ແຈ້ງປັບຂຶ້ນລາຄານ້ຳມັນທົ່ວປະເທດ ເລີ່ມມີຜົນເຊົ້າວັນທີ 23 ເປັນຕົ້ນໄປ

670

 

ເຖິງສະຖານະການການລະບາດຂອງພະຍາດຈະມາກໍ່ກວນການເຮັດວຽກງານ, ທຸລະກິດຕ່າງໆ ແຕ່ລາຄານ້ຳຍັງມີການເໜັງຕີງຢູ່ຕະຫຼອດ ອີງໃສ່ກາານປ່ຽນແປງຂອງລາຄາໃນຕະຫຼາດໂລກ ໂດຍຫຼ້າສຸດຢູ່ປະເທດເຮົາໄດ້ແຈ້ງປັບຂຶ້ນອີກ ເລີ່ມມີຜົນນັບແຕ່ຕອນເຊົ້າວັນທີ 23 ເມສາເປັນຕົ້ນໄປ.

ອີງຕາມແຈ້ງການສະບັບເລກທີ 0303/ອຄ.ກຄພນ ລົງວັນທີ 22ເມສາ 2021 ຂອງກະຊວງອຸດສະຫະກຳແລະການຄ້າ ແມ່ນໄດ້ມີການປັບຂຶ້ນລາຄານໍ້າມັນຂາຍຍ່ອຍໜ້າປ້ຳທົ່ວປະເທດ ນັບແຕ່ເວລາ 06:00 ໂມງເຊົ້າ ຂອງວັນທີ 23 ເມສາ ໃນນັ້ນແອັດຊັງພິເສດເພີ່ມຂຶ້ນລິດລະ 96 ກີບ, ທຳມະດາເພີ່ມຂຶ້ນ 80 ກິບ ແລະລາຄາກາຊວນປັບຂຶ້ນ 65 ກີບ.


ຈາກການປັບຂຶ້ນດັ່ງກ່າວເຮັດໃຫ້ລາຄາແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນຂາຍຢູ່ທີ່ 11.066 ກີບ, ແອັດຊັງທຳມະດາ 10.030 ກີບຕໍ່ລິດ, ກາຊວນ 8.545 ກີບ, ຜົ້ງສາລີແອັດຊັງພິເສດ 11.706 ກີບ, ແອັດຊັງທຳມະດາ 10.670 ກີບ, ກາຊວນຂາຍໃນລາຄາ 9.185 ກີບຕໍ່ໜຶ່ງລິດ.
ແຂວງຫຼວງພະບາງ ແອັດຊັງພິເສດ 11.436 ກີບຕໍ່ລິດ, ທຳມະດາ 10.400 ກີບ, ກາຊວນ 8.915 ກີບຕໍ່ລິດ, ຊຽງຂວາງ ແອັດຊັງພິເສດ 11.256 ກີບ ແອດັຊັງທຳມະດາ 10.022 ກີບ, ກາຊວນລິດລະ 8.735ກີບຕໍ່ລິດ.


ພາກໃຕ້ແຂວງຈຳປາສັກແອັດຊັງພິເສດ 11.126 ກີບຕໍ່ລິດ, ທຳມະດາ 10.090 ກີບ, ກາຊວນ 8.606 ກີບ, ສະຫວັນນະເຂດ ແອັດຊັງພິເສດ 11.096 ກີບຕໍ່ລິດ, ທຳມະດາ 10.060 ກີບຕໍ່ລິດ ແລະກາຊວນລິດໜຶ່ງ 8.575 ກີບຕໍ່ລິດ.