ອອກມາແລ້ວ ແມ່ນຫຍັງຂາຍໄດ້ ແລະຂາຍບໍ່ໄດ້ໄລຍະລັອກດາວ

595

ເຊື່ອວ່າມີຄົນຈຳນວນຫຼາຍເປັນຫ່ວງເລື່ອງເຂົ້າສານອາຫານແຫ້ງ ມີ່ນົມໃຫ້ລູກໃຫ້ເຕົ້າ ໃນໄລຍະລັອກດາວນະຄອນຫຼວງວຽງຈັນແຕ່ນີ້ຫາຕົ້ນເດືອນໜ້າ ຈິ່ງເຮັດໃຫ້ທັນທີທີ່ປະກາດລັອກດາວ ມີຄົນເຂົ້າໄປຊື້ເຄື່ອງຕາມຫ້າງຢ່າງໜາແໜ້ນ ແຕ່ບໍ່ຕ້ອງເປັນຫ່ວງເພິ່ນບໍໄດ້ປິດແຕ່ປະການໃດ ພຽງແຕ່ຕ້ອງຮັກສາໄລຍະຫ່າງໃຫ້ດີກວ່າເກົ່າເທົ່ານັ້ນ.

ອີງຕາມແຈ້ງການສະບັບເລກທີ 0523/ອຄ.ນວ.ຄພນ ລົງວັນທີ 22 ເມສາ 2021 ເຖິງຫ້ອງການອຸດສາຫະກໍາ ແລະ ການຄ້າ 09 ຕົວເມືອງ ໃນນະຄອນຫຼວງວຽງຈັນ ຜູ້ອໍານວຍການ, ຜູ້ຈັດການ, ເຈົ້າຂອງວິສາຫະກິດ ບໍລິສັດຂາອອກ-ຂາເຂົ້າ, ສູນການຄ້າ,ຮ້ານຊັບ ພະສິນຄ້າ, ຮ້ານຄ້າຊຸບເປີ ມາກ-ມີນີ້ມາກ, ຕະຫຼາດກະສິກໍາ ແລະ ປ້ຳນ້ຳມັນເຊື້ອໄຟຢູ່ ນະຄອນຫຼວງວຽງຈັນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ຢູ່ໃນນະຄອນຫຼວງວຽງຈັນ.


ໃນແຈ້ງການລະບຸໄວ້ນັບແຕ່ວັນທີ 22 ເມສາ – 05 ພຶດສະພາ 2021 ໃຫ້ບັນດາຫົວຫນ່ວຍວິສາຫະກິດ ບໍລິສັດຂາອອກ-ຂາເຂົ້າ, ສູນການຄ້າ, ຮ້ານຄ້າ ຊຸບເປີມາກ-ມີນີ້ມາກ, ຕະຫຼາດສົດ ແລະ ຕະຫຼາດກະສິກໍາ ຢູ່ນະຄອນຫຼວງວຽງຈັນ ເຄື່ອນໄຫວດໍາເນີນທຸລະກິດເປັນປົກກະຕິ ເພື່ອນໍາເອົາສິນຄ້າ ເຄື່ອງອຸປະໂພກ, ບໍລິໂພກ ແລະ ເຄື່ອງໃຊ້ສອຍປະຈໍາວັນທີ່ຈໍາເປັນ ອອກຈໍາຫນ່າຍໃຫ້ຜູ້ຊົມໃຊ້ຢ່າງຕໍ່ເນື່ອງ.
ແຕ່ທັ້ງນີ້ ເພື່ອຫຼຸດຜ່ອນຄວາມແອອັດ ໃນຂອດບໍລິການຊື້-ຂາຍ ໃຫ້ບໍລິສັດຂາອອກ-ຂາເຂົ້າ ທີ່ເຮັດການນໍາເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກໃນສໍານັກງານຫ້ອງການ, ລະບົບສາງ ໂດຍໃຫ້ມີການສັບປ່ຽນກັນເຮັດວຽກ,ໃຫ້ຈໍານວນຄົນ ຫນ້ອຍກວ່າວັນເຮັດວຽກປົກກະຕິ.


ສູນການຄ້າ, ຮ້ານຊັບພະສິນຄ້າ, ຮ້ານຄ້າຊຸບເປີມາກ-ມິນິມາກ ແລະ ຮ້ານຄ້າຍ່ອຍທົ່ວໄປໃຫ້ເປີດຂາຍສະເພາະເຂດທີ່ເປັນຮ້ານຂາຍສິນຄ້າທີ່ຈໍາເປັນປະເພດ: ເຄື່ອງອຸປະໂພກ-ບໍລິໂພກ ອາຫານແຫ້ງ ອາຫານສໍາເລັດຮູບ, ສິນຄ້າກະສິກໍາ ແລະ ເຄື່ອງໃຊ້ໃນຄົວເຮືອນ.

