ຜົ້ງສາລີ ແຈ້ງປິດ ບ້ານ-ບ້ານ, ເມືອງ-ເມືອງ ແລະ ໂຈະການສັນຈອນທຸກທາງ (ຍົກເວັ້ນລົນຂົນສົ່ງສິນຄ້າ)

1168

ຜົ້ງສາລີ ແຈ້ງເພີ່ມມາດຕະການປ້ອງກັນ ຄວບຄຸມ ໂຄວິດ-19 ໂດຍອອກແຈ້ງການ ສະບັບເລກທີ 1131 ລົງວັນທີ 22 ເມສາ 2021 ໃຫ້ພະນັກງານ, ທະຫານ, ຕຳຫຼວດ ຜູ້ປະກອບການ, ນັກຮຽນນັກສຶກສາ ແລະ ປະຊາຊົນທົ່ວແຂວງ ສືບຕໍ່ປະຕິບັດເຂັ້ມງວດມາດຕະການປ້ອງກັນການຕິດເຊື້ອ ໂຄວິດ ເປັນຕົ້ນແມ່ນ: ຮັກສາໄລຍະຫ່າງ, ໝັ່ນລ້າງມືໃສ່ສະບູ ຫຼື ນໍ້າສະອາດ ແລະ ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່.


ມອບໃຫ້ຄະນະສະເພາະກິດ ຕັ້ງຈຸດກວດການເຂົ້າອອກ ແລະ ລະຫວ່າງເມືອງຕໍ່ເມືອງ ແລະ ບ້ານຕໍ່ບ້ານ ຢູ່ຈຸດບ້ານຫາດນາງ, ບ້ານນໍ້າບູດ, ເມືອງຂວາ, ຈຸດປາງໄຄ, ເມືອງບຸນໃຕ້ ແລະ ຈຸດບ້ານປາງຫົກ, ເມືອງໃໝ່.


ພ້ອມໂຈະຊົ່ວຄາວການຂົນສົ່ງໂດຍສານຕ່າງແຂງ ທັງເຂົ້າ-ອອກ ທຸກສາຍ ທັງທາງອາກາດ, ທາງບົກ ແລະ ທາງນໍ້າ ນັບແຕ່ວັນທີ 22 ເມສາ 2021 ເປັນຕົ້ນໄປ ຈົນກວ່າສະພາບຈະປົກກະຕິ.


ສຳລັບພະນັກງານ ທີ່ໄປເຄື່ອນໄຫວວຽກຢູ່ນະຄອນຫຼວງວຽງຈັນ, ຕ່າງແຂວງ ແລະ ເຂດທີ່ມີຄວາມສ່ຽງໃນການຕິດເຊື້ອ ທີ່ມີຈຸດປະສົງເດີນທາງກັບມາແຂວງຜົ້ງສາລີ ແຕ່ນີ້ ຫາ ວັນທີ 5 ພຶດສະພາ 2021 ແມ່ນໃຫ້ໄປກວດຫາເຊື້ອນຳສູນກວດກາວິເຄາະຫາເຊື້ອ ທີ່ແຂວງອຸດົມໄຊ ຫຼື ຈຸດກວດກາເຊື້ອໂຄວິດໃດໜຶ່ງທີ່ຮັບປະກັນກ່ອນຫາກຜົນກວດເປັນລົບ ຈຶ່ງອະນຸຍາດໃຫ້ເຂົ້າແຂວງໄດ້ ພາຍຫຼັງເຂົ້າມາແລ້ວໃຫ້ກັກຕົວເອງຢູ່ສູນ ຫຼື ຢູ່ເຮືອນຕົນເອງຢ່າງເຂັ້ມງວດ.


ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ ຢູ່ແຂວງບໍ່ໃຫ້ຄົນທົ່ວໄປເຂົ້າ-ອອກ (ຍົກເວັ້ນກໍລະນີຈຳເປັນຮີບດ່ວນ); ສຳລັບການຂົນສົ່ງສິນຄ້າຜ່ານດ່ານທ້ອງຖິ່ນແມ່ນສືບຕໍ່ປິດ (ຍົກເວັ້ນແຕ່ໄດ້ຮັບອະນຸຍາດຈາກລັດຖະບານ, ສ່ວນຂົນສົ່ງສິນຄ້າຜ່ານດ່ານສາກົນ ແມ່ນເຂົ້າ-ອອກ ໄດ້ປົກກະຕິ ແຕ່ຕ້ອງຮັບການສີດຢາຂ້າເຊື້ອຕາມເຕັກນິກຂອງຂະແໜງການ); ພ້ອມໃຫ້ສືບຕໍ່ປິດຮ້ານບັນເທີງ ທຸກປະເພດ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ່, ຮ້ານນວດສະປາ, ຮ້ານສະນຸກເກີ, ສູນອອກກຳລັງກາຍ ແລະ ກິລາໃນຮົ່ມທຸກປະເພດ; ຫ້າມຈັດປະຊຸມ, ຝິຶກອົບຮົມ, ໂຮມຊຸມນຸມ ແລະ ກິດຈະກຳຕ່າງໆ ທີ່ມີເກີນ 20 ຄົນ ເປັນຕົ້ນ: ບຸນປະເພນີ, ງານລ້ຽງ, ງານສັງສັນຕ່າງໆ. ສ່ວນງານບຸນແຈກທານ, ສົ່ງສະການ ແມ່ນໃຫ້ປະຕິບັດຕາມມາດຕະການ.


ຫ້າມສວຍໂອກາດ ກັກຕຸນສິນຄ້າ ແລະ ຂຶ້ນລາຄ້າສິນຄ້າ ອຸປະໂພກ-ບໍລິໂພກ ທີ່ຈຳເປັນຕໍ່ການດຳລົງຊີວິດ; ຫ້າມໂຄສະນາ, ເຜີຍແຜ່ຂໍ້ມູນຂ່າວສານ ທີ່ບໍ່ມູນຄວາມຈິງຜ່ານສື່ຕ່າງໆ ທີ່ເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບທາງລົບຕໍ່ສັງຄົມ; ພ້ອມໃຫ້ທະຫານ-ຕຳຫຼວດ ກອງບັນຊາການແຂວງ ແລະ ຂະແໜງການກ່ຽວຂ້ອງ ເພີ່ມທະວີຕິດຕາມກວດກາ ການເຂົ້າ-ອອກຢູ່ດ່ານ, ລາດຕະເວນຕາມຊາຍແດນ ເພື່ອປ້ອງກັນບໍ່ໃຫ້ມີຄວາມສ່ຽງໃນການນຳເຊື້ອພະຍາດເຂົ້າມາແຜ່ໃນຊຸມຊົນ.