ຜູ້ຕິດເຊື້ອໂຄວິດ-19 ກໍລະນີຢັ້ງຢຶນທີ 93 ເຫັນທາມລາຍແລ້ວໜ້າຕົກໃຈ ຮຽກຮ້ອງໃຫ້ຜູ້ສຳຜັດໃກ້ຊິດຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ໄດ້ກຳນົດໄວ້

470

ວັນທີ 22 ເມສາ ຄະນະສະເພາະກິດຢັ້ງຢືນກວດພົບກໍລະນີຕິດເຊື້ອໂຄວິດ-19ໃໝ່6 ຄົນ; ໃນນີ້ນະຄອນຫຼວງວຽງຈັນ 4ຄົນ, ສະຫວັນນະເຂດ1 ຄົນ ແລະ ແຂວງບໍ່ແກ້ວ1ຄົນ ເຮັດໃຫ້ຍອດຕິດເຊື້ອສະສົມເພີ່ມເປັນ 94 ຄົນ( ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ກຳນົດໄວ້ 45 ຄົນ).

ຄະນະສະເພາະກິດຍັງຮຽກຮ້ອງໃຫ້ຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້, ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.

ສຳລັບການເຄື່ອນໄຫວ ຫລື ທາມລາຍ ຂອງກໍລະນີຢັ້ງຢຶນທີ 93 ເພດຊາຍ, ອາຍຸ 25 ປີ , ສັນຊາດ ລາວ, ອາຊີບ ປະຊາຊົນ; ທີ່ຢູ່ປະຈຸບັນ ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເປັນກໍລະນີສຳຜັດກັບກໍລະນີທີ 58 ມີດັ່ງນີ້:

ວັນທີ 13 ເມສາ 2021 ຜູ້ກ່ຽວ ແລະ ແຟນ ແມ່ນໄດ້ແຍກກັນໄປຫຼິ້ນ, ຜູ້ກ່ຽວໄປເມືອງວັງວຽງ ແຂວງວຽງຈັນ; ສ່ວນແຟນຜູ້ກ່ຽວແມ່ນໄດ້ກັບບ້ານຫາດດອນຄູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ.

ວັນທີ 13-16 ເມສາ 2021 ຜູ້ກ່ຽວຢູ່ເມືອງວັງວຽງ (ລົດຕູ້ໂດຍສານ) ປະມານ 15 ຄົນ, ຊ່ວງທີ່ຫຼິ້ນຢູ່ເມືອງວັງວຽງ ໄດ້ໄປເຮືອນໝູ່ ຢູ່ບ້ານເມືອງສອງ 6-7 ຄົນ, ເລາະຫຼິ້ນນໍ້າຊ່ອງ ກັບໝູ່ ແລະ ຄອບຄົວ

ວັນທີ 17 ເມສາ 2021 ຜູ້ກ່ຽວໄດ້ກັບມານະຄອນຫຼວງວຽງຈັນ (ຂີ່ລົດນ້າສາວ ລົງຄິວເມສາຍເໜືອຕໍ່ລົດຕະຫຼາດເຊົ້າຫາບ້ານຂອງຕົນ)

ວັນທີ 17-20 ເມສາ 2021 ເວລາ 7:00 ໂມງເຊົ້າ ແຟນຜູ້ກ່ຽວເດີນທາງກັບມາແຕ່ ແຂວງບໍລິຄໍາໄຊ (ຂີ່ລົດເມໃຫຍ່ ປະມານ 20-30 ຄົນ) ເມືອງເກົ່າ-ວຽງຈັນ; ເວລາ 11:00-19:00 ໂມງ ໄດ້ອອກໄປວຽກ ຢູ່ໄອເຕັກ ຟິດເນັດເວີ (ມີຄົນໃຊ້ບໍລີການປະມານ 15 ຄົນ); ເວລາ 19:30 ໂມງ ໄປຫ້ອງແຖວແຟນ ທີ່ກັບມາແຕ່ແຂວງບໍລິຄຳໄຊ ເຊົ່າຫ້ອງແຖວຢູ່ບ້ານທາດຫຼວງໃຕ້, ເມືອງໄຊເສດຖາ ແລະ ໄດ້ລົມໝູ່ ແລະ ກິນຕໍາ ໃນບໍລິເວນຫ້ອງແຖວປະມານ 8 ຄົນ

ວັນທີ 21 ເມສາ 2021 ຮູ້ສຶກເຈັບຄໍ, ເຈັບຫົວ ແລະ ເຈັບທ້ອງ (ແຟນໄດ້ແວ່ຮ້ານຂາຍຢາຢູ່ທາດຫຼວງ).ຜູ້ກ່ຽວ ແລະ ແຟນໄດ້ໄປເກັບຕົວຢ່າງຢູ່ຈຸດເດີນກິລາໃນຮົ່ມບຶງຂະຫຍອງ (ທີມງານໄດ້ເກັບແຕ່ຜູ້ກ່ຽວ ສ່ວນແຟນແມ່ນບໍ່ໄດ້ເກັບຕົວຢ່າງ)

ວັນທີ 22 ເມສາ 2021 ຜົນກວດອອກມາພົບເຊື້ອ COVID-19

ປັດຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ, ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປັດຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.