ສ່ວນການບໍລິການ ຫຼື ຮ້ານຂາຍສິນຄ້າປະເພດອື່ນໆ: ເຄື່ອງນຸ່ງຫົ່ມ, ເຄື່ອງກໍ່ສ້າງ, ເຄື່ອງສໍາອາງ
ແລະ ສິນຄ້າ ທີ່ເຫັນວ່າບໍ່ມີຄວາມຈໍາເປັນ ເພື່ອນໍາໃຊ້ເຂົ້າໃນຊີວິດປະຈໍາວັນ ແມ່ນໃຫ້ປິດຮ້ານຊົ່ວຄາວ ຕາມກໍານົດເວລາ ຂ້າງເທິງນີ້, ໃຫ້ກໍາກັບຈໍານວນຄົນເຂົ້າຮ້ານ ບໍ່ໃຫ້ເຂົ້າບາດດຽວ, ຮັກສາໄລຍະຫ່າງການຍ່າງ 01 ແມັດ, ໃຫ້ມີອາກາດໃນຮ້ານຖ່າຍເທສະດວກ.

ສຳລັບກໍານົດໂມງ ເວລາໃຫ້ ເປີດ-ປິດ ການບໍລິການຄືດັ່ງນີ້: – ຕະຫຼາດສົດ ອະນຸຍາດໃຫ້ເປີດແຕ່
6:00 ໂມງ – 19:00 ໂມງ; – ສູນການຄ້າ ແລະ ຮ້ານສັບພະສິນຄ້າ ອະນຸຍາດໃຫ້ເປີດແຕ່ 9:00 ໂມງ – 19:00 ໂມງ; – ຮ້ານຊຸບເປີມາເກັດ ທີ່ບໍ່ຕັ້ງຢູ່ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ອະນຸຍາດໃຫ້ເປີດແຕ່ 6:00 ໂມງ – 20:00 ໂມງ; – ຮ້ານມິນິມາກ ທີ່ບໍ່ຕັ້ງຢູ່ໃນສູນການຄ້າ ແລະ ຮ້ານສັບພະສິນຄ້າ ອະນຸຍາດໃຫ້ເປີດແຕ່ 6:00 ໂມງ – 20:00 ໂມງ; • ຮ້ານຄ້າຂາຍຍ່ອຍ ທີ່ບໍ່ຕັ້ງຢູ່ໃນສູນການຄ້າ ເເລະ ຮ້ານສັບພະສິນຄ້າ ອະນຸຍາດໃຫ້ເປີດແຕ່ 6:00ໂມງ – 20:00 ໂມງ; – ຮ້ານຄ້າຂາຍຍົກ ອະນຸຍາດໃຫ້ເປີດແຕ່6:00 ໂມງ -17:00 ໂມງ.

ຕະຫຼາດກະສິກໍາ: ແມ່ນໃຫ້ເປີດຂາຍສະເພາະແຕ່ຮ້ານຄ້າທີ່ຂາຍສິນຄ້າ ປະເພດ: ສິນຄ້າກະສິກໍາ, ຮ້ານຂາຍເຄື່ອງຍ່ອຍ(ເຄື່ອງເເຫ້ງ), ອາຫານຊື້ກັບບ້ານ, ສ່ວນການບໍລິການ ຫຼື ຮ້ານຂາຍສິນຄ້າປະເພດອື່ນໆ ໃຫ້ປີດຮ້ານຊົ່ວຄາວຕາມກໍານົດ ເວລາຂ້າງເທິງນີ້.

ນໍ້າມັນເຊື້ອໄຟ: ແມ່ນໃຫ້ເປີດບໍລິການຕາມປົກກະຕິ ແຕ່ໃຫ້ເຂັ້ມງວດການປະຕິບັດມາດຕະການປ້ອງກັນເຊື້ອ ພະຍາດໂຄວິດ-19. 3. ຫົວຫນ່ວຍວິສາຫະກິດທີ່ດໍາເນີນທຸລະກິດໃຫ້ປະຕິບັດມາດຕະການປ້ອງກັນເຂັ້ມງວດ.


