ເບິ່ງຂໍ້ຫ້າມ ແລະ ບໍ່ຫ້າມໃນການຂົນສົ່ງໂດຍສານ ແລະ ສິນຄ້າ ຢູ່ ສປປ ລາວ ໃນໄລຍະສືບຕໍ່ປ້ອງກັນືຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-1

1791

ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການລົງວັນທີ23 ເມສາ 2021 ເຖິງ:  ທ່ານ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ; -ບັນດາເຈົ້າຫນ້າທີ່ໆກ່ຽວຂ້ອງ; ຜູ້ປະກອບການຂົນສົ່ງໂດຍສານ ແລະ ສິນຄ້າ. ເລື່ອງ: ການຂົນສົ່ງໂດຍສານ ແລະ ສິນຄ້າ ຢູ່ ສປປ ລາວ ໃນໄລຍະສືບຕໍ່ປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

ອີງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ສະບັບເລກທີ 15/ນຍ, ລົງວັນທີ 21/04/2021; ອີງຕາມ ການຕົກລົງເຫັນດີ ລະຫວ່າງ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ການແກ້ ໄຂການລະບາດຂອງພະຍາດໂຄວິດ-19 ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງວັນທີ 23/04/2021.

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ສະບັບເລກທີ 15/ນຍ, ລົງວັນທີ 21/04/2021 ໃຫ້ການຂົນສົ່ງໂດຍສານ ແລະ ສິນຄ້າສາມາດສືບຕໍ່ ບໍລິການສັງຄົມ ທີ່ມີມາດຕະການປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງເຂັ້ມງວດ, ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການດັ່ງນີ້:

1. ໃຫ້ຢຸດຕິຊົ່ວຄາວ ການຂົນສົ່ງໂດຍສານທາງນໍ້າລະຫວ່າງ ນະຄອນຫຼວງວຽງຈັນ ຫາ ບັນດາແຂວງ,ແຂວງ ຫາ ນະຄອນຫຼວງວຽງຈັນ ແລະ ລະຫວ່າງ ແຂວງ ຫາ ແຂວງ;

2. ໃຫ້ຢຸດຕິຊົ່ວຄາວ ການຂົນສົ່ງໂດຍສານທາງອາກາດ ພາຍໃນປະເທດທຸກເສັ້ນບິນ, ຍົກເວັ້ນຖ້ຽວບິນພິເສດທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ໄປຮັບຜູ້ໂດຍສານທີ່ມີພູມລໍາເນົາ ເຮັດວຽກປະຈໍາ ຢູ່ນະຄອນຫຼວງວຽງຈັນ;

3. ໃຫ້ຢຸດຕິຊົ່ວຄາວ ການຂົນສົ່ງໂດຍສານທາງບົກ ລະຫວ່າງ ນະຄອນຫຼວງວຽງຈັນ ຫາ ບັນດາແຂວງ,ແຂວງ ຫາ ນະຄອນຫຼວງວຽງຈັນ ແລະ ລະຫວ່າງ ແຂວງ ຫາ ແຂວງ, ແລະ ການຂົນສົ່ງໂດຍສານ ພາຍໃນແຂວງ ແລະ ພາຍໃນນະຄອນຫຼວງວຽງຈັນ, ຊຶ່ງລວມມີ ລົດເມ, ລົດຕູ້, ລົດຕັກຊີ, ລົດສອງແຖວ, ລົດຕຸກໆ, ລົດຈໍາໂບ້ ແລະ ລົດຈັກຮັບຈ້າງ;

4. ໃຫ້ຢຸດຕິຊົ່ວຄາວ ການຂົນສົ່ງໂດຍສານ ທາງລົດໄຟ ລາວ-ໄທ, ສໍາລັບການຂົນສົ່ງສິນຄ້າ ແມ່ນຍັງອະນຸຍາດໃຫ້ສືບຕໍ່ບໍລິການໄດ້ ໂດຍໃຫ້ປະຕິບັດມາດຕະການ ທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກ ແລະ ບັນດາມາດຕະການຂອງທັງສອງຝ່າຍ ຕົກລົງເປັນເອກະພາບກັນ ຢ່າງເຂັ້ມງວດ;

