ຊາວນະຄອນຫຼວງວຽງຈັນ ອອກໄປກວດຫາເຊື້ອໂຄວິດ-19 ຕາມຈຸດທີ່ຄະນະສະເພາະກິດກຳນົດ

650

ໃນຕອນເຊົ້າວັນທີ 22 ເມສາ 2021 , ທີ່ສະໜາມກິລາໃນຮົມບຶງຂະຫຍອງ ເຊິ່ງເປັນສູນເຝົ້າລະວັງ ແລະ ຄົ້ນຫາຜູ້ຕິດເຊື້ອໂຄວິດ-19 ທີ່ຄະນະສະເພາະສ້າງຕັ້ງຂຶ້ນໃໝ່1ໃນ4ສູນ ໄດ້ມີປະຊາຊົນ ເຂົ້າມາກວດາເຊື້ອໂຄວິດ-19 ເປັນຈຳນວນຫຼວງຫຼາຍ ເຊິ່ງໄດ້ມີການຈັດສັນຄວາມເປັນລະບຽບ ຮຽບຮ້ອຍ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ມາກວດຫາເຊື້ອ ທັງຮັບປະກັນການປະຕິບັດໄລຍະຫ່າງ.

ເພື່ອຍົກລະດັບ ການເຝົ້າລະວັງ ແລະ ຄົ້ນຫາຜູ້ຕິດເຊື້ອໄດ້ໄວ, ຄະນະສະເພາະກິດໄດ້ຂະຫຍາຍຈຸດກວດວິເຄາະ ເພີ່ມອີກ 4 ຈຸດ ໃນນະຄອນຫຼວງວຽງຈັນ ຄື:
– ເດີ່ນກິລາໃນຮົ່ມບຶງຂະຫຍອງ, ເມືອງສີສັດຕະນາກ
– ສະໜາມກິລາເດີ່ນເຈົ້າອານຸວົງ, ເມືອງຈັນທະບູລີ
– ມສ ໂຮຈີມີນ, ເມືອງສີໂຄດຕະບອງ
– ມສ ລາວຫວຽດ, ເມືອງໄຊເສດຖາ


ຄະນະສະເພາະກິດກ່າວວ່າ:  ພວກເຮົາເຫັນໄດ້ວ່າ ການເຂົ້າມາ ສປປ ລາວ ບໍ່ຖືກຕາມລະບຽບຫຼັກການ ສົ່ງຜົນໃຫ້ເກີດມີຄວາມສ່ຽງ ແລະ ຜົນກະທົບທີ່ຕາມມາ. ດັ່ງນັ້ນ, ຕໍ່ກັບສະພາບການດັ່ງກ່າວ ໃນໂລກ ແລະ ປະເທດອ້ອມຂ້າງ ຍັງມີກໍລະນີໃໝ່ທຸກມື້, ພວກເຮົາທຸກຄົນ ຈົ່ງພ້ອມໃຈກັນປະຕິບັດມາດຕະການຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ເພື່ອປ້ອງກັນໂຕເອງ, ຄົນອ້ອມຂ້າງ ແລະ ປະຊາຊົນລາວທຸກຄົນ ຈາກພະຍາດໂຄວິດ-19.


ຂໍຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ;

ສຳລັບຜູ້ທີ່ສຳຜັດໃກ້ຊິດ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ  ໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້, ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.

.

.