ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົນທະນາ ທາງໂທລະສັບກັບ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

1778

ໃນວັນທີ 23 ເມສາ 2021, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ສົນທະນາທາງໂທລະສັບກັບ ສະຫາຍ ຫຼີ ເຄີ້ສຽງ, ນາຍົກລັດຖະມົນຕີແຫ່ງ ສປ ຈີນ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ລາວ-ຈີນ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະ ການເປັນຄູ່ຮ່ວມຊາຕາກໍາ ລະຫວ່າງ ລາວ-ຈີນ, ຈີນ-ລາວ.

ການສົນທະນາໃນຄັ້ງນີ້, ສະຫາຍ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ຫຼີ ເຄີ້ສຽງ ທີ່ໄດ້ສົ່ງຄໍາຊົມເຊີຍອັນອົບອຸ່ນ ໃນໂອກາດຮັບຕໍາແໜ່ງໃຫມ່ຂອງຕົນ, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ສປ ຈີນ ຕໍ່ ສປປ ລາວ ໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19, ລວມທັງການສົ່ງຢາວັກແຊັງຫຼາຍກວ່າລ້ານໂດສໃຫ້ແກ່ ສປປ ລາວ. ພ້ອມນີ້, ສະຫາຍ ພັນຄໍາ ວິພາວັນ ກໍ່ໄດ້ກ່າວສະແດງຄວາມກຽມພ້ອມຈະສືບຕໍ່ຮ່ວມມື ແລະ ເຮັດວຽກຮ່ວມກັບ ສະຫາຍ ຫຼີ ເຄີ້ສຽງ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງ ລາວ-ຈີນ ໃຫ້ນັບມື້ນັບໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນໃຫຍ່ຫຼວງໃນການລົບລ້າງຄວາມທຸກຍາກຢູ່ ສປ ຈີນ ຢ່າງສິ້ນເຊີງ. ພ້ອມດຽວກັນນີ້, ສະຫາຍ ພັນຄໍາ ວິພາວັນ ກໍໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ຂອງສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ສົ່ງຜ່ານ ສະຫາຍ ຫຼີ ເຄີ້ສຽງ ເຖິງ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ, ພ້ອມທັງແຈ້ງໃຫ້ຊາບວ່າ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ມີຄວາມຍິນດີ ທີ່ຈະເດີນທາງໄປຢ້ຽມຢາມ ສປ ຈີນ ໃນເວລາອັນເໝາະສົມ ຕາມການເຊື້ອເຊີນຂອງ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ.

 

ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄືການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ນັບໄດ້ຮັບເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ ທັງໃນລວງເລິກ ແລະ ລວງກວ້າງ, ຊຶ່ງປີນີ້ກໍ່ແມ່ນປີໜຶ່ງທີ່ມີຄວາມໝາຍສໍາຄັນສໍາລັບການພົວພັນຮ່ວມມືຂອງສອງປະເທດ ເນື່ອງຈາກເປັນປີ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ປີມິດຕະພາບ ລາວ-ຈີນ 2021. ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືສອງຝ່າຍ ລາວ-ຈີນ ໃນດ້ານການພັດທະນາ ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ, ຊຶ່ງເປັນໂຄງການທີ່ນອນຢູ່ໃນການປະຕິບັດຍຸດທະສາດໜຶ່ງແລວໜຶ່ງເສັ້ນທາງ ເຊັ່ນ: ທາງດ່ວນ ວຽງຈັນ-ວັງວຽງ-ຫຼວງພະບາງ-ບໍ່ເຕັນ ທີ່ສໍາເລັດໃນຕອນຕົ້ນແລ້ວ ແລະ ໂຄງການທາງລົດໄຟດ່ວນ ລາວ-ຈີນ ທີ່ຈະສໍາເລັດໃນທ້າຍປີນີ້ ແລະ ໂຄງການອື່ນໆ.

 

ໃນໂອກາດດຽວກັນນີ້, ສະຫາຍ ຫຼີ ເຄີ້ສຽງ ກໍ່ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈທີ່ ສະຫາຍ ພັນຄໍາ ວິພາວັນ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຍິນດີ ທີ່ຈະຮ່ວມກັນກັບ ສະຫາຍ ພັນຄໍາ ວິພາວັນ ລົງເລິກການເຊື່ອມໂຍງຍຸດທະສາດການພັດທະນາລະຫວ່າງສອງຝ່າຍ, ປະສານສົມທົບໃນການປ້ອງກັນພະຍາດ ໂຄວິດ-19 ແລະ ການສົ່ງເສີມການຮ່ວມມືຢ່າງເປັນຮູບປະທໍາ, ສືບຕໍ່ເພີ່ມເນື້ອໃນອຸດົມສົມບູນໃຫ້ການຮ່ວມມືຍຸດທະສາດຮອບດ້ານ ເພື່ອສົ່ງເສີມພາລະກິດສ້າງສາຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ໃຫ້ບັນລຸຄວາມຄືບໜ້າໃໝ່ຢ່າງຕໍ່ເນື່ອງ.

 

ໃນຕອນທ້າຍ, ສະຫາຍ ພັນຄໍາ ວິພາວັນ ກໍໄດ້ອວຍພອນໃຫ້ ສະຫາຍ ຫຼີ ເຄີ້ສຽງ ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງຂອງຕົນ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງຊາດ ລາວ-ຈີນ ໃຫ້ນັບມື້ນັບໝັ້ນຄົງທະນົງແກ່ນ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ສອງຝ່າຍກໍໄດ້ເຊື້ອເຊີນ ຊຶ່ງກັນ ແລະ ກັນ ຢ້ຽມຢາມປະເທດຂອງຕົນ ໃນເວລາ ແລະ ສະພາບການອັນເໝາະສົມ.

ທີ່ມາ: ກະຊວງການຕ່າງປະເທດ