5. ອະນຸຍາດໃຫ້ມີການຂົນສົ່ງສິນຄ້າພາຍໃນປະເທດ, ລະຫວ່າງປະເທດ, ຜ່ານແດນ ແລະ ນໍາເຂົ້າເພື່ອ
ສົ່ງອອກ ຊຶ່ງໃຫ້ປະຕິບັດມາດຕະການດັ່ງນີ້:

5.1 ການຂົນສົ່ງສິນຄ້າພາຍໃນປະເທດ: ການຂົນສົ່ງສິນຄ້າພາຍໃນປະເທດ ທີ່ເຄື່ອນຍ້າຍຢູ່ພາຍໃນປະເທດຜ່ານບັນດາ ເມືອງ, ແຂວງ ແລະ ນະຄອນຫຼວງວຽງຈັນ ແມ່ນສາມາດຂົນສົ່ງສິນຄ້າ ແລະ ອາຫານໄປຮອດປາຍທາງ ຫຼື ລູກຄ້າ ໄດ້ຢ່າງເປັນປົກກະຕິ; 5.2 ການຂົນສົ່ງສິນຄ້າ ຂາເຂົ້າ, ຂາອອກ, ຜ່ານແດນ ແລະ ນໍາເຂົ້າເພື່ອສົ່ງອອກ

ກ. ສໍາລັບລົດຂົນສົ່ງສິນຄ້າປະເພດ ອຸປະໂພກ, ບໍລິໂພກ ແລະ ນໍາເຂົ້າທົ່ວໄປ ທີ່ເຂົ້າມາດິນແດນຂອງ ສປປ ລາວ ຕ້ອງນໍາສົ່ງສິນຄ້າໄປລົງຈຸດຄ່ຽນຖ່າຍທີ່ເຈົ້າຫນ້າທີ່ກໍານົດຢູ່ດ່ານຊາຍແດນເບື້ອງລາວ, ພາຍຫຼັງເອົາສິນຄ້າລົງແລ້ວ ໃຫ້ກັບຄືນທັນທີ; ຂ. ສໍາລັບລົດຂົນສົ່ງສິນຄ້າປະເພດນນໍ້າມັນເຊື້ອໄຟ, ສິນຄ້າທາດແຫຼວ, ອາຍແກັສ, ຢາງປູທາງ,ສິນຄ້າອັນຕະລາຍ, ສິນຄ້າກະສິກໍາປະເພດບູດເນົ່າໄວ (ສັດທີ່ມີຊີວິດ, ຊີ້ນແຊ່ແຂງ, ຫມາກໄມ້ ສົດ ແລະ ອື່ນໆ), ວັດຖຸດິບສໍາລັບການຜະລິດເພື່ອສົ່ງອອກຄືນ ທີ່ໄດ້ຮັບການຍົກເວັ້ນພາສີ ອາກອນ ຕາມນະໂຍບາຍຂອງລັດຖະບານ ແລະ ວັດຖຸອຸປະກອນ, ເຄື່ອງຈັກຜະລິດ ເພື່ອມາ ຮັບໃຊ້ໂຄງການຂອງລັດຖະບານເຊັ່ນ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ເຂື່ອນໄຟຟ້າ, ເຄື່ອງຊ່ວຍເຫຼືອ ທາງດ້ານອຸປະກອນການແພດ ເພື່ອຮັບມືກັບການລະບາດພະຍາດ ແລະ ໄພພິບັດ ທີ່ບໍ່ສາມາດຄ່ຽນຖ່າຍ ຫຼື ມີຄວາມສ່ຽງດ້ານຄວາມປອດໄພໃນການຄ່ຽນຖ່າຍ ແມ່ນ ອະນຸຍາດໃຫ້ລົດຂົນສົ່ງຂອງຕ່າງປະເທດເຂົ້າມາຮອດປາຍທາງໄດ້, ພາຍຫຼັງເອົາສິນຄ້າລົງ ແລ້ວໃຫ້ກັບຄືນທັນທີ. ການຂົນສົ່ງສິນຄ້າປະເພດດັ່ງກ່າວ ຕ້ອງໄດ້ເຮັດຫນັງສືຄໍ້າປະກັນທາງດ້ານຄວາມປອດໄພຈາກພະຍາດໂຄວິດ-19 ກັບຄະນະສະເພາະກິດປະຈໍາດ່ານສາກົນ; ຊຶ່ງ ປະກອບມີ ການກໍານົດເສັ້ນທາງຂົນສົ່ງ, ຕົ້ນທາງ-ປາຍທາງ ຂົນສົ່ງສິນຄ້າ, ມີຫນັງສືຢັ້ງຢືນ ຂອງສິນຄ້າ ຫຼື ຕົວແທນຢູ່ ສປປ ລາວ ຫຼື ເຈົ້າຂອງໂຄງການ; ລະບຸມາດຕະການ ໃນການ ກິນ, ຢູ່, ພັກ-ເຊົ້າ ຂອງຄົນຂັບລົດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19

