ສປປລາວ ກວດພົບ ມີຜູ້ຕິດເຊື້ອໂຄວິດ ອີກ 6 ຄົນ ໃນວັນທີ 22 ເມສາ 2021(ນະຄອນຫຼວງວຽງຈັນ4ຄົນ, ສະຫວັນນະເຂດ1ຄົນ ແລະໍ່ແກ້ວ1ຄົນ)

524

ໃນວັນທີ 22 ເມສາ ປີ 2021 ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ວຽກງານຈຸດຜ່ານແດນ ແລະ ດ່ານສາກົນ ໃນວັນທີ 21 ເມສາ 2021 ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ ຈຳນວນ 1.849 ຄົນ; ໃນນັ້ນ ຈຸດຜ່ານດ່ານຊາຍແດນ ລາວ – ໄທ ທັງໝົດ 1.604 ຄົນ; ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 37 ຄົນ; ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 897 ຄົນ ແລະ ສະໜາມບິນວັດໄຕ 311 ຄົນ.

ມາຮອດປະຈຸບັນ ລາວເຮົາມີສູນກັກບໍລິເວນທັງໝົດ 47 ສູນ ແລະ ມີ ມີຜູ້ຈຳກັດບໍລິເວນທັງໝົດ 3.407 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19 ແລະ ໃນວັນທີ 21 ເມສາ 2021 ໄດ້້ເກັບຕົວຢ່າງມາກວດທັງໝົດ 758 ຕົວຢ່າງ ຜົນກວດພົບຜູ້ຕິດເຊື້ອ 6 ຄົນ, ມາຮອດປະຈຸບັນທົ່ວປະເທດມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 94 ຄົນ.


ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ລາຍງານວ່າ: ໃນວັນທີ 21 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 758 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 6 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້:
ກໍລະນີຢັ້ງຢືນທີ 89 ເພດຍິງ, ອາຍຸ 24 ປີ, ສັນຊາດລາວ, ອາຊີບເຮັດວຽກຢູ່ຮ້ານອາຫານ ຢູ່ເຂດ ປະທຸມທານີ ປະເທດໄທ; ທີ່ຢູ່ປະຈຸບັນເມືອງອຸທຸມພອນ, ແຂວງສະຫວັນນະເຂດ.

ກໍລະນີຢັ້ງຢຶນທີ 90 ເພດຊາຍ ,ອາຍຸ31 ປີ , ສັນຊາດລາວ, ທີ່ຢູ່ປະຈຸບັນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ກໍລະນີຢັ້ງຢຶນທີ 91ເພດຊາຍ, ອາຍຸ: 28 ປີ , ສັນຊາດ ລາວ; ທີ່ຢູ່ປະຈຸບັນ ບ້ານສະພານທອງເໜືອ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເປັນກໍລະນີສຳຜັດ ກັບກໍລະນີທີ 85.

ກໍລະນີຢັ້ງຢຶນທີ 92 ເພດຍິງ ,ອາຍຸ: 22 ປີ , ສັນຊາດ ລາວ, ອາຊີບ ຂາຍເຄື່ອງອອນລາຍ ທີ່ຢູ່ປະຈຸບັນ ບ້ານໜອງໄຮ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ກໍລະນີສຳຜັດ ກັບກໍລະນີທີ 59.
ກໍລະນີຢັ້ງຢຶນທີ 93 ເພດຊາຍ, ອາຍຸ 25 ປີ , ສັນຊາດ ລາວ, ອາຊີບ ປະຊາຊົນ; ທີ່ຢູ່ປະຈຸບັນບ້ານບຶງຂະຫຍອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ກໍລະນີສຳຜັດກັບກໍລະນີທີ 58.
ກໍລະນີຢັ້ງຢຶນທີ 94 ເພດຊາຍ, ອາຍຸ 18 ປີ, ສັນຊາດລາວ, ອາຊີບ ຫວ່າງງານ; ທີ່ຢູ່ປະຈຸບັນ ບ້ານທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ


ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 150.159 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 94 ຄົນ. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 45 ຄົນ (ໃໝ່ 6), ໃນນັ້ນ:

ຢູ່ນະຄອນຫຼວງວຽງຈັນ 35 ຄົນ (ໃໝ່ 4)
ແຂວງຈຳປາສັກ 3 ຄົນ
ແຂວງສາລະວັນ 1 ຄົນ

ແຂວງສະຫວັນນະເຂດ 3 ຄົນ (ໃໝ່ 1)
ແຂວງຄຳມ່ວນ 1 ຄົນ
ແຂວງບໍລິຄຳໄຊ 1 ຄົນ (ສູນປິ່ນປົວຫຼັກ 6)
ແຂວງບໍ່ແກ້ວ 1 ຄົນ (ໃໝ່ 1) ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.

ຄະນະສະເພາະກິດ ໄດ້ຮຽກຮ້ອງມາຍັງຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້, ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.