ລັດຖະມົນຕີກະຊວງ ອຄ ຕ້ອນຮັບການຢ້ຽມຄຳນັບຂອງເອກອັກຄະລັດຖະທູດອາເມລິກາ ແລະ ອົງການ JETRO

620

ໃນວັນທີ 21 ເມສາ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ອຄ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ປີເຕີ ເຮມ໋ອນ (Peter M.Haymond) ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ທ່ານ Katsuchi IWAKAMI ຫົວໜ້າຫ້ອງການຜູ້ຕາງໜ້າ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາ ລາວ (JETRO Vientiane) ພ້ອມຄະນະເນື່ອງໃນໂອກາດທີ່ ທ່ານ ຄຳແພງ ໄຊສົມແພງ ເປັນລັດຖະມົນຕີກະຊວງ ອຄ ຜູ້ໃໝ່, ມີຕ່າງໜ້າຈາກກົມກ່ຽວຂ້ອງກະຊວງ ອຄ ເຂົ້າຮ່ວມ.


ໃນໂອກາດດັ່ງກ່າວ ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານທູດ ສະຫະລັດອາເມຣິກາ ປະຈຳລາວ ແລະ ທ່ານ ຫົວໜ້າອົງການສົ່ງເສີມການຄ້າຢີ່ປຸ່ນ ປະຈຳລາວ ທີ່ມາສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ການໄດ້ຮັບໜ້າທີ່ເປັນລັດຖະມົນຕີ ກະຊວງ ອຄ ຜູ້ໃໝ່.

ພ້ອມນີ້, ຍັງໄດ້ມີການສົນທະນາ ເຊິ່ງກັນ ແລະ ກັນ ໂດຍສະເພາະໄດ້ທົບທວນຄືນວຽກງານການຮ່ວມມືໃນໄລຍະທີ່ຜ່ານມາ ແລະ ແຜນການວຽກງານໃນຕໍ່ໜ້າ, ໃນຂະນະດຽວກັນ ທ່ານລັດຖະມົນຕີ ກໍໄດ້ກ່າວຢືນຢັນວ່າ ຈະໄດ້ສືບຕໍ່ໃຫ້ການຊີ້ນຳບັນດາວຽກງານຕ່າງໆໃຫ້ມີປະສິດທິຜົນດີຂຶ້ນເປັນກ້າວໆ.


ທ່ານ ທູດສະຫະລັດອາເມລິກາ ແລະ ທ່ານຫົວໜ້າອົງການສົ່ງເສີມການຄ້າຢີ່ປຸ່ນ ປະຈຳລາວ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ລັດຖະມົນຕີ ກະຊວງ ອຄ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນ ແລະ ຫວັງວ່າຈະໄດ້ຮັບການຮ່ວມມືທີ່ດີເພື່ອເປັນການປະກອບສ່ວນເຂົ້າໃນການຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນໃຫ້ນັບມື້ດີຂຶ້ນ


ຂ່າວ: ສັນຕິ, ພາບ: ສອນໄຊ