ຄ. ລົດຂົນສົ່ງສິນຄ້າຜ່ານດິນແດນຂອງ ສປປ ລາວ ເພື່ອຈະໄປປະເທດທີ່ສາມ ຕ້ອງມາຄຽນຖ່າຍສິນຄ້າໃສ່ລົດຂົນສົ່ງຂອງລາວຢູ່ຈຸດຄ່ຽນຖ່າຍຂາເຂົ້າທີ່ເຈົ້າຫນ້າທີ່ກໍານົດ ແລ້ວໃຫ້ລົດຂົນສົ່ງຂອງລາວທີ່ເປັນຄູ່ສັນຍາຂົນສົ່ງຕໍ່ໄປດ່ານຊາຍແດນຂາອອກ; ງ. ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ເຫັນດີອະນຸຍາດໃຫ້ລົດຂົນສົ່ງສິນຄ້າ ແລະຕູ້ຄອນແທນເນີເປົ່າຂອງຕ່າງປະເທດທີ່ເປັນຄູ່ສັນຍາກັບບໍລິສັດຂົນສົ່ງຂອງ ສປປ ລາວ ສາມາດ ເຂົ້າມາຮັບເອົາສິນຄ້າ ຢູ່ ສປປ ລາວ ເພື່ອສົ່ງອອກໄດ້ ໂດຍຕ້ອງໄດ້ຮັບອະນຸຍາດ ຈາກພາກສ່ວນກ່ຽວຂ້ອງ.

