝ່2ຄົນ), ສະຫວັນນະເຂດ3 ຄົນ, ບໍ່ແກ້ວ5 ຄົນ(ໃໝ່2ຄົນ), ບໍລິຄຳໄຊ1 ຄົນ, ຄຳມ່ວນ1 ຄົນ, ສາລະວັນ1 ຄົນ ແລະ ແຂວງວຽງຈັນ 1 ຄົນ.

ເຈົ້າໜ້າທີ່ສະເພາະກິດຮຽກຮ້ອງປະຊາຊົນໃຫ້ຄວາມຮ່ວມມືຈຳກັດບໍລິເວນຈົນເອງໃຫ້ດີຂຶ້ນກວ່າເກົ່າ ບໍ່ໃຫ້ເຄື່ອນໄຫວໄປ-ມາຕາມປົກກະຕິ ເພື່ອຫຼຸດຜ່ອນຄວາມແອອັດຂອງຜູ້ຄົນ ແລະຫຼຸດຜ່ອນການຕິດເຊື້ອລົງ.

ທີ່ສຳຄັນບໍ່ໃຫ້ມີການເດີນທາງເຂົ້າ-ອອກນະຄອນຫຼວງວຽງຈັນ ບໍ່ໃຫ້ມີການລັກເອົາເຊື້ອເຂົ້າມາເພີ່ມ, ບໍ່ໃຫ້ມີຜູ້ມາເອົາເຊື້ອອອກໄປ ເພື່ອຄວາມປອດໄພຂອງປະຊາຊົນຢູ່ນອກນະຄອນຫຼວງວຽງຈັນ.