ຄວາມຫ່ວງໃຍ ເພື່ອຫ່າງໄກໂຄວິດ-19 ຈາກໜຸ່ມຫຼໍ່ ເທ່ເລີ້ ສີສົມບັດ

563

ເທເລີ້ ສີສົມບັດ ເປັນນັກຮ້ອງ, ນັກສະແດງ, ແລະ ນາຍແບບ ຝາກເຄັດລັບດີໆ ແລະ ການປະຕິບັດຕົນເອງເພື່ອຫ່າງໄກຈາກໂຄວິດ ຊຶ່ງເທ່ເລີໄດ້ໃຫ້ສໍາພາດວ່າ: ໃນຊ່ວງການແຜ່ລະບາດໂຄວິດແບບນີ້ ເທເລີ້ເອງ ກໍ່ໄດ້ປັບປ່ຽນການໃຊ້ຊີວິດປະຈຳວັນ.

ໂດຍວິທີການຂອງເທ່ເລີ້ ນອກຈາກປະຕິບັດຕາມຄຳແນະນຳຂອງທາງການແລ້ວ

  1. ກິນອາຫານໃຫ້ຄົບ 5 ໝູ່ ແຕ່ເນັ້ນອາຫານປະເພດທີ່ມີ ວິຕາມິນຊີຫລາຍໆ ເພາະ Vitamin C ຈະຊ່ວຍໃນການເສີ່ມສ້າງພູມຄຸ້ມກັນໃຫ້ແຂງແຮງ ເຊິ່ງມັນຈະເຮັດໃຫ້ຮ່າງກາຍຂອງເຮົາມີຄວາມສ່ຽງຕໍ່ການຕິດເຊື້ອ ໂຄວິດ 19 ໜ້ອຍຫລົງ
  2. ຫລຸດອາຫານປະເພດຂອງຫວານ, ຈາກບົດຄົ້ນຄວ້າຂອງ Dr. Erik Fleischman ນໍ້າຕານໃນຮ່າງກາຍຂອງຄົນເຮົາຄືອາຫານຊັ້ນເລີດຂອງ ພະຍາດໂຄວິດ-19 ດັ່ງນັ້ນໃຜທີ່ມັກກິນອາຫານລົດຫວານກະຄວນຫລຸດຫລົງຕື່ມ.
  3. ຄວາມວິຕົກກັງວົນ ຂອງຄົນສາມາດເຮັດໃຫ້ພະຍາດໂຄວິດ-19 ທຳລາຍຮ່າງກາຍຂອງເຮົາໄວຂຶ້ນ ເນື່ອງຈາກວ່າລະບົບພູມຄຸ້ມກັນຂອງເຮົາຈະອ່ອນລ້າລົງ ຖ້າເຮົາມີຄວາມຄຽດຫລາຍເກີນໄປ.

ວິທີປ້ອງກັນຕົນເອງເວລາອອກໄປທາງນອກພົບປະກັບຜູ້ຄົນແມ່ນ ໃນຖານະການແຜ່ລະບາດຂອງພະຍາດໂຄວິດ 19 ໃນປັດຈຸບັນ,  ເທ່ເລີເອງກໍໄດ້ ( keep social distancing)  ຄືພະຍາຍາມເວັ້ນໄລຍະຫ່າງກັບຜູ້ຄົນ, ຢູ່ບ້ານກັບຄອບຄົວ ຖ້າບໍ່ຈຳເປັນອີຫລີກໍບໍ່ອອກໄປຂ້າງນອກ  ແຕ່ຖ້າມີວຽກຈຳເປັນແທ້ໆກໍຕ້ອງໄດ້ມີເຄື່ອງມືປ້ອງກັນພະຍາດໂຄວິດຢ່າງເຂັ້ມງວດ ຄືຕ້ອງໃສ່ຜ້າປິດປາກ, ພົກເຈວລ້າງມືຕະຫລອດເວລາ, ເວັ້ນຊ່ວງໄລຍະຫ່າງເວລາຢູ່ນຳໝູ່ເພື່ອນ ຫລື ຄູ່ຮ່ວມວຽກ ເພື່ອປ້ອງກັນທັງເຮົາ ແລະ ຄົນອ້ອມຂ້າງ.

ສຳລັບສັງຄົມ ແລະ ຄົນອ້ອມຂ້າງ ເທ່ເລີ້ເອງກະຢາກແນະນຳ ກ່ອນອື່ນໝົດເລີຍ 1.ຕ້ອງມີສະຕິເວລາເສບຂ່າວສານຕ່າງໆ ຕ້ອງເບິ່ງດີດີວ່າແຫລ່ງຂໍ້ມູນນັ້ນໆ ມາຈາກແຫລ່ງຂໍ້ມູນທີ່ນ່າເຊື່ອຖືຫລືບໍ 2. ຕ້ອງມີຜ້າປິດປາກ ແລະ ເຈວລ້າງມືພົກຕິດໂຕໄວ້ຕະຫລອດ ຫ້າມຖືເບົາ ເພາະພະຍາດໂຄວິດ 19 ນີ້ສາມາດຕິດຕໍ່ກັນໄດ້ໄວ 3. ອອກກຳລັງກາຍ ຢ່າງສະໝໍ່າສະເໝີ ແຕ່ຕ້ອງເປັນການອອກກຳລັງກາຍແບບສ່ວນໂຕ ເຊັ່ນ ໂຢຄະ ແລະ ສິ່ງທີ່ສາມາດເຮັັດຢູ່ເຮືອນໄດ້.

ສຸດທ້າຍ ສຳລັບເທ່ເລີ້, ການກັກໂຕຢູ່ບ້ານໃນຊ່ວງນີ້ ຖືວ່າເປັນການໃຊ້ເວລາອັນແສນສຸກກັບຄອບຄົວ ເປັນການກຳນົດເປົ້າໝາຍຊີວິດໃໝ່ ແລະ ໃຫ້ເປັນຊ່ວງເວລາໃນການຮັກສາສຸຂະພາບຂອງເຮົາໃຫ້ແຂ່ງແຮງຂຶ້ນ ເທ່ເລີ້ເຊື່ອວ່າຖ້າເຮົາມີການຮ່ວມມືກັນທຸກພາກສ່ວນ ຢູ່ເຮືອນຢຸດການແຜ່ລ່ະບາດຕໍ່ຜູ້ອື່ນ, ບໍ່ໄປບ່ອນຊຸ່ມຊົນທີ່ມີຄວາມສ່ຽງ, ຕິດຕາມຂ່າວຢ່າງໃກ້ສິດ ແລະ ມີສະຕິ, ປະຕິບັດຕາມຄຳຊີ້ນຳຂອງພັກລັດ ເທ່ເລີ້ ເຊື່ອວ່າເຮົາຊິຜ່ານວິກິດການນີ້ໄປໄດ້ດ້ວຍດີ ເທ່ເລີ້ ຂໍເປັນກຳລັງໃຈໃຫ້ທຸກຄົນເດີ້.