ນາຊາ ສະກັດອົກຊີເຈນຈາກອາກາດເທິງດາວອັງຄານໄດ້ແລ້ວ

1508

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງການ ບໍລິຫານ ການບິນ ແລະ ອາວະກາດ ແຫ່ງຊາດຂອງ ສ.ອາເມລິກາ(NASA) ປະສົບຜົນສຳເລັດໃນການປ່ຽນ ກາກບອນໄດອອກໄຊໃນອາກາດຢູ່ດາວອັງຄານ ໃຫ້ເປັນອົກຊີເຈນ ບໍລິສຸດ ເພື່ອໃຊ້ຫາຍໃຈ ໄດ້ເປັນຄັ້ງທຳອິດ ຈາກພາລະກິດ ສຳຫຼວດດາວອັງຄານ.


ລາຍງານລະບຸວ່າ: ເພີເຊເວຍແຣນ (Perseverance) ຍານສຳຫຼວດ ຫົກລໍ້ສາມາດສະກັດອອກຊີເຈນຈາກອາກາດ ທີ່ເບົາບາງຢູ່ດາວອັງຄານ ຫຼັງລົງຈອດພື້ນຜິວດາວອັງຄານ ໃນວັນທີ 18 ກຸມພາ ຜ່ານມາ ໂດຍໃຊ້ເວລາເດີນທາງ ຈາກໂລກໄປຍັງ ດາວອັງຄານ 7 ເດືອນ.

ນາຊາ ໄດ້ເປີດໃຊ້ງານ ອຸປະກອນ ທົດລອງຜະລິດອົກຊີແຊນ ເທິງດາວອັງຄານ ຫລື ເປັນທີ່ຮູ້ຈັກດີ ມອກຊີ (MOXIE) ເປັນຄັ້ງທຳອິດ ແລະ ສາມາດຜະລິດ ອົກຊີແຊນໄດ້ 5 ກຣາມ ເພື່ອຊ່ວຍໃຫ້ມະນຸດ ອາວະກາດ ຫາຍໃຈໄດ້ປະມານ 10 ນາທີ ແຕ່ນັບເປັນ ຄວາມສຳເລັດ ຈາກການທົດລອງ ສະກັດ ຊັບພະຍາກອນ ເທິງດາວເຄາະ ດວງອື່ນໆ ເພື່ອໃຫ້ມະນຸດ ໃຊ້ປະໂຫຍດ ໂດຍກົງ.