5.3 ຜູ້ປະກອບການ ແລະ ຄົນຂັບລົດ; 5.3.1 ສໍາລັບຜູ້ປະກອບການຂົນສົ່ງ, ຜູ້ປະກອບການຂົນສົ່ງ ຕ້ອງທໍາຄວາມສະອາດສະຖານທີ່ຂອງບໍລິສັດ ແລະ ເພີ່ມຄວາມຖີ່ໃນການທໍາຄວາມສະອາດເຊັ່ນ: ສີດຢາອະເຊື້ອພາຍໃນຫ້ອງຂັບລົດ ແລະ ຕູ້ບັນຈຸສິນຄ້າ ກ່ອນ ການບັນຈຸສິນຄ້າໃສ່ລົດແຕ່ລະຄັ້ງ, ພ້ອມມີບັນທຶກການກວດກາສະພາບທາງດ້ານຮ່າງກາຍ ຂອງຄົນຂັບລົດປະຈໍາວັນ ດ້ວຍເຄື່ອງກວດອຸນຫະພູມຮ່າງກາຍ. ມີມາດຕະການໃນການແກ້ໄຂ ເຫດການສຸກເສີນເຊັ່ນ: ກໍລະນີທີ່ພົບພະນັກງານຂອງຕົນມີອຸນຫະພູມ ສູງເກີນ 37,5 ອົງສາ ຕ້ອງປ່ຽນຄົນຂັບລົດ ແລະ ໃຫ້ປະສານຫາພະນັກງານສາທາລະນະສຸກເພື່ອນໍາສົ່ງໄປ ສະຖານທີ່ບໍລິການສາທາລະນະສຸກຢູ່ໃກ້, ພ້ອມທັງແນະນໍາໃຫ້ຜູ້ກ່ຽວໃສ່ຜ້າປິດປາກ-ດັງ ແລະ ແຍກປ່ຽວຈາກຄົນອື່ນ; ເອົາໃຈໃສ່ ແນະນໍາພະນັກງານທຸກຄົນໄປສັກວັກຊີນໂຄວິດ-19, ລ້າງມືດ້ວຍສະບູ, ເຫຼົ້າ 70%ຂຶ້ນໄປ, ເຈວ ຫຼື ຢາຂ້າເຊື້ອເປັນປົກກະຕິ ແລະ ໃຫ້ຕິດຕັ້ງຈຸດລ້າງມືໃຫ້ລູກຄ້າ, ຄົນຂັບລົດ,ລວມທັງພະນັກງານຕາມຈຸດຕ່າງໆຂອງສໍານັກງານທີ່ມີຄວາມສະດວກ ແລະ ປອດໂປ່ງ. 5.3.2 ສໍາລັບຄົນຂັບລົດຂົນສົ່ງ: ຕ້ອງຖືໃບຂັບຂີ່, ບັດປະຈໍາຕົວ ແລະ ເອກະສານປະຈໍາລົດຕະຫຼອດເວລາ ເພື່ອອໍານວຍຄວາມ
ສະດວກ ໃນການກວດກາຂອງເຈົ້າຫນ້າທີ່ຕາມເສັ້ນທາງ; ຕ້ອງໃສ່ຜ້າປິດປາກ-ດັງ ຕະຫຼອດເວລາ ໃນເວລາເຮັດວຽກ ຫຼື ເດີນທາງ; ບັນທຶກການເດີນທາງ (Timeline) ແລະ ອຸນຫະພູມຂອງຕົນເອງ ໃນແຕ່ລະວັນ; ຕ້ອງຫມັ່ນລ້າງມືດ້ວຍນໍ້າສະອາດ ແລະ ສະບູ ຫຼື ເຫຼົ້າ 70% ຂຶ້ນໄປ;  ສໍາລັບລົດຂົນສົ່ງສິນຄ້າຕ່າງປະເທດ ແມ່ນອະນຸຍາດໃຫ້ມີຄົນຂັບລົດພຽງແຕ່ 1 ຄົນ ຕໍ່ 1 ຄັນໂດຍບໍ່ອະນຸຍາດໃຫ້ມີຜູ້ຕິດຕາມ ແລະ ຕ້ອງມີຫນັງສືຢັ້ງຢືນຜົນຂອງການກວດຫາເຊື້ອພະຍາດ ໂຄວິດ-19 ເປັນລົບ ຢ່າງຫນ້ອຍ 72 ຊົ່ວໂມງ ແລະ ສາມາດນໍາໃຊ້ໄດ້ພາຍໃນ 7 ວັນ, ຖ້າເກີນຜູ້ກ່ຽວຈະຕ້ອງໄດ້ກວດຄືນອີກ.

6. ໃຫ້ບັນດາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ຂັ້ນນະຄອນຫຼວງ,ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ/ແຂວງ ແລະ ຜູ້ປະກອບການຂົນສົ່ງ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເປັນເອກະພາບ
ທົ່ວປະເທດ;

7. ນອກຈາກແຈ້ງການສະບັບນີ້ ແລ້ວ ໃຫ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ຂັ້ນນະຄອນຫຼວງວຽງຈັນ ແລະ ຂັ້ນແຂວງວາງອອກຢ່າງເຂັ້ມງວດ;

8. ແຈ້ງການສະບັບນີ້ປ່ຽນ ແທນແຈ້ງການສະບັບເລກທີ 00283/ຍທຂ, ລົງວັນທີ 24 ເມສາ 2020 ກ່ຽວກັບ ການຂົນສົ່ງສິນຄ້າພາຍໃນ, ເຂົ້າ-ອອກ ລະຫວ່າງປະເທດ ແລະ ຜ່ານແດນຢູ່ໃນ ສປປ ລາວ ໃນໄລຍະສືບຕໍ່ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແລະ ຄໍາແນະນໍາເພີ່ມເຕີມ ສະບັບເລກທີ 2715/ຍທຂ, ລົງວັນທີ 08 ກຸມພາ 2021 ກ່ຽວກັບການຈັດຕັ້ງ ປະຕິບັດການຂົນສົ່ງສິນຄ້າລະຫວ່າງປະເທດ ແລະ ຜ່ານແດນ ໃນໄລຍະສືບຕໍ່ປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແປງ.