ທ່ານ ພົອ. ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລົງຢ້ຽມຢາມ ໂຮງໝໍ ສູນກາງ103

4385

ໃນວັນທີ 24 ເມສາ 2021 ທ່ານ ພົອ. ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ໂຮງໝໍສູນກາງ 103 ກອງທັບ, ໃຫ້ການຕ້ອນຮັບໂດຍທ່ານ ພັອ. ສຸລິພັນ ເພັດຈັນທະລາ ຫົວໜ້າການທະຫານ ໂຮງໝໍ (ອຳນວຍການໂຮງໝໍສູນກາງ 103 ກອງທັບ) ແລະ ພະນັກງານແພດໝໍເຂົ້າຮ່ວມ.


ທ່ານ ພັອ. ສຸລິພັນ ເພັດຈັນທະລາ ອຳນວຍການໂຮງໝໍສູນກາງ 103 ກອງທັບ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຄວບຄຸມ ສະກັດກັ້ນ ພະຍາດ ໂຄວິດ-19 ຢູ່ ໂຮງໝໍ 103 ວ່າ: ການຈັດຕັ້ງປະຕິບັດຄຳສັ່ງ 15/ນວ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮັບມືຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19, ເຊິ່ງຜ່ານມາທາງໂຮງໝໍເຮົາ ກໍ່ໄດ້ກະກຽມສະຖານທີ່, ປັບລະບົບເຂົ້າ-ອອກ ທາງດຽວ,ຕັ້ງຈຸດກວດອຸນຫະພູມຄົນເຂົ້າ-ອອກ ຕະຫຼອດ 24 ຊົ່ວໂມງ, ປັບປຸງຕຶກ ນອນຄົນເຈັບເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ 1 ຫຼັງ ມີທັງໝົດ 60 ຕຽງ, ສະເພາະຫ້ອງຄົນາເຈັບໜັກ 8 ຕຽງ ແລະ ມີລະບົບຕ່າງໆອຳນວຍຄວາມສະດວກ ແລະ ປ້ອງກັນແພດໝໍ.


ຜົນງານຜ່ານມາໂຮງໝໍກໍ່ໄດ້ກັກບໍລິເວນຜູ້ມີອາການາທັງໝົດ 142 ຄົນ, ປິ່ນປົວດີ 7 ຄົນ ແລະ ມີຜູ້ກຳລັງນອນປິ່ນປົວຢູ່ 24 ຄົນ, ຜ່ານມາໄດ້ເກັບຕົວຢ່າງມາກວດທັງໝົດ 6.718 ຕົວຢ່າງ ແລະ ໄດ້ສັກວັກແຊງປ້ອງກັນໂຄວິດໃຫ້ ທັງໝົດ 3.500 ຄົນ ແລະ ແທກອຸນຫະພູມຄົນເຂົ້າ-ອອກ 296.677 ເທື່ອຄົນ.


ໃນໂອກາດດັ່ງກ່າວ ທ່ານ ພົອ. ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກໍ່ໄດ້ກ່າວຊົມເຊີຍ ຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານ ການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮັບມືຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ແລະ ຄວາມມານະອົດທົນ ຂອງຄະນະອຳນວຍການ, ວິຊາການ ແລະ ແພດໝໍ ທີ່ໄດ້ເອົາໃຈໃສ່ໃນໄລຍະຜ່ານມາ. ໂຄວິດ-19 ເປັນບັນຫາໃຫຍ່ຂອງທັງໂລກ ແລະ ປະເທດເຮົາກໍ່ປະເຊີນກັບການລະບາດ ເປັນບັນຫາທ້າທາຍຕໍ່ຊີວິດຂອງຄົນ, ຜ່ານມາຂະແໜງສາທາລະນະສຸກກໍ່ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການແກ້ໄຂບັນຫາ ດັ່ງນັ້ນຂໍໃຫ້ທາງໂຮງໝໍມີການກຽມພ້ອມເພື່ອຮັບມືເປັນຕົ້ນແມ່ນ: ກຽມສະຖານທີ່, ດ້ານເຕັກນິກການແພດ, ຖັນແຖວພະນັກງານແພດໝໍ ຕ້ອງເຮັດໄປນຳຖອດຖອນບົດຮຽນໄປນຳ ພ້ອມປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ.


ພ້ອມນີ້ທ່ານກໍ່ເນັ້ນໃຫ້ສືບຕໍ່ກວດກາເບິ່ງວ່າການປະຕິບັດຕົວຈິງ ມັນສະຄ່ອງວຽກຕົວຈິງແລ້ວບໍ, ເພາະເຮົາທຸກພາກສ່ວນໄດ້ສຸມທຸກກຳລັງ ໃສ່ກັບວຽກງານຕ້ານໂຄວິດ-19 ປານສະໜາມຮົບໜຶ່ງ; ໃຫ້ສຶກສາອົບຮົມພະນັກງານ, ແພດ-ໝໍ, ນັກການແພດ ກ່ຽວກັບຄວາມຮັບຜິດຊອບໃນໜ້າທີ່, ຕ້ອງເຂັ້ມງວດຕະຫຼອດ 24 ຊົ່ວໂມງ; ມີແບບແຜນເຮັດວຽກ, ມີຈິດຕະສາດ ແລະ ມາລະຍາດໃນການປະຕິບັດໜ້າທີ່ ແລະ ໃຫ້ສືບຕໍ່ສັກຢາວັກແຊງເຮັດແນວໃດໃຫ້ທົ່ວເຖິງ ແລະ ໄດ້ຜົນດີທີ່ສຸດ.
ຂະນະດຽວກັບທ່ານ ພົອ. ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະກໍ່ໄດ້ໄປຢ້ຽມຢາມຈຸດບໍລິການສັກຢາວັກແຊງໃຫ້ອ້າຍນ້ອງພະນັກງານທະຫານອີກດ້ວຍ.