ລາຍງານຜົນການສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກແບບລະອຽດ ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ດ້ວຍລະບົບທັນສະໄໝ ໃນຮູບແບບການລົງທຶນຮ່ວມ ພາກລັດ ແລະ ເອກະຊົນ

1405

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເປີດກອງປະຊຸມຮັບຟັງການລາຍງານຄວາມຄືບໜ້າ ການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແບບລະອຽດ ຂອງໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໃນຮູບແບບການລົງທືນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ PPP ໃນວັນທີ 21 ເມສາ 2021 ທີ່ຫ້ອງປະຊຸມຂອງກຸ່ມບໍລິສັດຄຳໄພຊະນະ ຈຳກັດຜູ້ດຽວ ໂດຍການເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ມີບັນດາທ່ານຫົວໜ້າ ແລະ ຮອງຫົວໜ້າກົມ, ຫ້ອງການ, ກອງ ພາຍໃນກະຊວງ ຍທຂ, ຜູ້ຕ່າງຈາກບັນດາກະຊວງທີກ່ຽວຂ້ອງກໍ່ໃຫ້ກຽດເຂົ້າຮ່ວມ.

ລັດຖະບານ ໄດ້ເຊັນ MOU ກັບ ກຸ່ມບໍລິສັດຄໍາໄພຊະນະ ຈໍາກັດຜູ້ດຽວ ຮ່ວມກັບ ບໍລິສັດ Hytera Communication ຈໍາກັດ ຈາກ ສປ ຈີນ. ການສຶກສາໂຄງການ ແມ່ນໄດ້ເລີ່ມແຕ່ເດືອນ ຕຸລາ ປີ 2020 ແລະ ມີອາຍຸ 1 ປີ, ມາຮອດປັດຈຸບັນ ຂະແໜງການກ່ຽວຂ້ອງ ໄດ້ຮ່ວມກັບ ທີມງານຊ່ຽວຊານ ຂອງ 2 ບໍລິສັດ ດັ່ງກ່າວ ເດີນທາງໄປສຳຫລວດ ແລະ ເກັບກຳຂໍ້ມູນຄົບທັງໝົດ 18 ແຂວງ ຂອງ ສປປ ລາວ ແລະ ໄດ້ນຳເອົາຂໍ້ມູນທີ່ໄດ້ ມາວິເຄາະວິໄຈ ບັນຫາ ແລະ ຄວາມຫຍຸ້ງຍາກ ຂອງລະບົບຄຸ້ມຄອງ ພາຫະນະ ແລະ ການຂົນສົ່ງ ພ້ອມທັງສະເໜີວິທີການແກ້ໄຂ ຫລື Solutions ຂອງແຕ່ລະບັນຫາ.

ຈຸດປະສົງຂອງກອງປະຊຸມໃນມື້ນີ້ ແມ່ນເພື່ອຮັບຟັງການລາຍງານ ກ່ຽວກັບ ຜົນການລົງເກັບກໍາຂໍ້ມູນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດປະຕິບັດວຽກງານການຄຸ້ມຄອງຍານພາຫະນະ, ການຂັບຂີ່, ການປະຕິບັດໜ້າທີ ຂອງຕໍາຫຼວດຈາລະຈອນ, ການຕິດຕາມສະພາບການຂົນສົ່ງ ພາຍໃນແຂວງ ແລະ ດ່ານສາກົນໃນການເຂົ້າ-ອອກລົດທັງພາຍໃນ ແລະ ຕ່າງປະເທດ; ການອອກແບບ ລະບົບຄຸ້ມຄອງ ແລະ ການຂຶ້້ນທະບຽນຍານພາຫະນະ, ການຂັບຂີ່ ແລະ ການຄວບຄຸ້ມການຂົນສົ່ງ ໂດຍນໍາໃຊ້ເຕັກໂນໂລຊີ ທີ່ ທັນສະໄໝ; ງົບປະມານໃນການລົງທືນ ແລະ ການຄຸ້ມຄອງໂຄງການ ໃນອະນາຄົດ; ແລະ ສະເໜີ ຮູບແບບການລົງທຶນ ໃຫ້ລັດຖະບານພິຈາລະນາ.

