ຮອງນາຍົກ ລົງຊຸກຍູ້ຢ້ຽມຢາມ ໃຫ້ກຳລັງໃຈເຈົ້າໜ້າທີ່ຢູ່ 5 ຈຸດກວດໂຄວິດ-19 ໃນນະຄອນຫຼວງວຽງຈັນ

771

ໃນຕອນເຊົ້າຂອງວັນທີ 24 ເມສາ 2021 ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຢ້ຽມຢາມ ເຈົ້າໜ້າທີ່ແພດ-ໝໍ ແລະ ພາກສ່ວນກ່ຽວຂ້ອງທີ່ປະຕິບັດໜ້າທີ່ຄົ້ນຫາຜູ້ຕິດເຊື້ອໂຄວິດ ຢູ່ຈຸດກວດວິເຄາະ 5 ຈຸດ ໃນນະຄອນຫຼວງວຽງຈັນຄື: ໂຮງໝໍເສດຖາທິລາດ, ມສ ລາວຫວຽດເມືອງໄຊເສດຖາ, ສະໜາມກິລາເດີ່ນເຈົ້າອານຸວົງ ເມືອງຈັນທະບູລີ, ມສ ໂຮຈີມີນ ເມືອງສີໂຄດຕະບອງ ແລະ ເດີ່ນກິລາໃນຮົ່ມບຶງຂະຫຍອງ ເມືອງສີສັດຕະນາກ.


ໃນໂອກາດຢ້ຽມຢາມດັ່ງກ່າວ ທ່ານຮອງນາຍົກ ໄດ້ຮັບຟັງການລາຍງານຈາກຄະນະແພດປະຈຳທັງ 5 ຈຸດ ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຄົ້ນຫາຜູ້ຕິດເຊື້ອໂຄວິດ-19 ໂດຍສະເພາະມື້ທໍາອິດແມ່ນຂ້ອນຂ້າງສັບສົນ, ຍັງບໍ່ເປັນລະບົບ ແລະ ມື້ຕໍ່ມາກໍ່ເຫັນວ່າ ມີຄວາມເປັນລະບຽບຫຼາຍຂຶ້ນ ແລະ ການກວດຫາເຊື້ອທີມແພດກໍໄດ້ອະທິບາຍ, ສ້າງຄວາມເຂົ້າໃຈໃຫ້ຜູ້ທີ່ເຂົ້າມາກວດຫາເຊື້ອ ວ່າຕົນເອງຕ້ອງຢູ່ໃນກຸ່ມທີ່ມີຄວາມສ່ຽງສູງແທ້ໆ ຈຶ່ງຈະເຂົ້າມາກວດ, ບໍ່ແມ່ນມາແຕ່ຕ່າງແຂວງທີ່ບໍ່ມີຄວາມສ່ຽງ ກໍເຂົ້າມາກວດ ເພາະວ່າການທີ່ເຂົ້າມາໃນຈຸດກວດກໍມີຄວາມສ່ຽງເຊັ່ນດຽວກັນ ເຊິ່ງການເຮັດວຽກທີມແພດ-ໝໍ ໄດ້ສຸ່ມກຳລັງໃສ່ຢ່າງເຕັມທີ່ເຖິງແມ່ນຈະມີຄວາມຫຍຸ້ງຍາກກໍ່ຕາມ, ເຮັດວຽກດ້ວຍຄວາມເສຍສະຫຼະຈົນບໍ່ມີມື້ພັກ.


ໂອກາດດັ່ງກ່າວ ທ່ານ ກິແກ້ວ ໄຂຄຳພິທູນ ໃນນາມຫົວໜ້າຄະນະສະເພາະກິດ ຕ່າງໜ້າລັດຖະບານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈ ຕໍ່ຄະນະແພດ-ໝໍ, ເຈົ້າທີ່ ທີ່ໄດ້ທຸ່ມເທ່, ມີຄວາມເສຍສະຫຼະສູງ ເພື່ອເຮັດວຽກຕ້ານ, ສະກັດກັ້ນກັບພະຍາດຮ້າຍດັ່ງກ່າວທີ່ກຳລັງລະບາດໃນຂະນະນີ້.


ພ້ອມເນັ້ນໃຫ້ມີການໂຄສະນາ, ເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຖິງໄພອັນຕະລາຍຂອງພະຍາດໂຄວິດ-19, ໃຫ້ປະຕິບັດມາດຕະການປ້ອງກັນຕາມຄະນະສະເພາະກິດໄດ້ວາງອອກ ແລະ ຮຽກຮ້ອງທຸກຄົນຖ້າບໍ່ຈຳເປັນບໍ່ໃຫ້ອອກຈາກບ້ານເຮືອນ.

.

.