ທາງເຂົ້າ ໃຫ້ຈັດພະນັກງານເພື່ອວັດແທກອຸນນະພູມ, ມີນ້ໍາຢາລ້າງມືແບບລ້າງແຫ້ງ ຫຼື ລ້າງມືແບບປຽກ, ໃສ່ຜ້າປິດປາກ-ດັງ, ການເລາະຊື້ໃຫ້ຢູ່ຫ່າງກັນ ຢ່າງຫນ້ອຍ 01 ແມັດ, ການຕັ້ງໂຕະຂາຍສິນຄ້າ ກໍ່ໃຫ້ຫ່າງກັນ 01 ແມັດ ແມ່ຄ້າທີ່ນັ່ງຂາຍກໍ່ໃຫ້ປະຕິບັດຫຼັກການສະອາດບໍ່ໃຫ້ຊຸມແຊວ ແລະ ກິນເຂົ້າຮ່ວມກັນ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອພະຍາດໂຄວິດ-19.
ພ້ອມນີ້ກໍ່ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ຕາມລໍາພັງໃຈ, ກັກຕຸນສິນຄ້າ ທີ່ເປັນການກະທໍາເອົາປຽບຜູ້ບໍລິໂພກໂດຍບໍ່ຊອບທໍາ ແລະ ຈໍາຫນ່າຍສິນຄ້າທີ່ບໍ່ປອດໄພທາງດ້ານຄຸນນະພາບເປັນອັນຂາດ, ການຈໍາຫນ່າຍສິນຄ້າໃຫ້ຜູ້ ຊົມໃຊ້ໃນແຕ່ລະຄັ້ງແມ່ນຕອບສະຫນອງໃນປະລິມານທີ່ເຫມາະສົມ, ບໍ່ໃຫ້ຜູ້ຊົມໃຊ້ຊື້ສິນຄ້າເປັນຈໍານວນຫຼາຍ ເພື່ອໄປກັກຕູນ.

ຖ້າບຸກຄົນ, ນິຕິບຸກຄົນ ແລະ ຫົວຫນ່ວຍວິສາຫະກິດໃດ ຫາກມີການລະເມີດ ແມ່ນຈະຖືກນໍາໃຊ້ ມາດຕະການປັບໃຫມ ຫຼື ມອບໃຫ້ເຈົ້າຫນ້າທີ່ ເພື່ອລົງໂທດຕາມລະບຽບກົດຫມາຍ ທີ່ກ່ຽວຂ້ອງແລ້ວແຕ່ກໍລະນີ, ກ້າວໄປເຖິງການຖອນໃບອະນຸຍາດດໍາເນີນທຸລະກິດ ແລະ ໃຫ້ປິດກິດຈະການດັ່ງກ່າວຢ່າງຖາວອນ.
ສໍາລັບຫົວຫນ່ວຍວິສາຫະກິດໃດ ທີ່ໄດ້ລະເມີດມາດຕະການປ້ອງກັນພະຍາດໂຄວິດ-19, ໂດຍບໍ່ມີການຕັ້ງຈຸດກວດກາຢູ່ບໍລິເວນທາງເຂົ້າ, ບໍ່ມີການວັດແທກອຸນນະພູມ, ບໍ່ມີນໍ້າຢາລ້າງມືແບບລ້າງເເຫ້ງ ຫຼື ລ້າງມືແບບປຽກ ຫຼື ບໍ່ແນະນໍາໃຫ້ໃສ່ຜ້າປິດປາກ-ດັງ ແມ່ນຈະຖືກປັບໃຫມ ແຕ່ 1.000.000 ຫາ 3.000.000 ກີບ/ຄັ້ງ. 7. ຖ້າບຸກຄົນໃດ ບໍ່ປະຕິບັດຕາມມາດຕະການ ແລະ ຂັ້ນຕອນການປ້ອງກັນພະຍາດໂຄວິດ-19 ຜ່ານຈຸດທາງເຂົ້າ ສູນການຄ້າ, ຊັບພະສິນຄ້າ, ຮ້ານຄ້າຊຸບເປີມາກ-ມີນີ້ມາກ, ຕະຫຼາດກະສິກໍາ ລວມທັງ ບໍ່ໃສ່ຜ້າປິດປາກ-ດັງ ແມ່ນຈະຖືກປັບໃຫມ ແຕ່ 500.000 ຫາ 1.000.000 ກີບ/ຄົນ/ຄັ້ງ.

ເອກະສານແຈ້ງການ

ເລື່ອງອາຫານການກິນບໍ່ຕ້ອງເປັນຫ່ວງ