ກອງປະຊຸມ ມື້ນີ້ເປັນກອງປະຊຸມທີ່ສຳຄັນ ເພາະຈະໄດ້ພ້ອມກັນ ຮັບຟັງ ແລະ ປຶກສາຫາລື ປະກອບຄຳຄິດ ຄຳເຫັນ ໃຫ້ຄະນະຊ່ຽວຊານໂຄງການ ໃນລະບົບ ແລະ ແຕ່ລະອົງປະກອບ ຂອງໂຄງການ ຢ່າງລະອຽດ ເພື່ອເຮັດໃຫ້ຊ່ຽວຊານ ນຳໄປປັບປຸງໃຫ້ສົມບູນ ແລະ ນຳສະເໜີ ຕໍ່ຄະນະກຳມະການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ຫລື ຄລທ.ສ ພິຈາລະນາ ຂັ້ນຕໍ່ໄປ. ສະນັ້ນ, ຈຶ່ງຂໍຮຽກຮ້ອງ ໃຫ້ບັນດາທ່ານ ທີ່ຕາງໜ້າຈາກຂະແໜງການຕ່າງໆ ຈົ່ງພ້ອມກັນ ຊ່ວຍຄົ້ນຄ້ວາ ແລະ ປະກອບຄຳຄີດ ຄຳເຫັນ ຢ່າງກົງໄປກົງມາ ຕໍ່ບັນຫາທີ່ພົວພັນກັບຂະແໜງການຂອງຕົນ ແລະ ພາຍຫລັງກອງປະຊຸມແລ້ວ ໃຫ້ກັບໄປລາຍງານຄະນະນຳ ຂອງຕົນຊາບ ແລະ ໃຫ້ທິດຊີ້ນຳ ເນື່ອງຈາກວ່າໂຄງ ການນີ້ຈະນຳໃຊ້ ເຕັກໂນໂລຊີທີ່ທັນສະໄໝ ເປັນເຄື່ອງມືໃນການຄຸ້ມຄອງ ພາຫະນະ ແລະ ການຂົນສົ່ງ ໃຫ້ທັນ ສະໄໝ, ໂປ່ງໃສ ແລະ ຍືນຍົງ ໄປຕາມທິດ ຂອງພັກ-ລັດ ໃນການກະທັດຮັດການຈັດ ຕັ້ງ, ຊ່ວຍຫລຸດຜ່ອນ ຈຳນວນບຸກຄະລາກອນ ໃນການຄຸ້ມຄອງແບບເຈັ້ຍສໍ, ຂັ້ນຕອນ ແລະ ເວລາ ຊຶ່ວພົວພັນກັບຫລາຍ ຂະແໜງການ ເປັນຕົ້ນແມ່ນ ຂະແໜງໂຍທາທິການ ແລະຂົນສົ່ງ, ປ້ອງກັນຄວາມສະຫງົບ ແລະ ການເງິນ.

ແຕ່ຖ້າຫາກວ່າ ສາມາດເລັ່ງຈັດຕັ້ງປະຕິບັດໃຫ້ສຳເລັດໄວ ເທົ່າໃດຍິ່ງ ເປັນການດີ ເພື່ອກະກຽມຮອງຮັບ ວຽກງານຮີບດ່ວນ ຊຶ່ງຮູ້ນຳກັນແລ້ວວ່າ ປັດຈຸບັນ ລັດຖະບານ ກໍກຳລັງຂຸ້ນຂ້ຽວ ໃນການຄົ້ນຄ້ວາອອກ ດຳລັດວ່າ ດ້ວຍການ ຄຸ້ມຄອງ ລົດລັດ, ສະພາແຫ່ງຊາດກໍຈະພິຈາລະນາຮັບຮອງ ຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ, ການປັບປຸງ ສັນຍາ ຂົນສົ່ງ ໃນກອບຕ່າງໆ ເພື່ອປົກປ້ອງສິດຜົນ ປະໂຫຍດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ຂົນສົ່ງ ຂອງ ສປປ ລາວ ໃນຊ່ວງວິກິດ.

ທີ່ມາ: ກະຊວງໂຍທາທິການແລະຂົນສົ່ງ